ເອັສຊີຈີ ສືບຕໍ່ມອບທຶນການສຶກສາ ໂຄງການ SCG Sharing the Dream

    ວັນທີ 6 ທັນວາ 2020 ຢູ່ນະຄອນຫຼວງວຽງຈັນ ເອັສຊີຈີ ສານຕໍ່ໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 9 ເຊິ່ງເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັສຊີຈີ ທີ່ເນັ້ນສົ່ງເສີມການພັດທະນາທ່າແຮງເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສ້າງໂອກາດທາງການສຶກສາໃຫ້ນັກສຶກສາທີ່ຮຽນເກັ່ງ ແລະ ດີ ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ແລະ ເປັນອະນາຄົດຂອງຊາດ.

    ທ່ານ ພີລະມາດ ວະຈະນານະວັດ ຜູ້ອຳນວຍການບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດ ກ່າວວ່າ:  “ເອັສຊີຈີ ໄດ້ມອບທຶນການສຶກສາໃຫ້ນ້ອງນັກຮຽນປີນີ້ເປັນປີທີ 9 ພວກເຮົາເບິ່ງເຫັນຄວາມສຳຄັນຂອງຄວາມໄຝ່ຝັນ ແລະ ຄວາມມຸ່ງໝັ້ນຂອງນັກຮຽນ ປີນີ້ພວກເຮົາໄດ້ມອບທຶນການສຶກສາລະດັບປະລິນຍາຕີ ໃຫ້ນັກສຶກສາ 14 ຄົນ ເຊິ່ງຕົນເຊື່ອໝັ້ນວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ນ້ອງໆທຸກຄົນທີ່ມີຄວາມມຸ່ງໝັ້ນ ຕັ້ງໃຈໃນການສຶກສາຮໍ່າຮຽນ ສາມາດພັດທະນາຕົນເອງໃຫ້ເປັນບຸຄະລາກອນທີ່ມີຄຸນນະພາບ ແລະ ເປັນປະໂຫຍດໃຫ້ຕົນເອງ ເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດ

    ທ່ານ ພັນທະນະສອນ ສະຖຽນຮຸ່ງເຮືອງ ຜູ້ອຳນວຍການບໍລິສັດ ເອັສຊີຈີ ອິນເຕີເນຊັນແນລ ລາວ ຈຳກັດ ກ່າວວ່າ: ຫຼາຍປີຜ່ານມາ ພວກເຮົາໄດ້ມອບທຶນການສຶກສາໃຫ້ນ້ອງໆ ແລະ ໄດ້ເຫັນການພັດທະນາຂອງນັກຮຽນທຸກຄົົນ ເຊັ່ນ: ການສຶກສາ ການຊ່ວຍເຫຼືອສັງຄົມ ທີ່ສຳຄັນ ນ້ອງໆກໍມີຄວາມກະຕັນຍູ ຮູ້ບຸນຄຸນຕໍ່ຄອບຄົວ ແລະ ຄູອາຈານ ພວກເຮົາຫວັງວ່າ ການມອບທຶນການສຶກສານີ້ ຈະເຮັດໃຫ້ນ້ອງໆໄດ້ນຳໃຊ້ຄວາມຮູ້-ຄວາມສາມາດຂອງການສຶກສາຮໍ່າຮຽນ ມາໃຊ້ໃນການປະກອບອາຊີບຂອງຕົນໃນອະນາຄົດ.

    ເອັດຊີຈີ ເນັ້ນຊຸກຍູ້ໂຄງການຕ່າງໆທີ່ຊ່ວຍພັດທະນາບຸຄະລາກອນຂອງປະເທດ ຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພາກພື້ນອາຊຽນ ເຊັ່ນ: ລາວ ໄທ ຫວຽດນາມ ອິນໂດເນເຊຍ ຟິລິບປິນ ກຳປູເຈຍ ແລະ ມຽນມາ ທົ່ວພາກພື້ນອາຊຽນ ເພື່ອຮ່ວມພັດທະນາປະເທດທີ່ເອັສຊີຈີເຂົ້າໄປດຳເນີນທຸລະກິດ ສຳລັບ ສປປ ລາວ ເອັສຊີຈີ ດຳເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈຢ່າງຕໍ່ເນື່ອງຕະຫຼອດ 9 ປີ ແລະ ປີນີ້ໄດ້ມອບທຶນການສຶກສາລະດັບປະລິນຍາຕີ 14 ທຶນ ເຊິ່ງທຶນດັ່ງກ່າວ ຈະເນັ້ນສະໜັບສະໜູນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາລະດັບປະລິນຍາຕີ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ ນອກຈາກການສະໜັບສະໜູນດ້ານການເງິນແລ້ວ ຍັງມີກິດຈະກໍາເພື່ອພັດທະນາທ່າແຮງ ແລະ ເສີມສ້າງຄຸນນະທໍາຕະຫຼອດໂຄງການອີກດ້ວຍ.

# ຂ່າວ & ພາບ : ສະບາໄພ

error: Content is protected !!