ການຂາດແຄນແຮງງານເປັນເຫດ ກະແສລົງທຶນໃນບໍລິສັດ Start-up ຫຸ່ນຍົນເພື່ອກະສິກຳ ເຕີບໂຕ 40%

ການ​ນຳ​ເຕັກ​ໂນ​ໂລ​ຊີ ແລະ ເຄື່ອງ​ຈັກ​ຊະ­ນິດ​ຕ່າງໆ ເຂົ້າ​ມາ​ຊ່ວຍ​ເພີ່ມ​ປະ­ສິດ­ທິ­ພາບ​ການ​ຜະ­ລິດ​ກະ­ສິ­ກຳ​ໃນ​ປະ­ເທດ​ໄທ ເປັນ​ທີ່​ເວົ້າ​ເຖິງ​ມາ​ດົນ ແຕ່​ສຳ­ລັບ​ການ​ເຮັດ​ກະ­ສິ­ກຳ​ໃນ​ຕ່າງ­ປະ­ເທດ ການ​ໃຊ້​ເຄື່ອງ​ຈັກ ແລະ ເຕັກ​ໂນ​ໂລ​ຊີ​ເພື່ອ​ທຸ່ນ​ແຮງ ເປັນ​ເລື່ອງ​ປົກ­ກະ­ຕິ​ມາ​ດົນ​ແລ້ວ.

ແຕ່​ດ້ວຍ​ສະ­ຖາ­ນະ​ການ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ເກີດ​ວິ​ກິດ​ຂາດ­ແຄນ​ແຮງ​ງານ​ພາກ​ການ​ກະ­ສິ­ກຳ ຍິ່ງ​ເປັນ​ການ​ສົ່ງ­ເສີມ​ໃຫ້​ເກີດ​ຄວາມ​ຕ້ອງ­ການ​ນຳ​ຫຸ່ນ​ຍົນ ແລະ ລະ­ບົບ​ອັດ­ຕະ­ໂນ­ມັດ ເຂົ້າ​ມາ​ເຮັດ​ວຽກ​ແທນ​ທີ່​ຄົນ​ໃນ​ພາກ​ການ​ກະ­ສິ­ກຳ​ຫຼາຍ​ຂຶ້ນ​ເລື້ອຍໆ.

Saga Robotics ບໍ­ລິ­ສັດ​ຜູ້​ຜະ­ລິດ​ຫຸ່ນ​ຍົນ​ສຳ­ລັບ​ພາກ​ການ​ກະ­ສິ­ກຳ​ຈາກ​ປະ­ເທດ​ນອກ​ແວ​ເລົ່າ​ວ່າ ໃນ​ໄລ­ຍະ​ທີ່​ຜ່ານ​ມາ ໄດ້​ຮັບ​ການ​ສັ່ງ​ຊື້​ຫຸ່ນ​ຍົນ Thorvald ຈາກ​ກະ­ເສດ​ຕະ​ກອນ​ໃນ​ປະ­ເທດ​ອັງ­ກິດ ກວ່າ 40 ຫຸ່ນ ເຊິ່ງ​ຫຸ່ນ​ຍົນ Thorvald ນີ້ ເປັນ​ຫຸ່ນ​ຍົນ​ທີ່​ຊ່ວຍ​ເກັບ​ກ່ຽວ​ຜົນ​ຜະ­ລິດ ພ້ອມ​ທັງ​ສາ­ມາດ​ຂ້າ​ເຊື້ອ​ພະ­ຍາດ​ທີ່­ຢູ່​ເທິງ​ຕົວ​ຜົນ​ຜະ­ລິດ​ດ້ວຍ​ແສງ UV ໃນ​ເວ­ລາ​ດຽວ​ກັນ ໂດຍ​ໃນ​ຂະ­ນະ​ນີ້ Saga Robotics ຈະ​ລົງ­ທຶນ​ເພື່ອ​ພັດ­ທະ­ນາ​ຫຸ່ນ​ຍົນ​ຕໍ່​ໄປ ດ້ວຍ​ເມັດ​ເງິນ​ມູນ​ຄ່າ​ກວ່າ 11 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ນອກ­ຈາກ​ນີ້ ຍັງ​ມີ​ອຸ­ປະ­ກອນ​ສຳ­ລັບ​ປູກ​ພືດ​ໃນ​ແນວ​ຕັ້ງ (Vertical Farm) ທີ່​ພືດ​ສາ­ມາດ​ເຕີບ​ໂຕ​ໄດ້​ໂດຍ​ໃຊ້​ແສງ​ໄຟ​ຈາກ​ຫຼອດ LED ພ້ອມ​ທັງ​ມີ​ລະ­ບົບ​ຫົດ​ນ້ຳ​ອັດ­ຕະ­ໂນ­ມັດ ເຊິ່ງ​ຈະ​ຊ່ວຍ​ຫຼຸດ​ການ​ໃຊ້​ແຮງ​ງານ​ລົງ​ໄດ້.

ຄວາມ​ຕ້ອງ­ການ​ໃຊ້​ຫຸ່ນ​ຍົນ​ໃນ​ພາກ​ການ​ກະ­ສິ­ກຳ ເກີດ​ຂຶ້ນ​ເພາະ​ບັນ­ຫາ​ຂາດ­ແຄນ​ແຮງ​ງານ ໂດຍ​ສະ­ເພາະ ໃນ​ປະ­ເທດ​ອັງ­ກິດ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຕັ້ງ­ແຕ່​ການ​ອອກ​ຈາກ​ສະ­ຫະ­ພາບ​ເອີ​ຣົບ ຫຼື Brexit ເຮັດ​ໃຫ້​ແຮງ​ງານ​ຈາກ​ເອີ​ຣົບ​ຕາ­ເວັນ​ອອກ ບໍ່​ສາ­ມາດ​ເດີນ­ທາງ​ເຂົ້າ​ມາ​ເຮັດ​ວຽກ​ໄດ້ ສ່ວນ​ທີ່​ລັດ​ກາ​ລິ​ຟໍ​ເນຍ ປະ­ເທດ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ກໍ​ຕ້ອງ​ປະ​ເຊີນ​ກັບ​ບັນ­ຫາ​ຂາດ­ແຄນ​ແຮງ​ງານ​ເຊັ່ນ​ກັນ.

ນອກ­ຈາກ​ນີ້ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຍິ່ງ​ເປັນ​ຕົວ​ເລັ່ງ​ໃຫ້​ບັນ­ຫາ​ຂາດ­ແຄນ​ແຮງ​ງານ​ຮຸນ​ແຮງ​ຂຶ້ນ ເພາະ​ແຮງ​ງານ​ບໍ່​ສາ­ມາດ​ເດີນ­ທາງ​ຂ້າມ​ແດນ​ມາ​ເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ ເຮັດ​ໃຫ້​ໃນ​ໄລ­ຍະ​ທີ່​ຜ່ານ​ມາ Dealroom ບໍ­ລິ­ສັດ​ທີ່​ໃຫ້​ຄຳ​ປຶກ­ສາ​ແກ່ Start-up ລາຍ​ງານ​ວ່າ ຄວາມ​ຕ້ອງ­ການ​ລົງ­ທຶນ​ຫຸ່ນ​ຍົນ​ສຳ­ລັບ​ພາກ​ການ​ກະ­ສິ­ກຳ ລວມ​ເຖິງ​ອຸ­ປະ­ກອນ​ເພາະ​ປູກ​ພືດ​ໃນ​ອາ­ຄານ ແລະ ສວນ​ແນວ​ຕັ້ງ ເພີ່ມ​ຂຶ້ນ​ກວ່າ 40%.

Sam Watson Jones ຜູ້​ກໍ່​ຕັ້ງ Small Robot Company ໃນ​ປະ­ເທດ​ອັງ­ກິດ ເລົ່າ​ວ່າ ຕອນ​ນີ້​ໄດ້​ຮັບ​ການ​ຕິດ­ຕໍ່​ຈາກ​ຊາວ​ກະ­ສິ­ກອນ​ທົ່ວ​ໂລກ ທີ່​ຕ້ອງ­ການ​ຊື້​ຫຸ່ນ​ຍົນ​ສຳ­ລັບ​ເຮັດ​ການ​ກະ­ສິ­ກຳ.

ຫຸ່ນ​ຍົນ​ພາກ​ການ​ກະ­ສິ­ກຳ ເຕັກ​ໂນ​ໂລ​ຊີ​ທີ່ ມາ​ຖືກ​ທີ່​ຖືກ​ເວ­ລາ

ຢ່າງ­ໃດ​ກໍ​ຕາມ ນັບ​ວ່າ​ໂຊກ​ດີ​ທີ່​ບັນ­ຫາ​ຂາດ­ແຄນ​ແຮງ​ງານ​ເພາະ​ວິ​ກິດ​ຕ່າງໆ ທັງ Brexit ແລະ ສະ­ຖາ­ນະ​ການ​ໂຄ​ວິດ-19 ເກີດ ຂຶ້ນ​ໃນ​ໄລ­ຍະ​ທີ່​ເຕັກ​ໂນ​ໂລ​ຢີ​ມີ​ຄວາມ​ພ້ອມ ທັງ​ລະ­ບົບ​ເຊັນ​ເຊີ​ການ​ປະ­ມວນ​ຜົນ ລະ­ບົບ Machine Learning ລວມ​ເຖິງ Algorithm ຕ່າງໆ ທີ່­ຢູ່​ເບື້ອງ​ຫຼັງ​ການ​ເຮັດ​ວຽກ​ຂອງ​ຫຸ່ນ​ຍົນ ໄດ້​ຮັບ​ການ​ພັດ­ທະ­ນາ​ຈົນ​ມີ​ລາ­ຄາ​ຖືກ​ລົງ ໃນ​ໄລ­ຍະ​ຫຼາຍ​ປີ​ທີ່​ຜ່ານ​ມາ ເຮັດ​ໃຫ້​ຫຼາຍໆ​ຝ່າຍ​ຄາດ​ການ​ວ່າ ຄວາມ​ຕ້ອງ­ການ​ຫຸ່ນ​ຍົນ​ສຳ­ລັບ​ພາກ​ການ​ກະ­ສິ­ກຳ ຈະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ການ​ປ່ຽນ­ແປງ​ຄັ້ງ​ສຳ­ຄັນ​ຂອງ​ພາກ​ການ​ກະ­ສິ­ກຳ​ໃນ 10-20 ປີ​ຂ້າງ​ໜ້າ ການ​ກະ­ສິ­ກຳ​ຈະ​ເຮັດ​ໂດຍ​ຫຸ່ນ​ຍົນ ແລະ ລະ­ບົບ​ອັດ­ຕະ­ໂນ­ມັດ ຕັ້ງ­ແຕ່​ການ​ເກັບ​ກ່ຽວ ກຳ­ຈັດ​ວັດ​ຊະ​ພືດ ການ​ຫົດ​ນ້ຳ ລວມ​ເຖິງ​ຂະ​ບວນ​ການ​ແປ​ຮູບ​ຜົນ​ຜະ­ລິດ​ທີ່​ໄດ້.

error: Content is protected !!