ຈະພັດທະນາເຂດອ້ອມຂ້າງສະຖານີລົດໄຟລາວ-ຈີນ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ ຢູ່ 3 ແຂວງ 1 ນະຄອນຫຼວງວຽງຈັນ (ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ແລະ ແຂວງອຸດົມໄຊ) ລະ ຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈັດຂຶ້ນວັນທີ 11 ທັນວາ 2020 ຢູ່ໂຮງແຮມດອນຈັນພາເລດ ຕາງໜ້າໃຫ້ຝ່າຍ ສປປ ລາວ ລົງນາມໂດຍທ່ານນາງ ຄຳຈັນ ວົງແສນບູນ ຮອງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຊ່ຽວ ຊຽນເຫວີນ ຜູ້ອຳນວຍການໃຫຍ່ບໍລິສັດ ທາງ ລົດໄຟລາວ-ຈີນ ຈຳກັດ ມີທ່ານ ແສງດາລິດ ກັດຕິຍະສັກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ຍທຂ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ພ້ອມຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ທັງ 3 ແຂວງຮ່ວມເຊັນເປັນພະຍານ. 

    ທ່ານ ຊ່ຽວ ຊຽນເຫວີນ ກ່າວວ່າ: ການພັດທະນາເຂດອ້ອມຂ້າງສະຖານນີລົດໄຟ ບໍລິສັດລາວ-ຈີນ ຈະອີງຕາມສະພາບຕົວຈິງທີ່ແຕກຕ່າງກັນ ໃນແຕ່ລະຕົວນິຄົມໂລຈິສຕິກເປັນໃຈກາງ ເອົາການພັດທະນາອຸດສາຫະກຳເປັນພື້ນຖານ ທີ່ປະສົມປະສານກັນລະຫວ່າງຕົວເມືອງ ແລະ ອຸດສາຫະກຳເປັນທິດນຳ ດຳເນີນການໜຶ່ງເມືອງໜຶ່ງນະໂຍບາຍ ທີ່ມີນິຄົມອຸດສາຫະກຳ ນິຄົມການຄ້າໂລຈິສຕິກ ແລະ ນິຄົມອື່ນໆ ເອົາທາງລົດໄຟສົ່ງເສີມອຸດສາຫະກຳ ເຮັດໃຫ້ກາຍເປັນແລວເສດຖະກິດ ການຈັດສັນຢ່າງເໝາະສົມ ແລະ ອຸດສາຫະກຳການຜະລິດທີ່ທັນສະໄໝ.

                           # ຂ່າວ & ພາບ : ຊິລິການດາ

error: Content is protected !!