ກຸງສີ ຈັດກິດຈະກຳສົ່ງເສີມຄວາມປອດໄພໃນການຂັບຂີ່ລົດຈັກ

ບໍ­ລິ­ສັດ ກຸງ​ສີ ບໍ­ລິ­ການ​ເຊົ່າ​ສິນ​ເຊື່ອ ຈຳ­ກັດ ຮ່ວມ​ກັບ​ກຸ່ມ​ບໍ­ລິ­ສັດ ນິວ​ຈິບ​ເຊັງ ຈຳ­ກັດ ຈັດ​ໂຄງ­ການ​ສົ່ງ­ເສີມ​ຄວາມ​ປອດ​ໄພ​ໃນ​ການ​ຂັບ​ຂີ່​ລົດ­ຈັກ “ໄຟ​ທ້າຍ​ດັບ=ຊີ­ວິດ​ສ່ຽງ” ຂຶ້ນ​ວັນ​ທີ 15 ທັນ­ວາ 2020 ຢູ່​ສູນ​ຮອນ​ດາ ສາ­ຂາ​ວັດ​ໄຕ ນະ­ຄອນ­ຫຼວງ​ວຽງ​ຈັນ.

ທ່ານ ສົມ​ມິດ ຊ່ວຍ​ນຸ​ສົນ ອຳ­ນວຍ​ການ​ຝ່າຍ​ຂາຍ​ສິນ​ເຊື່ອ​ຍານ­ພາ­ຫະ­ນະ ບໍ­ລິ­ສັດ ກຸງ​ສີ ບໍ­ລິ­ການ​ເຊົ່າ​ສິນ​ເຊື່ອ ຈຳ­ກັດ ກ່າວ​ວ່າ: ປີ 2019 ມີ​ອຸ­ບັດ­ເຫດ​ເກີດ 6.616 ລາຍ ພາ­ຫະ­ນະ​ເປ່​ເພ 11.642 ຄັນ ຄົນ​ໄດ້​ຮັບ​ບາດ­ເຈັບ 10.644 ຄົນ ເສຍ​ຊິ­ວິດ 1.134 ຄົນ ສະ­ເພາະ​ເດືອນ​ມັງ­ກອນ-ກັນ­ຍາ2020 ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 4.795 ລາຍ ພາ­ຫະ­ນະ​ເປ່​ເພ 8.504 ຄັນ ຄົນ​ໄດ້​ຮັບ​ບາດ­ເຈັບ 6.954 ຄົນ ເສຍ​ຊິ­ວິດ 745 ຄົນ ສາ­ເຫດ​ສ່ວນ​ໃຫຍ່​ເນື່ອງ​ຈາກ​ການ​ເມົາ​ແລ້ວ​ຂັບ ຂັບ​ດ້ວຍ​ຄວາມ​ໄວ​ເກີນ ຫຼື ໄຟ​ໜ້າ ແລະ ໄຟ​ທ້າຍ​ລົດ​ເພ ບໍ­ລິ­ສັດ ກຸງ​ສີ ບໍ­ລິ­ການ​ເຊົ່າ​ສິນ​ເຊື່ອ ຈຳ­ກັດ ຈຶ່ງ​ເລັງ​ເຫັນ​ຄວາມ​ສຳ­ຄັນ​ຂອງ​ການ​ປ້ອງ​ກັນ​ອຸ­ບັດ­ເຫດ ແລະ ໄດ້​ຮ່ວມ​ກັບ​ກຸ່ມ​ບໍ­ລິ­ສັດ ນິວ​ຈິບ​ເຊັງ ຈຳ­ກັດ ຈັດ​ໂຄງ­ການ​ສົ່ງ­ເສີມ​ຄວາມ​ປອດ​ໄພ​ໃນ​ການ​ຂັບ​ຂີ່​ລົດ­ຈັກ​ຂຶ້ນ ດ້ວຍ​ການ​ປ່ຽນ​ຕາ​ໄຟ​ລົດ­ຈັກ Wave 100 Wave 110 (ໄຟ​ໜ້າ-ໄຟ​ທ້າຍ) 300 ຄັນ ໂດຍ​ບໍ່​ໄດ້​ເສຍ​ຄ່າ ຢູ່​ສູນ​ຮອນ​ດາ​ສາ­ຂາ​ວັດ​ໄຕ ແຕ່​ວັນ​ທີ 15-25 ທັນ­ວາ 2020.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!