ເປີດໂຄງການຮ່ວມມື ປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ການ​ພັດ­ທະ­ນາ (UNDP) ຮ່ວມ​ກັບ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ກອງ​ທຶນ​ສຳ­ລັບ​ປະ­ຊາ­ກອນ ອົງ­ການ​ສະ­ຫະ​ປະ­ຊາ​ຊາດ (UNFPA) ປະ­ຈຳ​ລາວ ແລະ ອົງ­ການ​ຮ່ວມ​ມື​ສາ­ກົນ​ເກົາ­ຫຼີ (KOICA) ໄດ້​ເປີດ​ໂຄງ­ການ​ຮ່ວມ​ມື​ປ້ອງ​ກັນ ແລະ ລຶ­ບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່­ຍິງ ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ຂະ­ແໜງ­ການ​ດັ່ງ­ກ່າວ ຂຶ້ນ​ວັນ​ທີ 10 ທັນ­ວາ 2020 ຢູ່​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ (ສປຊ) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ນາງ ບົວ​ຈັນ ສີ​ຫາ​ນາດ ຮອງ​ປະ­ທານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ທ່ານ ນາງ ແຄດ​ເທີ​ລີນ ເຟືອງ ຜູ້­ຕາງ­ໜ້າ​ອົງ­ການ UNDP ປະ­ຈຳ​ລາວ ມີ​ຄະ­ນະ​ຜູ້​ປະ­ສານ​ງານ​ໂຄງ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນາງ ບົວ​ຈັນ ສີ​ຫາ​ນາດ ກ່າວ​ວ່າ: ໂຄງ­ການ​ນີ້ ຈະ​ດຳ­ເນີນ​ເປັນ​ເວ­ລາ 4 ປີ ເລີ່ມ​ແຕ່​ເດືອນ​ທັນ­ວາ​ປີ 2020 ເຖິງ​ເດືອນ​ພະ­ຈິກ 2024 ດ້ວຍ​ທຶນ​ທັງ​ໝົດ 2,7 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 25 ຕື້​ກີບ ໂດຍ​ໂຄງ­ການ​ດັ່ງ­ກ່າວ​ຈະ​ໄດ້​ເຊື່ອມ​ສານ​ເຂົ້າ​ໃນ​ວຽກ​ງານ​ບົດ­ບາດ​ຍິງ-ຊາຍ ເຂົ້າ​ໃນ​ວາ­ລະ​ແຜນ­ການ​ພັດ­ທະ­ນາ​ແຫ່ງ​ຊາດ​ຂອງ ສປປ ລາວ ແລະ ຈະ​ປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ແມ່­ຍິງ​ແຫ່ງ​ຊາດ​ຄັ້ງ​ທີ 8 ແຜນ​ດຳ­ເນີນ​ງານ​ແຫ່ງ​ຊາດ ເພື່ອ​ການ​ປ້ອງ​ກັນ ແລະ ລຶ­ບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່­ຍິງ ແລະ ເດັກ­ນ້ອຍ ໃນ​ປີ 2021-2025 ພ້ອມ​ນັ້ນ ຍັງ​ຈະ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ປະ­ຕິ­ບັດ​ງານ​ພາກ​ພື້ນ​ອາ​ຊຽນ ວ່າ​ດ້ວຍ​ການ​ລຶ­ບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່­ຍິງ ແລະ ລະ­ດັບ​ສາ­ກົນ ແລະ ປະ­ກອບ­ສ່ວນ​ໂດຍ​ກົງ​ໃຫ້​ແກ່​ການ​ບັນ­ລຸ​ເປົ້າ​ໝາຍ​ທີ 5 ແລະ ເປົ້າ​ໝາຍ​ທີ 16 ຂອງ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ຫຼື SDG ຂອງ​ລາວ ໃຫ້​ມີ​ຜົນ­ສຳ­ເລັດ​ເທື່ອ​ລະ​ກ້າວ.

ທ່ານ ນາງ ແຄດ​ເທີ​ລີນ ເຟືອງ ຮອງ​ຜູ້­ຕາງ­ໜ້າ ອົງ­ການ UNDP ປະ­ຈຳ​ລາວ ກ່າວ​ຕື່ມ​ວ່າ: ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ທົ່ວ​ໂລກ ທີ່​ນັບ​ມື້​ນັບ​ຮັບ​ຮູ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່­ຍິງ ວ່າ​ເປັນ​ການ​ລະ­ເມີດ​ສິດ­ທິ​ມະ­ນຸດ​ຂັ້ນ​ພື້ນ­ຖານ​ທີ່​ຮ້າຍ​ແຮງ ເຊິ່ງ​ບັນ­ຫາ​ດັ່ງ­ກ່າວ ແມ່ນ​ເຫັນ​ໄດ້​ຫຼາຍ​ຂຶ້ນ​ໃນ​ທຸກ​ພາກ­ສ່ວນ​ຂອງ​ສັງ­ຄົມ ລວມ​ທັງ ສປປ ລາວ ແລະ ໃນ​ປີ 2020 ນີ້ ຍັງ​ໄດ້​ມີ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ເຮັດ​ໃຫ້​ຄວາມ​ບໍ່​ສະ­ເໝີ­ພາບ​ລະ­ຫວ່າງ​ຍິງ-ຊາຍ​ໃນ​ສັງ­ຄົມ​ມີ​ຫຼາຍ​ຂຶ້ນ ດັ່ງ­ນັ້ນ ພວກ​ເຮົາ​ຕ້ອງ​ໄດ້​ພ້ອມ​ກັນ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ ໃຫ້​ໝົດ​ໄປ​ຈາກ​ສັງ­ຄົມ.

# ຂ່າວ & ພາບ: ລັດ​ເວ­ລາ

error: Content is protected !!