Apple ຕັ້ງເງິນລາງວັນ 1 ລ້ານໂດລາ ສຳລັບຜູ້ພົບຊ່ອງຫວ່າງລະບົບຄວາມປອດໄພໄອໂຟນ

ສຳ­ນັກ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ ບໍ­ລິ­ສັດ​ແອັບ​ເປິ​ລ (Apple Inc) ໄດ້​ຕັ້ງ​ເງິນລາ­ງວັນ 1 ລ້ານ​ໂດ​ລາ​ສະ­ຫະ­ລັດ ສຳ­ລັບ​ຜູ້​ທີ່​ສາ­ມາດ​ພົບ​ຂໍ້​ບົກ​ຜ່ອງ​ໃນ​ລະ­ບົບ​ຄວາມ​ປອດ​ໄພ​ຂອງ​ໂທລະ­ສັບ​ມື​ຖືໄອ​ໂຟນ.

ຖື​ເປັນ​ເງິນ​ລາ­ງວັນ​ສູງ​ສຸດ​ທີ່ Apple ໃຫ້ເພື່ອ​ໃຊ້​ໃນ​ການ​ພັດ­ທະ­ນາ​ລະ­ບົບ​ປ້ອງ​ກັນ ການ​ຖືກ​ແຮັກ​ໂທລະ­ສັບ ໃນ​ຂະ­ນະ​ທີ່​ກຳ­ລັງ​ມີຄວາມ​ກັງ­ວົນ​ເລື່ອງ​ທີ່​ລັດ­ຖະ­ບານ​ຫຼາຍ​ປະເທດ ​ລັກ­ລອບ​ເຈາະ​ລັກ​ຂໍ້​ມູນ​ໃນ​ໂທລະ­ສັບ​ມື​ຖື​ຂອງ​ຝ່າຍ​ກົງ­ກັນ­ຂ້າມ​ທາງ​ການ­ເມືອງ ສື່​ມວນ​ຊົນ ແລະ ນັກ​ສິດ­ທິ​ມະ­ນຸດ​ທົ່ວ​ໂລກ.

ທາງ Apple ລະ­ບຸ​ວ່າ ຜູ້​ທີ່​ຈະ​ຄວ້າ​ເງິນລາ­ງວັນ​ກ້ອນ​ໃຫຍ່​ທີ່​ສຸດ ຄື 1 ລ້ານ​ໂດ​ລາ​ນີ້​ໄດ້ ຕ້ອງ​ສະ­ແດງ​ໃຫ້​ເຫັນ​ວ່າ ສາ­ມາດ​ເຂົ້າ​ເຖິງ​ໄອ​ໂຟນ​ຂອງ​ບຸກ­ຄົນ​ເປົ້າ​ໝາຍ​ໄດ້​ຈາກ​ໄລ­ຍະ​ໄກ ໂດຍ​ທີ່​ບໍ່​ມີ​ຄວາມ​ຊ່ວຍ­ເຫຼືອ​ໃດໆຈາກ​ເຈົ້າຂອງ​ໂທລະ­ສັບ.

ທີ່​ຜ່ານ​ມາ Apple ໄດ້​ຕັ້ງ​ເງິນ​ລາ­ງວັນ ໃຫ້​ກັບ​ຜູ້​ທີ່​ສາ­ມາດ​ພົບ​ຂໍ້​ບົກ​ຜ່ອງ​ໃນ​ຜະ­ລິດຕະ​ພັນ​ຕ່າງໆ​ຂອງ Apple ຫຼາຍ​ຄັ້ງ ໂດຍ​ເງິນລາ­ງວັນ​ສູງ​ສຸດ​ທີ່​ເຄີຍ​ໃຫ້ຄື 200.000 ໂດ​ລາ ສະ­ຫະ­ລັດ ສຳ­ລັບ​ຜູ້​ທີ່​ພົບ​ຂໍ້​ບົກ​ຜ່ອງ​ໃນ​ຊອຟ​ແວຣ໌ ເຊິ່ງ​ສາ­ມາດ​ແກ້​ໄຂ​ໄດ້​ດ້ວຍ​ການ​ອັບ​ເດດ.

error: Content is protected !!