ໃຊ້ໃຫ້ເປັນ ຈຶ່ງເຫັນຄຸນຄ່າແທ້ໆ

ໂທລະ­ສັບ​ມື​ຖື​ປະ­ເພດ​ສະ­ມາດ​ໂຟນ​ນັ້ນ ມີ​ປະ­ໂຫຍດ​ອະ­ນັນ ແຕ່​ກໍ​ມີ​ໂທດ​ມະ​ຫັນ (ແປ​ວ່າ​ປະ­ໂຫຍດ​ກໍ​ຫຼາຍ ໂທດ​ກໍ​ຫຼາຍ) ຖ້າ​ໃຊ້​ເປັນ ໃຊ້​ຖືກ​ກາ­ລະ​ເທ­ສະ ກໍ​ມີ​ຜົນ​ດີ​ນັບ​ບໍ່​ຖ້ວນ ຖ້າ​ໃຊ້​ແບບ​ເສບ​ຕິດ ຂາດ​ສະ­ຕິ ມັນ​ກໍ​ຈະ​ນຳ​ຜົນ​ຮ້າຍ​ມາ­ສູ່​ຜູ້​ໃຊ້ ແລະ ຄົນ​ຢູ່​ອ້ອມ​ຂ້າງ ເຊັ່ນ: ຈ້ອງ​ໜ້າ​ຈໍ​ເວ­ລາ​ຂ້າມ​ທາງ ເວ­ລາ​ຂັບ​ລົດ ແລະ ການ​ຂາດ​ສະ­ຕິ​ເວ­ລາ​ຖ່າຍ​ເຊວ​ຟີ ກໍ​ອາດ​ຖືກ​ລົດ​ຕຳ ຫຼື ຕົກ​ເຫວ ເພາະ​ມົວ​ແຕ່​ຖອຍ­ຫຼັງ​ເອົາ​ທ່າ​ເອົາ​ທາງ​ເຊວ​ຟີ​ແບບ​ນີ້​ເຂົາ​ເອີ້ນ​ວ່າ ເສັ້ນ​ຜີ ແປ​ວ່າ ເອົາ​ຊີ­ວິດ​ຂອງ​ຕົນ​ໄປ​ບູ­ຊາ​ຜີ ນັ້ນ​ແລ !.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!