ຈັດງານຕະຫຼາດຮ່ວມໃຈຊ່ວຍນ້ອງ ສົມທົບທຶນຊື້ອຸປະກອນການຮຽນ ໃຫ້ເດັກຢູ່ເຂດຫ່າງໄກ

ງານ​ຕະ­ຫຼາດ​ຮ່ວມ​ໃຈ​ຊ່ວຍ​ນ້ອງ ໄດ້​ເປີດ​ຢ່າງ​ເປັນ​ທາງ​ການ​ວັນ​ທີ 7 ທັນ­ວາ 2020 ທີ່​ສູນ​ການ​ຄ້າ​ວຽງ​ຈັນ-ເຊັນ​ເຕີ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ອໍ­ລະ­ໄທ ສັນ­ຕິ​ຄົງ​ຄາ ຜູ້­ອຳ­ນວຍ­ການ​ໃຫຍ່​ບໍ­ລິ­ສັດ ກຣິດ​ຕະ​ພົງ ກຣຸບ ຈຳ­ກັດ ມີ​ທ່ານ​ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຫົວ­ໜ່ວຍ​ທຸ­ລະ​ກິດ ແລະ ແຂກ​ຖືກ​ເຊີນ​ຈາກ​ພາກ​ລັດ-ເອ­ກະ​ຊົນ​ເຂົ້າ​ຮ່ວມ.

ທ່ານ​ນາງ ອໍ­ລະ­ໄທ ສັນ­ຕິ​ຄົງ​ຄາ ກ່າວ​ວ່າ: ງານ​ຄັ້ງ​ນີ້ ໄດ້​ນຳ​ເອົາ​ປະ­ເພດ​ເຄື່ອງ­ນຸ່ງ​ຫົ່ມ​ມື 1 ແລະ ມື 2 ນອກ​ນັ້ນ​ຍັງ​ມີ​ຜະ­ລິດ​ຕະ​ພັນ​ເສີມ​ຄວາມ​ງາມ​ມາ​ຈຳ­ໜ່າຍ ມີ​ທັງ​ໝົດ 16 ຫ້ອງ ລາຍ​ໄດ້​ສ່ວນ​ໜຶ່ງ​ຈະ​ນຳ­ໄປ​ຊື້​ອຸ­ປະ­ກອນ​ການ​ຮຽນ ແລະ ສ້າງ​ໂຮງ­ຮຽນ​ປະ­ຖົມ​ສວນ​ສະ­ຫວ່າງ ເມືອງ​ປາກ​ຊ່ອງ ແຂວງ​ຈຳ­ປາ​ສັກ ພ້ອມ​ນີ້ ຍັງ​ຈະ​ນຳ​ລາຍ​ໄດ້​ອີກ​ສ່ວນ​ໜຶ່ງ​ໄປ​ຊ່ວຍ­ເຫຼືອ​ສ້າງ​ຫ້ອງ​ສະ​ໜຸດ​ໃຫ້​ກັບ​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ບ້ານ​ໂດນ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ໄປ​ຄຽງ​ຄູ່​ກັນ​ນັ້ນ ການ​ຈັດ​ງານ​ດັ່ງ­ກ່າວ​ຍັງ​ເປັນ​ການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ລາວ​ທ່ຽວ​ລາວ ໂດຍ​ສະ­ເພາະ​ການ­ທ່ອງ­ທ່ຽວ​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃຫ້​ມີ​ບັນ­ຍາ­ກາດ​ຄຶກ­ຄື້ນ ເຊິ່ງ​ງານ​ດັ່ງ­ກ່າວ​ດຳ­ເນີນ​ໄປ​ຮອດ​ວັນ​ທີ 10 ທັນ­ວາ 2020.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!