ການສ້າງກົດລະບຽບບ້ານ ເພື່ອຜົນປະໂຫຍດຂອງປະຊາຊົນ

ມາ​ຮອດ​ປັດ­ຈຸ­ບັນ ບໍ່​ແມ່ນ​ວ່າ​ບໍ່​ມີ​ບ່ອນ​ຊິ​ອີງ ບໍ່​ແມ່ນ​ວ່າ​ບໍ່​ມີ​ຕົວ​ແບບ ຫຼື ບໍ່​ມີ​ຕົວ­ຢ່າງ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ສ້າງ​ກົດ​ລະ­ບຽບ​ບ້ານ ແຕ່​ບາງ­ເທື່ອ​ການ​ສ້າງ​ກົດ​ລະ­ບຽບ​ບ້ານ ຖ້າ​ຫາກ​ບົນ​ພື້ນ­ຖານ​ຂອງ​ກົດ­ໝາຍ​ແທ້ໆ​ນັ້ນ ບາງ­ເທື່ອ​ອາດ​ຈະ​ເປັນ​ສ້າງ​ສິ່ງ​ກີດ​ກັ້ນ ສ້າງ​ອຸ­ປະ­ສັກ​ໃນ​ການ​ຫາ​ຜົນ​ປະ­ໂຫຍດ​ສ່ວນ​ຕົວ ຈຶ່ງ​ບໍ່​ຢາກ​ສ້າງ ແຕ່​ຖ້າ​ບໍ່​ສ້າງ ປະ­ຊາ­ຊົນ​ກໍ​ນັບ​ມື້​ຮັບ​ຮູ້​ກົດ­ໝາຍ​ຫຼາຍ​ຂຶ້ນ ເຮັດ​ໃຫ້​ມີ​ປາກ​ມີ​ສຽງ​ໃນ​ເວ­ລາ​ຈ່າຍ​ຄ່າ​ນັ້ນ ຄ່າ​ນີ້ ຄ່າ​ເອ­ກະ­ສານ ຄ່າ​ຈົກ ຄ່າ​ຖົມ ແລະ ຄ່າ​ອື່ນໆ ຍິ່ງ​ໄປ​ກວ່າ​ນັ້ນ ຄົນ​ພາຍ​ໃນ​ບ້ານ​ກໍ​ເກີດ​ການ​ລະ​ແວງ​ສົງ­ໄສ​ເຊິ່ງ​ກັນ ແລະ ກັນ ເຈົ້າ​ຈ່າຍ​ໜ້ອຍ ຂ້ອຍ​ຈ່າຍ​ຫຼາຍ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ໃນ​ເມື່ອ​ກົດ­ໝາຍ​ໄດ້​ກຳ­ນົດ​ໃຫ້​ກົດ​ລະ­ບຽບ​ບ້ານ​ແມ່ນ 1 ໃນ 12 ນິ­ຕິ​ກຳ​ນັ້ນ ກົດ​ລະ­ບຽບ​ບ້ານ​ກໍ​ຍ່ອມ​ມີ​ຜົນ​ສັກ­ສິດ​ຕາມ​ກົດ­ໝາຍ ວ່າ​ດ້ວຍ​ການ​ສ້າງ​ນິ­ຕິ​ກຳ​ໄດ້​ກຳ­ນົດ ໝາຍ​ຄວາມ​ວ່າ ນິ­ຕິ​ກຳ​ຂັ້ນ​ເມືອງ ແລະ ຂັ້ນ​ບ້ານ ມີ​ຜົນ​ສັກ­ສິດ​ນັບ​ແຕ່​ເວ­ລາ​ເອົາ​ພິມ​ລົງ​ໃນ​ສື່​ສິ່ງ​ພິມ​ຂອງ​ທ້ອງ­ຖິ່ນ ຫຼື ຕິດ​ປະ­ກາດ​ດ້ວຍ​ຮູບ​ການ​ທີ່​ປະ­ຊາ­ຊົນ ສາ­ມາດ​ເຂົ້າ​ເຖິງ​ໄດ້​ງ່າຍ ກົດ​ລະ­ບຽບ​ບ້ານ​ຖື​ເປັນ​ນິ­ຕິ​ກຳ​ທີ່​ມີ​ຜົນ​ບັງ­ຄັບ​ທົ່ວ​ໄປ.

ລັດ​ຍາມ​ໃດ​ກໍ​ສົ່ງ­ເສີມ​ໃຫ້​ມີ​ການ​ສ້າງ​ນິ­ຕິ​ກຳ​ເປັນ​ລະ­ບົບ​ຄົບ​ຊຸດ​ໃນ​ທຸກ​ຂົງ­ເຂດ ເພື່ອ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ ດ້ວຍ​ການ​ສະ­ໜອງ​ງົບ­ປະ­ມານ ພາ­ຫະ­ນະ​ອຸ­ປະ­ກອນ ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ທາງ​ດ້ານ​ກົດ­ໝາຍ ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ລັດ​ແຫ່ງ​ກົດ­ໝາຍ​ເທື່ອ​ລະ​ກ້າວ ສະ­ນັ້ນ ການ​ສ້າງ​ກົດ​ລະ­ບຽບ​ບ້ານ​ກໍ​ແມ່ນ​ເພື່ອ​ຄຸ້ມ​ຄອງ ແລະ ບໍ­ລິ­ຫານ​ບ້ານ​ໄປ​ຕາມ​ກົດ­ໝາຍ.

ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ການ​ສ້າງ​ນິ­ຕິ​ກຳ ໄດ້​ໃຫ້​ນິ​ຍາມ​ວ່າ: ກົດ​ລະ­ບຽບ​ບ້ານ​ແມ່ນ​ນິ­ຕິ​ກຳ ຊຶ່ງ​ອົງ­ການ​ປົກ­ຄອງ​ບ້ານ​ວາງ​ອອກ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ນິ­ຕິ​ກຳ​ຂອງ​ອົງ­ການ​ລັດ ຂັ້ນ​ເທິງ ຫຼື ເພື່ອ​ຄຸ້ມ​ຄອງ​ຄວາມ​ສະ­ຫງົບ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ຕາມ​ຂອບ​ເຂດ​ສິດ​ຂອງ​ຕົນ ສຳ­ລັບ​ການ​ສ້າງ ແລະ ຮັບ­ຮອງ​ເອົາ​ກົດ​ລະ­ບຽບ​ບ້ານ​ນັ້ນ ກົດ­ໝາຍ​ສະ­ບັບ​ດັ່ງ­ກ່າວ ໄດ້​ກຳ­ນົດ​ວ່າ ອົງ­ການ​ປົກ­ຄອງ​ບ້ານ​ເປັນ​ຜູ້​ຮ່າງ​ກົດ​ລະ­ບຽບ​ຂອງ​ບ້ານ ແລ້ວ​ນຳ­ໄປ​ຜ່ານ​ກອງ​ປະ­ຊຸມ​ບ້ານ ເພື່ອ​ປຶກ­ສາ​ຫາ­ລື​ກັບ​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ ແລ້ວ​ປັບ­ປຸງ​ເນື້ອ​ໃນ​ຄືນ ຕາມ​ການ​ປະ­ກອບ​ຄຳ​ເຫັນ.

ພາຍ­ຫຼັງ​ທີ່​ໄດ້​ປັບ­ປຸງ​ຮ່າງ​ກົດ​ລະ­ບຽບ​ຕາມ ຄຳ​ເຫັນ​ຂອງ​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ແລ້ວ ອົງ­ການ​ປົກ­ຄອງ​ບ້ານ​ຕ້ອງ​ນຳ​ສະ­ເໜີ​ຕໍ່​ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ ເທ­ສະ​ບານ ເພື່ອ​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ ພາຍ­ຫຼັງ​ທີ່​ໄດ້​ມີ​ຄຳ​ເຫັນ​ຂອງ​ຫ້ອງ­ການ​ຍຸ­ຕິ​ທຳ​ເມືອງ​ເທ­ສະ​ບານ.

ເມື່ອ​ກົດ​ລະ­ບຽບ​ບ້ານ​ຖືກ​ຮັບ­ຮອງ​ເອົາ​ແລ້ວ ຕ້ອງ​ຕິດ​ປະ­ກາດ ແລະ ເຜີຍ­ແຜ່​ຕໍ່​ປະ­ຊາ­ຊົນ​ພາຍ​ໃນ​ບ້ານ ເພື່ອ​ໃຫ້​ມີ​ຄວາມ​ເຂົ້າ­ໃຈ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ ໃນ​ຄວາມ​ເປັນ​ຈິງ​ແລ້ວ ຂະ​ບວນ​ການ​ສ້າງ​ກົດ​ລະ­ບຽບ​ບ້ານ ກໍ​ບໍ່​ມີ​ຄວາມ​ຫຍຸ້ງ­ຍາກ​ລຳ­ບາກ​ພໍ​ເທົ່າ­ໃດ ສິ່ງ​ທີ່​ມັນ​ຫຍຸ້ງ­ຍາກ​ທີ່​ສຸດ​ແມ່ນ​ຄົນ ຄົນ​ຜູ້​ຈະ​ເຮັດ ຄົນ​ຜູ້​ຈະ​ສ້າງ ເພາະ​ມັນ​ຈະ​ກະ­ທົບ​ໂດຍ​ກົງ​ຕໍ່​ຜົນ​ປະ­ໂຫຍດ ເຊັ່ນ​ວ່າ ເຊັນ​ສັນ­ຍາ​ຂາຍ​ກຳ­ມະ­ສິດ​ນຳ​ໃຊ້​ທີ່​ດິນ​ຈາກ​ຕອນ​ລະ​ຫຼາຍ​ລ້ານ ຫຼາຍ​ແສນ ແຕ່​ຖ້າ​ຫາກ​ເອົາ​ການ​ເສຍ​ຄ່າ​ທຳ­ນຽມ​ຕ່າງ​ຈາກ​ລັດ​ຖະ​ບັນ­ຍັດ​ຂອງ​ປະ­ທານ ມາ​ໃສ່​ໃນ​ກົດ​ລະ­ບຽບ​ບ້ານ​ແລ້ວປະ­ຕິ­ບັດ​ນັ້ນ ແນ່­ນອນ​ຜົນ​ປະ­ໂຫຍດ​ສ່ວນ​ຕົວ​ທີ່​ເຄີຍ​ໄດ້ ກໍ​ອາດ​ຈະ​ຫຼຸດ​ໜ້ອຍ​ຖອຍ​ລົງ​ແດ່​ກໍ​ເປັນ​ເລື່ອງ​ທີ່​ປະ­ຕິ­ເສດ​ບໍ່​ໄດ້ ສະ­ນັ້ນ ຈະ​ສ້າງ ຫຼື ບໍ່​ສ້າງ​ກໍ​ແມ່ນ​ໜ້າ­ທີ່​ຂອງ​ນາຍ­ບ້ານ ພ້ອມ​ດ້ວຍ​ຄະ­ນະ​ນັ້ນ​ເອງ ຫາກ​ສ້າງ​ປະ­ຊາ­ຊົນ​ກໍ​ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ທີ່​ເປັນ​ທຳ ແຕ່​ຖ້າ​ຫາກ​ບໍ່​ສ້າງ ຜູ້​ອັບ​ປະ­ໂຫຍດ​ກໍ​ຍັງ​ແມ່ນ​ປະ­ຊາ­ຊົນ ແລ້ວ​ເລືອກ​ມາ​ເຮັດ​ຫຍັງ?.

ໂດຍ: ໄມ້​ງັດ

error: Content is protected !!