ວິທີແກ້ສົ້ນຕີນແຕກ ໂດຍບໍ່ຕ້ອງເສຍເງິນ ຊື້ຄີມແພງໆ

ສົ້ນ​ຕີນ​ແຕກ ເປັນ​ພາ­ວະ​ທີ່​ເຮັດ ໃຫ້​ຄົນ​ສ່ວນ​ຫຼາຍ​ຫຼີກ​ລ່ຽງ​ບໍ່​ໄດ້ ເຊິ່ງ​ສາ­ເຫດ​ຂອງ​ການ​ເກີດ​ສົ້ນ​ຕີນ​ແຕກ​ກໍ​ມາ​ຈາກ​ຫຼາກ​ຫຼາຍ​ສາ­ເຫດ​ດ້ວຍ​ກັນ ໃນ​ໄລ­ຍະ​ເລີ່ມ​ທຳ​ອິດ​ຂອງ​ອາ­ການ​ສົ້ນ​ຕີນ​ແຕກ ຈະ​ເລີ່ມ​ຈາກ​ບວມ​ແຕກ ຫຼື ການ​ອັກ­ເສບ ຫາກ​ທ່ານ​ປະ​ໄວ້​ຈະ​ເຮັດ​ໃຫ້​ຝາ​ຕີນ ເລີ່ມ​ໜາ​ຂຶ້ນ ແລະ ແຕກ​ເປັນ​ຮອຍ​ນ້ອຍໆ ແລະ ປະ​ໄວ້​ດົນໆ ບໍ່​ຫາ​ທາງ​ແກ້​ໄຂ ໜັງ​ກຳ­ພ້າ​ກໍ​ແຕກ ເປັນ​ຮ່ອງ​ເລິກ​ບໍ­ລິ­ເວນ​ສົ້ນ​ຕີນ​ໄດ້.

ໃນ​ກໍ­ລະ­ນີ​ທີ່​ສົ້ນ​ຕີນ​ແຕກ​ຕິດ​ກັນ​ເປັນ​ເວ­ລາ​ດົນໆ ອາດ​ເຮັດ​ໃຫ້​ມີ​ເຊື້ອ​ແບັດ​ທີ​ເຣຍ​ເຂົ້າ​ໄປ​ສະ​ສົມ​ໄດ້ ດົນ​ໄປ​ຖ້າ​ເປັນ​ຫຼາຍໆ ສົ້ນ​ຕີນ​ທີ່​ແຕກ​ອາດ​ມີ​ເລືອດ ໄຫຼ​ຊຶມ​ອອກ​ມາ ແລະ ມີ​ອາ­ການ​ເຈັບ​ແສບ​ຈົນ​ຍ່າງ ຊິ​ບໍ່​ໄຫວ ແລະ ອາດ​ເຖິງ​ຂັ້ນ​ຮ້າຍ​ແຮງ​ຈົນ​ເກີດ​ເຊື້ອ​ລາ​ໄດ້

ສຳ​ຫຼັບ​ໃຜ​ທີ່​ກຳ­ລັງ​ປະ­ສົບ​ບັນ­ຫາ​ເຫຼົ່າ​ນີ້​ຢູ່ ຢ່າ​ປະ​ໄວ້​ດົນ​ຈົນ​ກາຍ­ເປັນ​ບັນ­ຫາ​ໃຫຍ່ ແລະ ທາງ​ທີ່​ດີ ທ່ານ​ຄວນ​ຫາ​ວິ­ທີ​ແກ້​ໄຂ​ແຕ່​ທຳ​ອິດ​ຈະ​ດີ​ກວ່າ ແລະ ໝັ່ນ​ບຳ­ລຸງ​ສົ້ນ​ຕີນ​ຢູ່​ສະ­ເໝີ ເພື່ອ​ຄວາມ​ສວຍ​ງາມ ຂອງ​ສົ້ນ​ຕີນ​ທີ່​ຈະ​ຢູ່​ກັບ​ທ່ານ​ຕະ­ຫຼອດ​ໄປ.

ສາວໆ​ຄົນ​ໃດ​ທີ່​ມີ​ບັນ­ຫາ​ສົ້ນ​ຕີນ​ແຕກ ໃສ່​ເກີບ​ເປີດ ສົ້ນ​ກໍ​ບໍ່​ງາມ ຍ່າງ​ຕີນ​ເປົ່າ​ກໍ​ເກາະ​ມຸ້ງ​ເກາະ​ພົມ​ໜ້າ ລຳ​ຄານ ເຖິງ​ແມ່ນ​ອາ­ການ​ສົ້ນ​ຕີນ​ແຕກ​ຈະ​ບໍ່​ມີ ອັນ­ຕະ­ລາຍ​ຫຍັງ ແຕ່​ກໍ​ເຮັດ​ໃຫ້​ໝົດ​ຄວາມ​ໝັ້ນ​ໃຈ ແລະ ເປັນ​ບັນ­ຫາ​ດ້ານ​ຄວາມ​ສວຍ​ງາມ​ຂອງ​ສາວໆ​ໄດ້ ມາ​ເບິ່ງ​ວິ​ທີ່​ແກ້​ດັ່ງ​ລຸ່ມ​ນີ້​ເລີຍ.

ສ່ວນ​ປະ­ສົມ​ທີ່​ຕ້ອງ​ມີ:

– ນ້ຳ­ຕານ​ຊາຍ​ຂາວ 2 ບ່ວງ.

– ນ້ຳ­ມັນ​ໝາກ­ກອກ ຫຼື ເບ​ບີ້​ອອຍ​ກໍ​ໄດ້ 1/2 ບ່ວງ.

ວິ­ທີ​ເຮັດ:

– ນຳ​ນ້ຳ­ຕານ​ຊາຍ​ຂາວ ແລະ ນ້ຳ­ມັນ​ທີ່​ກຽມ​ໄວ້ ປະ­ສົມ​ເຂົ້າ­ກັນ.

– ເອົາ​ມາ​ຂັດ​ບໍ­ລິ­ເວນ​ທີ່​ເກີດ​ບັນ­ຫາ ສົ້ນ​ຕີນ​ແຕກ ປະ­ມານ 10-15 ນາ­ທີ ແລ້ວ​ລ້າງ​ອອກ ເຮັດ​ແບບ​ນີ້​ເປັນ​ປະ­ຈຳ​ອາ­ທິດ​ລະ 2-3 ຄັ້ງ.

– ນ້ຳ­ຕານ​ຊາຍ ຈະ​ຊ່ວຍ​ໃຫ້​ຜີວ​ທີ່​ຫຼຸດ​ລອກ ຫຼຸດ​ອອກ ມາ​ໄດ້​ງ່າຍ ນອກ­ຈາກ​ນີ້ ເກັດ​ຂອງ​ນ້ຳ­ຕານ​ຊາຍ ຍັງ​ມີ​ຄວາມ​ອ່ອນ­ໂຍນ​ບໍ່​ທຳ­ຮ້າຍ​ຜີວ.

– ສ່ວນ​ນ້ຳ­ມັນ​ໝາກ­ກອກ ຫຼື ເບ​ບີ້​ອອຍ ຈະ​ຊ່ວຍ​ບຳ­ລຸງ​ໃຫ້​ຜີວ​ມີ​ຄວາມ​ຊຸມ​ຊື້ນ ຜິວ­ໜັງ​ທີ່​ເກີດ​ຂື້ນ​ໃໝ່​ຈະ​ມີ​ຄວາມ​ແຂງ­ແຮງ ບໍ່​ແຫ້ງ​ແຕກ​ອີກ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!