ການປົກຄອງລັດດ້ວຍກົດໝາຍ

ຕາມ​ທັດ­ສະ­ນະ​ແນວ­ທາງ​ການ​ປ່ຽນ­ແປງ ໃໝ່ ຂອງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ແມ່ນ ສ້າງ​ລັດ​ແຫ່ງ ສປປ ລາວ ໃຫ້​ກາຍ­ເປັນ ການ​ປົກ­ຄອງ​ລັດ​ດ້ວຍ​ກົດ­ໝາຍ​ເທື່ອ​ລະ ກ້າວ ເພື່ອ​ຮັບ­ປະ­ກັນ​ການ​ເສີມ​ຂະ­ຫຍາຍ​ສິດ ເປັນ​ເຈົ້າ​ຂອງ​ປະ­ເທດ​ຊາດ ຂອງ​ປະ­ຊາ­ຊົນ ລາວ​ບັນ­ດາ­ເຜົ່າ ສິດ­ທິ​ຂອງ​ພົນ­ລະ­ເມືອງ ຜົນ​ປະ­ໂຫຍດ​ຂອງ​ເດັກ ຄວາມ​ສະ­ເໝີ­ພາບ ລະ­ຫວ່າງ ຍິງ-ຊາຍ ຊົນ­ເຜົ່າ ເພີ່ມ​ທະ­ວີ ໃນ​ການ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ເສດ­ຖະ­ກິດ-ສັງ­ຄົມ ດ້ວຍ​ລັດ​ຖະ​ທຳ​ມະ­ນູນ ແລະ ກົດ ໝາຍ ແລະ ເພື່ອ​ນຳ­ພາ​ປະ­ເທດ​ຊາດ ກ້າວ ຂຶ້ນ​ສູ່​ສັງ­ຄົມ​ນິ­ຍົມ ຊຶ່ງ​ເລີ່ມ​ແຕ່​ມະ­ຕິ​ກອງ​ປະ ຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ພັກ (1986) ເປັນ ຕົ້ນ​ມາ ໂດຍ​ແມ່ນ​ທັດ­ສະ­ນະ​ຂອງ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ແລ້ວ​ທ່ານ​ຍັງ​ໄດ້​ໃຫ້ ທັດ­ສະ­ນະ​ວ່າ “ລັດ​ແຫ່ງ​ກົດ­ໝາຍ ແມ່ນ​ລັດ​ທີ່​ຖື​ກົດ­ໝາຍ​ສູງ​ກວ່າ​ສິ່ງ​ໃດໆ”.

ໃນ​ການ​ປົກ­ຄອງ​ລັດ​ດ້ວຍ​ກົດ­ໝາຍ ຕ້ອງ ອີງ­ໃສ່​ສະ­ພາບ​ແວດ​ລ້ອມ ເງື່ອນ­ໄຂ ແລະ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຕ່າງໆ ຂອງ​ປະ ເທດ​ເຮົາ ຊຶ່ງ​ມີ​ອົງ​ປະ­ກອບ​ດັ່ງ­ນີ້:

1) ສ້າງ​ລະ­ບົບ​ກົດ­ໝາຍ​ຂອງ ສປປ ລາວ ໃຫ້​ເປັນ​ລະ­ບົບ​ຄົບ​ຊຸດ ແລະ ມີ​ຄວາມ​ຮັດ­ກຸມ.

2) ສ້າງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ ຢູ່ ສປປ ລາວ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມ­ແຂງ ໂປ່ງ​ໃສ ແລະ ປັບ­ປຸງ​ລະ­ບອບ ລະ­ບຽບ ວິ­ທີ​ການ​ເຮັດ​ວຽກ.

3) ສ້າງ​ບຸ​ຄະ­ລາ​ກອນ ໃນ​ຂົງ­ເຂດ​ກົດ­ໝາຍ ແລະ ຍຸ­ຕິ​ທຳ ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ເຂັ້ມ​ງວດ.

4) ສ້າງ​ສູນ​ຂໍ້​ມູນ-ຂ່າວ­ສານ​ດ້ານ​ກົດ­ໝາຍ ການ​ມີ​ສ່ວນ​ຮ່ວມ​ຂອງ​ປະ­ຊາ­ຊົນ ໃນ​ວຽກ ງານ​ກົດ­ໝາຍ ແລະ ຍຸ­ຕິ​ທຳ ໃຫ້​ປະ­ຊາ­ຊົນ ເຂົ້າ​ເຖິງ​ຂະ​ບວນ​ການ​ຍຸ­ຕິ​ທຳ.

5) ສ້າງ​ລະ­ບົບ​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ບັນ ດາ​ອົງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ ແລະ ຍຸ­ຕິ​ທຳ ໃຫ້​ມີ​ຄວາມ​ທັນ​ສະ­ໄໝ.

ສະ­ນັ້ນ  “ການ​ປົກ­ຄອງ​ລັດ​ດ້ວຍ​ກົດ­ໝາຍ” ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ທີ່​ສຸດ​ໃນ ການ​ຄົງ​ຕົວ​ຂອງ​ລັດ​ໃດ​ໜຶ່ງ ການ​ສ້າງ​ລັດ ແຫ່ງ ສປປ ລາວ ໃຫ້​ກາຍ­ເປັນ​ການ​ປົກ ຄອງ​ລັດ​ດ້ວຍ​ກົດ­ໝາຍ ເປັນ​ບັນ­ຫາ​ທີ່​ທ້າ ທາຍ ແລະ ໃຊ້​ເວ­ລາ​ຍາວ​ນານ​ພໍ​ສົມ­ຄວນ  ໂດຍ​ຜ່ານ​ຂະ​ບວນ​ວິ­ວັດ​ຕ່າງໆ ເພື່ອ​ກ້າວ​ໄປ ເຖິງ​ຈຸດ­ໝາຍ​ບັນ­ລຸ​ຕາມ​ຈຸດ­ປະ­ສົງ ແລະ ລະ­ດັບ​ຄາດ­ໝາຍ ສ້າງ​ສະ­ພາບ​ແວດ​ລ້ອມ ເງື່ອນ­ໄຂ ແລະ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ ຕ່າງໆ ຂອງ​ປະ­ເທດ​ເຮົາ​ໃຫ້​ມີ​ຄວາມ­ສຸກ​ງອມ ເທື່ອ​ລະ​ກ້າວ ສະ­ນັ້ນ ເພື່ອ​ຢາກ​ໃຫ້​ລັດ​ແຫ່ງ ສປປ ລາວ ເປັນ​ການ​ປົກ­ຄອງ​ລັດ​ດ້ວຍ​ກົດ ໝາຍ ແລະ ນຳ­ພາ​ປະ­ເທດ​ຊາດ​ໃຫ້​ກ້າວ​ຂຶ້ນ​ສູ່​ສັງ­ຄົມ​ນິ­ຍົມ​ເທື່ອ​ລະ​ກ້າວ​ນັ້ນ ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ນັກ­ຮຽນ​ຮູ້ ປັນ­ຍາ​ຊົນ ແລະ ພົນ­ລະ­ເມືອງ​ລາວ​ທຸກ​ຄົນ ຕ້ອງ​ເປັນ ເຈົ້າ​ການ​ຍົກ​ສູງ​ສະ­ຕິ​ການ​ເຄົາ­ລົບ ແລະ ປະ­ຕິ­ບັດ ລັດ​ຖະ​ທຳ​ມະ­ນູນ ກົດ­ໝາຍ ລະ ບຽບ​ການ ຫຼື ນິ­ຕິ​ກຳ ຂັ້ນ​ຕ່າງໆ​ວາງ​ອອກ ຢ່າງ​ເຂັ້ມ​ງວດ.  

ໂດຍ: ສ. ສາຍ​ນ້ຳ​ຊຳ

error: Content is protected !!