ໂທດຮິບວັດຖຸສິ່ງຂອງ

ອອກ​ຈາກ​ໂທດ​ປັບ​ໃໝ ກໍ​ກ້ຽວ​ມາ​ໃສ່​ໂທດ ຮິບ​ວັດ­ຖຸ​ສິ່ງ​ຂອງ ຊຶ່ງ​ຕາມ​ປະ­ມວນ​ກົດ­ໝາຍ​ອາ­ຍາ ກົດ­ໝາຍ​ວ່າ​ດ້ວຍ​ຢາ​ເສບ​ຕິດ ກໍ​ລ້ວນ​ແຕ່​ໄດ້​ກຳ­ນົດ​ໂທດ​ໃສ່​ແຕ່​ລະ​ການ​ກະ­ທຳ​ຜິດ ນັບ​ແຕ່​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ໂທດ​ປະ­ຫານ​ຊີ­ວິດ ໂທດ​ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ໂທດ​ປັບ​ໃໝ ໂທດ​ຮິບ​ຊັບ ຫຼື ໂທດ​ຕຳ​ໜິ​ວິ­ຈານ ໄວ້​ໃນ​ບາງ​ກໍ­ລະ­ນີ​ຂອງ​ການ​ກະ­ທຳ​ຜິດ.

ສະ­ນັ້ນ ໂທດ​ຮິບ​ວັດ­ຖຸ​ສິ່ງ​ຂອງ​ກໍ​ແມ່ນ​ໂທດ​ປະ­ເພດ​ໜຶ່ງ​ທີ່​ສຳ­ຄັນ ແລະ ຈະ​ສົ່ງ​ຜົນ​ສະ­ທ້ອນ​ໂດຍ​ກົງ​ຕໍ່​ຜູ້​ທີ່​ຖືກ​ລົງ­ໂທດ​ປະ­ເພດ​ນີ້ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ເນື່ອງ​ຈາ​ກວ່າ ຊັບ​ສິ່ງ​ຂອງ​ທີ່​ຜູ້​ກະ­ທຳ​ຜິດ​ໄດ້​ມາ​ນັ້ນ ແມ່ນ​ໄດ້​ມາ​ຈາກ​ການ​ກະ­ທຳ​ຜິດ ຫຼື ແມ່ນ​ຊັບ​ທີ່​ຜູ້​ກະ­ທຳ​ຜິດ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ກະ­ທຳ​ຜິດ​ເປັນ­ຕົ້ນ​ຕໍ.

ໂທດ​ຮິບ​ວັດ­ຖຸ​ສິ່ງ​ຂອງ ແມ່ນ​ການ​ເອົາ​ວັດ­ຖຸ​ສິ່ງ​ຂອງ​ທີ່​ໃຊ້​ເຂົ້າ​ໃນ​ການ​ກະ­ທຳ​ຜິດ ຫຼື ສຳ­ລັບ​ໃຊ້​ເຂົ້າ​ໃນ​ການ​ກະ­ທຳ​ຜິດ ຫຼື ໄດ້​ມາ​ຈາກ​ການ​ກະ­ທຳ​ຜິດ​ໂດຍ​ເຈດ​ຕະ​ນາ​ມາ​ເປັນ​ຂອງ​ລັດ ການ​ຮິບ​ວັດ­ຖຸ​ສິ່ງ​ຂອງ​ທີ່​ພົວ­ພັນ​ກັບ​ການ​ກະ­ທຳ​ຜິດ​ນັ້ນ ສາ­ມາດ​ປະ​ຕິດ​ໄດ້​ຕໍ່​ການ​ກະ­ທຳ​ຜິດ​ສະ­ຖານ​ໂທ­ສາ­ນຸ­ໂທດ ແລະ ຄະ​ຣຸ​ໂທດ.

ໂທ­ສາ­ນຸ­ໂທດ ແມ່ນ​ການ​ກະ­ທຳ​ຜິດ​ທີ່​ກົດ­ໝາຍ​ກຳ­ນົດ​ໂທດ​ດັດ​ສ້າງ ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ຫຼື ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 3 ເດືອນ ຫາ 10 ປີ ແລະ ໂທດ​ປັບ​ໃໝ.

ສ່ວນ​ຄະ​ຣຸ​ໂທດ ແມ່ນ​ການ​ກະ­ທຳ​ຜິດ​ທີ່​ກົດ­ໝາຍ​ກຳ­ນົດ​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 5 ປີ​ຂຶ້ນ​ໄປ ຫາ​ຕະ­ຫຼອດ​ຊີ­ວິດ ພ້ອມ​ທັງ​ປັບ​ໃໝ ແລະ ໂທດ​ປະ­ຫານ​ຊີ­ວິດ.

ວັດ­ຖຸ​ສິ່ງ​ຂອງ ຂອງ​ບຸກ­ຄົນ​ອື່ນ ທີ່​ຮັບ​ໃຊ້​ການ​ກະ­ທຳ​ຜິດ​ນັ້ນ ຈະ​ຖືກ​ຮິບ​ເປັນ​ຂອງ​ລັດ​ໄດ້ ກໍ​ຕໍ່​ເມື່ອ​ເຈົ້າ​ຂອງ​ຜູ້​ທີ່​ໃຫ້​ຢືມ​ຫາກ​ບໍ່​ມີ​ຄວາມ​ບໍ­ລິ­ສຸດ​ໃຈ ຫຼື ເມື່ອ​ເຫັນ​ວ່າ­ການ​ຮິບ​ວັດ­ຖຸ​ສິ່ງ​ຂອງ​ນັ້ນ​ມີ​ຄວາມ​ຈຳ­ເປັນ ເພື່ອ​ປົກ​ປັກ​ຮັກ­ສາ​ສັງ­ຄົມ.

ວັດ­ຖຸ​ສິ່ງ​ຂອງ​ທີ່​ເປັນ​ກຳ­ມະ­ສິດ​ຂອງ​ລັດ​ນັ້ນ ຈະ​ບໍ່​ຖືກ​ຮິບ ຊຶ່ງ​ຕ້ອງ​ສົ່ງ​ຄືນ​ໃຫ້​ແກ່​ອົງ​ການ­ຈັດ­ຕັ້ງ​ທີ່​ກ່ຽວ­ຂ້ອງ.

ພ້ອມ​ກັນ​ນີ້ ກໍ​ຢາກ​ໃຫ້​ທ່ານ​ຜູ້​ອ່ານ​ຮູ້​ຕື່ມ​ວ່າ ນອກ­ຈາກ​ໂທດ​ຮິບ​ວັດ­ຖຸ​ສິ່ງ​ຂອງ​ແລ້ວ ກົດ­ໝາຍ​ຍັງ​ກຳ­ນົດ​ໂທດ​ຮິບ​ຊັບ​ນຳ​ອີກ ຊຶ່ງ​ໂທດ​ຮິບ​ຊັບ​ນັ້ນ ແມ່ນ​ການ​ເອົາ​ຊັບ​ທັງ​ໝົດ ຫຼື ສ່ວນ​ໃດ​ໜຶ່ງ​ທີ່​ເປັນ​ກຳ­ມະ­ສິດ​ຂອງ​ຜູ້​ກະ­ທຳ​ຜິດ ທີ່​ບໍ່​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ກະ­ທຳ​ຜິດ ຫຼື ບໍ່​ໄດ້​ມາ​ຈາກ​ການ​ກະ­ທຳ​ຜິດ​ມາ​ເປັນ​ຂອງ​ລັດ ໂດຍ​ບໍ່​ມີ​ການ​ໃຊ້​ແທນ ຊ່ອງ​ໂທດ​ດັ່ງ­ກ່າວ​ນີ້ ຈະ​ລົງ​ໃສ່​ແຕ່​ການ​ກະ­ທຳ​ຜິດ​ທີ່​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ຢູ່​ໃນ​ກົດ­ໝາຍ​ອາ­ຍາ ແຕ່​ໃນ​ການ​ລົງ­ໂທດ​ປະ­ເພດ​ນີ້ ໃນ​ກໍ­ລະ­ນີ​ການ​ຮິບ​ຊັບ​ທັງ​ໝົດ ກໍ​ຕ້ອງ​ຍົກ­ເວັ້ນ​ຊັບ​ທີ່​ຈຳ­ເປັນ​ສຳ­ລັບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ຜູ້​ກະ­ທຳ​ຜິດ ແລະ ຄອບ­ຄົວ​ຂອງ​ຜູ້­ກ່ຽວ ເຊັ່ນ: ເຮືອນ​ຢູ່​ປະ­ຈຳ​ຂອງ​ຜູ້​ຖືກ​ຕັດ­ສິນ ແລະ ຄອບ­ຄົວ ສັດ­ລ້ຽງ​ສຳ­ລັບ​ບຸກ­ຄົນ​ທີ່​ຖື​ເອົາ​ການ​ປູກ­ຝັງ ຫຼື ການ​ລ້ຽງ­ສັດ​ເປັນ​ອາ­ຊີບ ວັດ­ຖຸ​ສິ່ງ​ຂອງ​ທີ່​ໃຊ້​ຈຳ­ເປັນ​ຂອງ​ຜູ້​ຖືກ​ຕັດ­ສິນ ແລະ ຂອງ​ບຸກ­ຄົນ​ອື່ນ ຊຶ່ງ​ຢູ່​ພາຍ​ໃຕ້​ການ​ດູ​ແລ​ລ້ຽງ​ດູ​ຂອງ​ຜູ້​ຖືກ​ຕັດ­ສິນ ຕົວ­ຢ່າງ ໂທດ​ຮິບ​ຊັບ​ຈະ​ກຳ­ນົດ​ໄວ້​ໃນ​ກໍ­ລະ­ນີ​ການ​ກະ­ທຳ​ຜິດ​ໃນ​ສະ­ຖານ​ໜັກ­ໜ່ວງ ເຊັ່ນ: ການ​ທໍ­ລະ​ຍົດ​ຕໍ່​ຊາດ ການ​ກະ­ບົດ ການ​ເປັນ​ນັກ​ສືບ​ສອດ­ແນມ ໝາຍ​ຄວາມ​ວ່າ ການ​ກະ­ທຳ​ຜິດ​ດັ່ງ­ກ່າວ ເປັນ​ການ​ກະ­ທຳ​ຜິດ​ຕໍ່​ຄວາມ​ສະ­ຫງົບ​ຂອງ​ຊາດ ຫຼື ໝວດ​ອື່ນ ຊຶ່ງ​ໄດ້​ກຳ­ນົດ​ມາດ­ຕາ​ດັ່ງ­ກ່າວ​ນີ້​ໄວ້.

ໂດຍ: ໄມ້​ງັດ

error: Content is protected !!