ສສກ ຜະລິດສື່ການຮຽນການສອນຂັ້ນປະຖົມ ຜ່ານລາຍການໂທລະພາບ ວິທະຍຸ ແລະ ສື່ອອນລາຍ

    ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ​ການ​ສຶກ​ສາ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຈັດ​ຕັ້ງ​ປະ­ຕິ­ບັດ​ຜະ­ລິດ​ສື່​ການ​ຮຽນ​ການ​ສອນ​ອອນ​ລາຍ​ໄລ­ຍະ​ພັກ​ຮຽນ ເພື່ອ​ປ້ອງ​ກັນ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ພະ­ຍາດ COVID-19 ເຊິ່ງ​ເລີ່ມ​ຖ່າຍ​ທຳ​ແຕ່​ວັນ​ທີ 23 ມີ­ນາ-21 ເມ­ສາ 2020 (ພັກ 12-20 ເມ­ສາ 2020). ສຳ­ລັບ​ສື່​ການ​ຮຽນ​ການ​ສອນ​ຊັ້ນ​ປະ­ຖົມ​ສຶກ​ສາ​ທີ່​ຜະ­ລິດ​ໃນ​ຄັ້ງ​ນີ້ ປະ­ກອບ​ມີ ວິ­ຊາ​ຄະ­ນິດ­ສາດ ພາ­ສາ​ລາວ ຊັ້ນ ປ 1 ແລະ ຜະ­ລິດ​ສື່​ວິ­ຊາ​ພາ­ສາ​ລາວ ຄະ­ນິດ­ສາດ ພາ­ສາ​ອັງ­ກິດ ຊັ້ນ ປ 3 ປ 4 ແລະ ປ 5 ໂດຍ​ໄດ້​ອອກ​ອາ­ກາດ​ຜ່ານ​ລາຍ­ການ​ໂທລະ­ພາບ​ສຶກ​ສາ​ກິ­ລາ ລາຍ­ການ​ສຶກ​ສາ​ໃໝ່ ທາງ​ສະ­ຖາ­ນີ​ໂທລະ­ພາບ​ລາວ​ຊ່ອງ 1 ລາຍ­ການ​ວິ­ທະ­ຍຸ​ສຶກ​ສາ ທາງ​ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ ແລະ ຈະ​ອັບ​ໂຫຼດ​ລົງ​ສື່​ອອນ​ລາຍ ເຊັ່ນ: ເຟດ​ບຸກ ແຟນ​ເພ​ຈ “Edu-sport TV online” ແລະ “ສະ​ຖາ​ບັນ​ຄົ້ນ­ຄວ້າ​ວິ­ທະ­ຍາ­ສາດ​ການ​ສຶກ​ສາ”.

error: Content is protected !!