ມາເລເຊຍ ຈັດກິດຈະກໍາທາງ Online ສົ່ງເສີມການທ່ອງທ່ຽວ

     ການ​ລະບາດ​ຂອງ Covid-19 ໄດ້​ກະທົບ​ໃສ່​ທຸກ​ຂະແໜງການ ທີ່​ລວມ​ເຖິງ​ຂະແໜງ​ການທ່ອງທ່ຽວ ຈົນ​ເຮັດ​ໃຫ້​ສະພາບ​ການທ່ອງທ່ຽວ​ໃນ​ຫຼາຍໆ​ປະເທດ​ງຽບ​ເຫງົາ​ແກ່ຍາວ​ເກືອບ​ປີ ຫຼາຍ​ກິດຈະກຳ​ທາງ​ດ້ານ​ການທ່ອງທ່ຽວ​ໄດ້​ຖືກ​ຍົກເລີກ​ຈາກ​ສະພາບ​ການ​ດັ່ງກ່າວ ເຮັດ​ໃຫ້​ຫຼາຍ​ປະເທດ​ເລັ່ງ​ຊອກ​ຫາ​ນະໂຍບາຍ ວິທີ​ການ​ຕ່າງໆ ເພື່ອ​ແກ້​ໄຂ ແລະ ປັບ​ຕົວ​ເຮັດ​ໃຫ້​ການທ່ອງທ່ຽວ​ໃຫ້​ສອດຄ່ອງ​ກັບ​ສະເພາະ​ຄວາມ​ເປັນ​ຈິງ ເຊັ່ນ: ການ​ສົ່ງເສີມ​ການທ່ອງທ່ຽວ​ພາຍ​ໃນ ພ້ອມ​ນັ້ນ​ຍັງ​ຫັນ​ໄປ​ໃສ່​ການ​ຈັດ​ກິດຈະກຳ​ຕ່າງໆ​ຜ່ານ​ລະບົບ​ອອນ​ລາຍ ບໍ່​ວ່າ​ຈະ​ເປັນ​ກອງ​ປະຊຸມ​ລະດັບ​ພາກ​ພື້ນ​ລະດັບ​ວິຊາ​ການ ແລະ ອື່ນໆ.

   ມາ​ເລ​ເຊຍ ຖື​ໄດ້​ວ່າ​ເປັນ​ປາຍທາງ​ຂອງ​ນັກ​ທ່ອງ​ທ່ຽວ​ຈາກ​ທຸກ ສາລະ​ທິດ​ໃນ​ທົ່ວ​ໂລກ ເມື່ອ​ພົບ​ກັບ ສະພາບ​ການ​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ກໍ​ເຮັດ​ໃຫ້​ການທ່ອງທ່ຽວ​ໃນ​ມາ​ເລ​ເຊຍ​ບໍ່​ຄຶກຄື້ນ​ຄື​ກັບ​ເມື່ອ​ກ່ອນ ເຮັດ​ໃຫ້​ລັດຖະບານ ກໍ​ຄື ອົງ​ການທ່ອງທ່ຽວ​ມາ​ເລ​ເຊຍ ຊອກ​ຫາ​ທຸກ​ວິທີ​ທາງ​ໃນ​ການ​ສົ່ງເສີມ​ການທ່ອງທ່ຽວ ເພື່ອ​ແນໃສ່​ຟື້ນ​ຟູ​ກັນ​ທ່ອງ​ທ່ຽວ ເຊິ່ງ​ໃນ​ມໍ່ໆ​ຜ່ານ​ມາ ອົງ​ການທ່ອງທ່ຽວ​ມາ​ເລຍ​ເຊຍ ໄດ້​ຈັດ​ກິດຈະກຳ Malaysia Truly Asia ASEAN Virtual Hunt 2020 ກັບ​ສື່​ມວນ​ຊົນ​ບັນດາ​ປະເທດ​ພາກ​ພື້ນ ເພື່ອ​ສົ່ງເສີມ​ການທ່ອງທ່ຽວ.

   ທ່ານ ຊູ​​ລ​ກິ​ຟລີ (Zulkifly Md) ຜູ້ອຳນວຍການ​ອົງການ ທ່ອງ​ທ່ຽວ​ມາ​ເລ​ເຊຍ ກ່າວ​ວ່າ: ກິດຈະກຳ​ຄັ້ງ​ນີ້ ເປັນ​ວິທີ​ທາງ​ໃນ​ການ​ສົ່ງເສີມ​ການທ່ອງທ່ຽວ ພ້ອມ​ທັງ​ເປັນ​ການ​ຮັກສາ​ໄວ້​ຕຳແໜ່ງ​ປະເທດ​ທີ່​ເປັນ​ປາຍທາງ​ຍອດ​ນິຍົມ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ ໃນ​ສະພາບ​ການ​ທີ່​ມີ​ການ ລະບາດ​ຂອງ Covid-19 ກິດຈະກຳ​ຄັ້ງ​ນີ້​ຈັດ​ຂຶ້ນ​ສຳລັບ​ທົບ​ທວນ​ປະສົບ​ການ​ຂອງ​ຜູ້​ທີ່​ເຄີຍ​ເດີນ ທາງ​ໄປ​ທ່ອງ​ທ່ຽວ ແລະ ມີ​ຄວາມ​ຄິດ​ຮອດ​ການ​ເດີນທາງ​ໄປ​ທ່ອງ​ທ່ຽວ​ມາ​ເລ​ເຊຍ ເຊິ່ງ​ພວກ​ເຮົາ ຕ້ອງ​ໄດ້​ທຳ​ໃຈ​ຕໍ່​ການ​ລະບາດ ຂອງ​ພະຍາດ​ດັ່ງກ່າວ​ທີ່​ກະທົບ​ຕໍ່ ການ​ເດີນທາງ ແຕ່​ກິດຈະກຳ​ດັ່ງ ກ່າວ​ໄດ້​ເຮັດ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ ມີ​ຄວາມ​ຮູ້ສຶກ​ຄື​ກັບ​ໄດ້​ເດີນທາງ ໄປ​ສຳຜັດ​ປະເທດ​ມາ​ເລ​ເຊຍ​ດ້ວຍ ຕົນ​ເອງ ຈາກ​ການ​ຄົ້ນ​ຫາ​ສະ ຖານ​ທີ່​ຕ່າງໆ.

    ທ່ານ​ຜູ້ອຳນວຍການ​ອົງ​ການທ່ອງທ່ຽວ​ມາ​ເລ​ເຊຍ ກ່າວ​ຕື່ມ ວ່າ: ພວກ​ເຮົາ​ມີ​ຄວາມ​ພ້ອມ​ໃນ ການ​ຕ້ອນຮັບ​ບັນດາ​ນັກ​ທ່ອງ​ທ່ຽວ ເພື່ອ​ໄປ​ສຳຜັດ​ກັບ​ຄວາມ​ຫຼາກ​ຫຼາຍ ແລະ ຄວາມ​ເປັນ​ເອກະ ລັກ​ຂອງ​ມາ​ເລ​ເຊຍ ພາຍຫຼັງ​ທີ່​ມີ​ການ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ສາມາດ​ເດີນທາງ​ເຂົ້າ-ອອກ​ດ່ານ​ຊາຍ​ແດນ​ຄືນໃໝ່.

    ກິດຈະກຳ​ຄັ້ງ​ນີ້​ຈັດ​ຂຶ້ນ​ເພື່ອ ເປັນ​ການ​ສ້າງ​ສາຍ​ພົວພັນ​ລະຫວ່າງ​ສື່ 30 ທີມ ຈາກ 9 ປະເທດ ຮ່ວມ​ສຳຜັດ​ປະສົບ​ການ​ແບບ​ດີ​ຈີ​ຕອນ ເພື່ອ​ຊອກ​ຫາ​ສະຖານທີ່​ທົ່ວ​ປະເທດ​ມາ​ເລ​ເຊຍ ເຊິ່ງ​ການ​ແຂ່ງຂັນ​ຄັ້ງ​ນີ້​ມີ​ລາງວັນ​ລວມ​ມູນ​ຄ່າ ເຖິງ 1.000 ໂດ​ລາ​ສະຫະລັດ ສ່ວນ​ການ​ແຂ່ງຂັນ​ຜູ້​ເຂົ້າ​ຮ່ວມ​ແມ່ນ​ໄດ້​ຊອກ​ຫາ​ສະຖານທີ່​ຜ່ານ​ທາງ​ອິນ​ເຕີ​ເນັດ  ໂດຍ​ການ​ໃຊ້ google map ໃຫ້​ຖືກຕ້ອງ​ຕາມ​ທາງ​ຜູ້​ຈັດ​ງານ​ໄດ້​ກຳນົດ​ໄວ້.

    ສຳລັບ​ສື່​ມວນ​ຊົນ​ຈາກ ​ສປປ  ລາວ ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄັ້ງ ນີ້ ມີ 2 ທີມ ຈາກ​ໂທລະພາບ​ແຫ່ງ​ຊາດ ລາວ ແລະ ໜັງສືພິມ​ວຽງ​ຈັນ​ໃໝ່ ໂດຍ​ສະຖານທີ່​ຈັດການ​ແຂ່ງຂັນ​ແມ່ນ​ຢູ່​ສະຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ປະເທດ​ມາ​ເລ​ເຊຍ ປະຈຳ ​ສປປ ລາວ ໂດຍ​ມີ ທ່ານ​ນາງ​ຣາ​ຟິ​ກາ (Rafiqa Hazura Md Ridzuan) ອັກ​ຄະ​ລັດ​ຖະ​ທູດ​ທີ່​ປຶກສາ​ແຫ່ງ​ມາ​ເລ ເຊຍ ປະຈຳ ​ສປປ ລາວ ແລະ ຕາງໜ້າ​ອົງ​ການທ່ອງທ່ຽວ​ມາ​ເລ​ເຊຍ ປະຈຳ ​ສປປ ລາວ ເຂົ້າ​ຮ່ວມ.

    ສ່ວນ​ຜົນ​ຂອງ​ການ​ແຂ່ງຂັນ​ອັນ​ດັບ​ໜຶ່ງ​ເປັນ​ຂອງ​ທີມ Twin Tower ແລະ Berjaya ສື່​ມວນ​ຊົນ​ຈາກ​ປະເທດ ອິນ​ໂດ​ເນ​ເຊຍ ສ່ວນ​ທີ່ 3 ແມ່ນ​ທີມ​ສື່​ມວນ​ຊົນ​ຈາກ ຟີ​ລິບ​ປິນ ໄດ້​ຮັບ​ລາງວັນ ມູນ​ຄ່າ 500-300-200 ໂດ​ລາ​ສະຫະລັດ ຕາມ​ລຳດັບ.

ໂດຍ: ສ.ແສງ​ງາມ

error: Content is protected !!