ພຶດຕິກຳສ່ຽງ ກະດູກສັນຫຼັງເສື່ອມ

ເມື່ອ​ຄົນ​ເຮົາ​ອາ­ຍຸ​ຍ່າງ​ເຂົ້າ​ໄວ 60 ປີ​ຂຶ້ນ​ໄປ ໂຣກ​ໄພ​ຕ່າງໆ​ກໍ​ຍ່ອມ​ເຂົ້າ​ມາ​ຢາມ​ໄດ້​ງ່າຍໆ ໂດຍ​ອາ­ການ​ຕົ້ນໆ ກໍ​ຄົງ​ໜີ​ບໍ່​ພົ້ນ​ເລື່ອງ​ກະ­ດູກ ຄື: “ກະ­ດູກ​ສັນ­ຫຼັງ​ເສື່ອມ” ທີ່​ເຮັດ​ໃຫ້​ຄົນ​ຊະ­ລາ ຫຍັບ​ຍ້າຍ​ຮ່າງ­ກາຍ​ບໍ່​ໄດ້​ດັ່ງ​ໃຈ​ເໝືອນ​ເດີມ ມີ​ອາ­ການ​ປວດ​ຫຼັງ ປວດ​ແອວ ເຄື່ອນ​ໄຫວ​ບໍ່​ສະ­ດວກ ຈົນ​ເຮັດ​ກິດ​ຈະ​ວັດ​ປະ­ຈຳ​ວັນ​ຕາມ​ປົກ­ກະ­ຕິ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ.

ກະ­ດູກ​ສັນ­ຫຼັງ​ເສື່ອມ ເກີດ​ຈາກ​ອາ­ການ​ເສື່ອມ​ສະ­ພາບ​ໄປ​ຕາມ​ໄວ​ຂອງ​ຜູ້​ອາ­ຍຸ​ສູງ ທີ່​ອາດ​ເລີ່ມ​ມີ​ອາ­ການ​ຕັ້ງ­ແຕ່​ໄວ 45 ປີ​ເປັນ­ຕົ້ນ​ໄປ ໂດຍ​ອາດ​ເລີ່ມ​ມີ​ການ​ເສື່ອມ​ສະ­ພາບ​ຕັ້ງ­ແຕ່​ກະ­ດູກ ໝອນ​ຮອງ​ກະ­ດູກ ເສັ້ນ​ເອັນ​ກະ­ດູກ ກ້າມ­ຊີ້ນ​ຫຼັງ ຫຼື ອາດ​ມີ​ກະ­ດູກ​ທີ່​ຄົດ​ງໍ​ຜິດ​ປົກ­ກະ­ຕິ​ຕັ້ງ­ແຕ່​ເດັກ­ນ້ອຍ ລວມ​ໄປ​ເຖິງ​ກະ­ດູກ​ຕິດ­ເຊື້ອ​ຈາກ​ໂຣກ​ຕ່າງໆ ເຊັ່ນ: ວັນ­ນະ​ໂຣກ ເປັນ­ຕົ້ນ.

ພຶດ­ຕິ​ກຳ​ສ່ຽງ “ກະ­ດູກ​ສັນ­ຫຼັງ​ເສື່ອມ” ເຖິງ​ແມ່ນ​ວ່າ​ຈະ​ເປັນ​ໂຣກ​ທີ່​ມາ​ພ້ອມ​ໄວ ແລະ ຍາກ​ທີ່​ຈະ​ຫຼີກ​ລ່ຽງ ແຕ່​ຫາກ​ມີ​ພຶດ­ຕິ​ກຳ​ເຫຼົ່າ​ນີ້ ຈະ​ຍິ່ງ​ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ເປັນ​ໂຣກ​ນີ້​ໄວ​ຂຶ້ນ.

1. ອ້ວນ ຫຼື ນ້ຳ­ໜັກ​ເກີນ ບັນ­ຫາ​ເລື່ອງ​ຂອງ​ນ້ຳ­ໜັກ​ທີ່​ຫຼາຍ​ກວ່າ​ມາດ­ຕະ­ຖານ ເຮັດ​ໃຫ້​ກະ­ດູກ​ຕ້ອງ​ຮອງ​ຮັບ​ນ້ຳ­ໜັກ​ຫຼາຍ​ເກີນ​ກວ່າ​ປົກ­ກະ­ຕິ ສົ່ງ​ຜົນ​ໃຫ້​ເກີດ​ອາ­ການ​ປວດ​ຫຼັງ ປວດ​ແອວ ລວມ​ເຖິງ​ປວດ​ຂາ ແລະ ປວດ​ເຂົ່າ​ໄດ້.

2. ກິນ​ໄຂ­ມັນ​ສັດ ແປ້ງ ແລະ ນ້ຳ­ຕານ​ຫຼາຍ​ເກີນ​ໄປ ເມື່ອ​ເຂົ້າ​ສູ່​ໄວ​ຊະ­ລາ​ທີ່​ມີ​ກິດ­ຈະ­ກຳ​ປະ­ຈຳ​ວັນ ທີ່​ເຜົາ​ຜານ​ພະ­ລັງ­ງານ​ໜ້ອຍ​ກວ່າ​ໄວ​ເຮັດ​ວຽກ ແລະ ໄວ​ລຸ້ນ ຫາກ​ຍັງ​ກິນ​ອາ­ຫານ​ທີ່​ໃຫ້​ພະ­ລັງ­ງານ​ສູງ​ຢ່າງ​ໄຂ­ມັນ​ສັດ ແປ້ງ ແລະ ນ້ຳ­ຕານ​ຫຼາຍ​ເກີນ​ໄປ ກໍ​ອາດ​ນຳ­ໄປ​ສູ່​ພາ­ວະ​ອ້ວນ​ໄດ້.

3. ຢືນ ແລະ ນັ່ງ​ໃນ​ທ່າ​ເດີມ​ດົນໆ ການ​ຢູ່​ໃນ​ອະ­ລິ­ຍາ​ບົດ​ເດີມ​ດົນໆ ອາດ​ເຮັດ​ໃຫ້​ມີ​ອາ­ການ​ກຶງ​ໃນ​ບໍ­ລິ­ເວນ​ຂາ ແອວ ແລະ ຫຼັງ​ຫຼາຍ​ເກີນ​ໄປ ຈົນ​ເປັນ​ສາ­ເຫດ​ທີ່​ເຮັດ​ໃຫ້​ເກີດ​ອາ­ການ​ປວດ​ໄດ້.

ປັດ­ຈຸ­ບັນ​ຍັງ​ຖົກ​ຖຽງ​ກັນ​ຢູ່​ວ່າ ກິນ​ການ​ຊຽມ​ເສີມ​ສ້າງ​ກະ­ດູກ​ໄດ້ ຫຼື ບໍ່ ຄື​ທຸກ​ຄົນ​ບໍ່​ມີ​ຄຸນ​ນະ​ພາບ​ຂອງ​ສຸ­ຂະ­ພາບ​ເທົ່າ​ກັນ ດັ່ງ­ນັ້ນ ຈຶ່ງ​ບໍ່​ສາ­ມາດ​ບອກ​ໄດ້​ວ່າ​ກິນ​ໄດ້​ຫຼື​ບໍ່ ແຕ່​ຫາກ​ເປັນ​ຜູ້​ປ່ວຍ​ໂຣກ​ໝາກ​ໄຂ່­ຫຼັງ ຫຼື​ຢູ່​ໃນ​ພາ­ວະ​ສ່ຽງ​ທີ່​ຈະ​ເປັນ​ໂຣກ​ໝາກ​ໄຂ່­ຫຼັງ ແພດ​ຈະ​ບໍ່​ແນະ­ນຳ​ໃຫ້​ກິນ​ອາ­ຫານ​ເສີມ​ການ​ຊຽມ ເພາະ​ໝາກ​ໄຂ່­ຫຼັງ​ທີ່​ບໍ່​ແຂງ­ແຮງ​ປົກ­ກະ­ຕິ​ດີ ອາດ​ບໍ່​ສາ­ມາດ​ຂັບ​ເອົາ​ການ​ຊຽມ ສ່ວນ​ເກີນ​ອອກ​ໄປ​ຈາກ​ຮ່າງ­ກາຍ​ໄດ້ ເຮັດ​ໃຫ້​ມີ​ການ​ຊຽມ​ສ່ວນ​ເກີນ​ສະ​ສົມ​ຢູ່​ໃນ​ຮ່າງ­ກາຍ ແຕ່​ຫາກ​ເປັນ​ຄົນ​ທີ່​ມີ​ສຸ­ຂະ­ພາບ​ປົກ­ກະ­ຕິ ໝາກ​ໄຂ່­ຫຼັງ ແລະ ຕັບ​ແຂງ­ແຮງ​ດີ ກໍ​ອາດ​ຈະ​ຫາ​ມາ​ກິນ​ໄດ້​ເລັກ​ນ້ອຍ ແຕ່​ຄວນ​ອ່ານ​ສະ­ຫຼາກ​ກ່ອນ​ບໍ­ລິ­ໂພກ ເພື່ອ​ກະ​ຂະ­ໜາດ ແລະ ໄລ­ຍະ​ເວ­ລາ​ໃນ​ການ​ກິນ​ໃຫ້​ຖືກ­ຕ້ອງ​ດ້ວຍ ດັ່ງ­ນັ້ນ ກ່ອນ​ຈະ​ກິນ​ກໍ​ຄວນ​ລອງ​ປຶກ­ສາ​ແພດ​ເບິ່ງ​ຈັກ​ເລັກ​ນ້ອຍ ເພື່ອ​ສິ່ງ​ທີ່​ດີ​ທີ່​ສຸດ​ຂອງ​ຕົວ​ເຮົາ.

ຢ່າງ­ໃດ​ກໍ​ຕາມ ແພດ​ແນະ­ນຳ​ໃຫ້​ອອກ­ກຳ­ລັງ​ກາຍ​ຢ່າງ​ສະ​ໝ່ຳ​ສະ­ເໝີ ຫຼື ເຮັດ​ທ່າ​ການ​ບໍ­ລິ­ຫານ​ທີ່​ຊ່ວຍ​ບໍ­ລິ­ຫານ​ກະ­ດູກ ແລະ ກ້າມ­ຊີ້ນ​ບໍ­ລິ­ເວນ​ຂາ ແອວ ແລະ ຫຼັງ ເພື່ອ​ຊ່ວຍ​ໃຫ້​ກະ­ດູກ​ແຂງ­ແຮງ ໂດຍ​ບໍ່​ຕ້ອງ​ເພິ່ງ​ຢາ ແລະ ອາ­ຫານ​ເສີມ.

ທ່າ​ກາ​ຍະ​ບໍ­ລິ­ຫານ​ເສີມ​ສ້າງ​ຄວາມ​ແຂງ­ແຮງ ໃຫ້​ກັບ​ກະ­ດູກ​ສັນ­ຫຼັງ

1. ຍົກ​ມື​ແຕະ​ຫົວ​ໄຫຼ່ ແລ້ວ​ໝູນ​ຫົວ​ໄຫຼ່​ໄປ​ຂ້າງ​ໜ້າ 1 ນາ­ທີ ໝູນ​ໄປ​ຂ້າງ​ຫຼັງ 1 ນາ­ທີ ທັງ​ຂ້າງ​ຊ້າຍ ແລະ ຂວາ.

2. ຍົກ​ມື​ທັງ​ສອງ​ຂ້າງ​ແຕະ​ແອວ ແລ້ວ​ໝູນ​ແອວ​ໄປ​ທາງ​ຂວາ 1 ນາ­ທີ ໝູນ​ໄປ​ທາງ​ຊ້າຍ 1 ນາ­ທີ.

3. ກົ້ມ​ຫຼັງ ຢືດ​ແຂນ​ປາຍ​ນິ້ວ​ແຕະ​ປາຍ​ຕີນ​ຂອງ​ຕົວ​ເອງ ໂດຍ​ເຮັດ​ທັງ​ສອງ​ແຂນ ແລະ ສະ­ຫຼັບ​ແຂນ​ຂວາ ແລະ ແຂນ​ຊ້າຍ ຄັ້ງ​ລະ 10 ວິ­ນາ­ທີ.

4. ນອນ​ຫງາຍ​ລົງ​ເທິງ​ຕຽງ​ທີ່​ນອນ​ບໍ່​ແຂງ ແລະ ບໍ່​ນຸ່ມ​ຈົນ​ເກີນ​ໄປ ຍົກ​ເຂົ່າ​ທັງ​ສອງ​ຂ້າງ​ມາ​ກອດ​ໄວ້​ກັບ​ເອິກ ຍົກ​ຄໍ​ຂຶ້ນ ເອົາ​ປາຍ​ຄາງ​ແຕະ​ເຂົ່າ​ຄ້າງ​ໄວ້ 10 ວິ­ນາ­ທີ ຈາກ​ນັ້ນ​ສະ­ຫຼັບ​ເປັນ​ຍົກ​ເຂົ່າ​ຂຶ້ນ​ມາ​ກອດ​ເອິກ​ເທື່ອ​ລະ​ຂ້າງ​ຂວາ ຊ້າຍ ຂ້າງ​ລະ 10 ວິ­ນາ­ທີ.

“ວິ­ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ຢືດ​ອາ­ຍຸ​ຂອງ​ກະ­ດູກ​ສັນ­ຫຼັງ ຄື ການ​ບໍ່​ນັ່ງ ຫຼື ຢືນ​ທ່າ​ເດີມ​ນານໆ ຄວນ​ປ່ຽນ​ອະ­ລິ­ຍາ​ບົດ​ເລື້ອຍໆ ບໍ່​ຍົກ​ເຄື່ອງ​ໜັກ​ເລື້ອຍໆ ໂດຍ​ສະ­ເພາະ ການ​ກົ້ມ​ລົງ​ຍົກ​ເຄື່ອງ​ໜັກ​ຈາກ​ພື້ນ ຮັກ­ສາ​ນ້ຳ­ໜັກ​ໃຫ້​ຢູ່​ໃນ​ເກນ​ປົກ­ກະ­ຕິ​ຢູ່​ສະ­ເໝີ ແລະ ໝັ່ນ​ອອກ­ກຳ­ລັງ​ກາຍ​ໃຫ້​ຮ່າງ­ກາຍ​ແຂງ­ແຮງ​ເປັນ​ປະ­ຈຳ ເທົ່າ​ນີ້​ກໍ​ຈະ​ຊ່ວຍ​ເສີມ​ສ້າງ​ໃຫ້​ກະ­ດູກ​ແຂງ­ແຮງ​ໄປ​ໄດ້​ອີກ​ນານ​ແສນ​ນານ”.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!