ສ້າງຄູ ສ້າງຄົນ

ສ້າງ​ຄູ​ໃຫ້​ເກ່ງ ເພື່ອ​ສ້າງ​ໃຫ້​ໄດ້​ນັກ­ຮຽນ​ເກ່ງ​ນັ້ນ ຕ້ອງ​ເປັນ​ຂະ​ບວນ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະ ຄູ​ເອງ​ບໍ່​ຕ້ອງ​ຫຼົງ​ຕົວ​ວ່າ​ຮຽນ​ຈົບ​ສາຍ​ຄູ​ຊັ້ນ​ສູງ ຫຼື ປະ­ລິນ­ຍາ ແລ້ວ​ຖິ້ມ​ການ​ຄົ້ນ­ຄວ້າ​ສະ­ແຫວງ­ຫາ​ຄວາມ​ຮູ້ ຜູ້​ຂຽນ​ໄດ້​ອ່ານ​ແຜນ​ຍຸດ​ທະ​ສາດ​ການ​ສຶກ​ສາ​ຕັ້ງ­ແຕ່​ປີ 2000 ແຕ່​ເຫັນ​ວ່າ​ມີ​ຫຼາຍ​ຈຸດ​ທີ່​ແຜນ​ຍຸດ​ທະ​ສາດ ຊີ້​ທາງ​ໃຫ້​ແງ່​ຄິດ​ແກ່​ວຽກ​ງານ​ການ​ສຶກ​ສາ ແລະ ໃຫ້​ແນວ­ທາງ​ການ​ພັດ­ທະ­ນາ​ຕົນ​ຂອງ​ສາຍ​ອາ­ຊີບ​ຄູ​ໜ້າ​ທີ 92 ໄດ້​ເນັ້ນ​ວ່າ: ຕ້ອງ​ຈັດ​ຕັ້ງ​ຄຸ້ມ​ຄອງ​ການ​ສຶກ​ສາ​ໃຫ້​ດີ ເພື່ອ​ໃຫ້​ຜູ້​ສອນ ແລະ ຜູ້​ຮຽນ​ປະ­ຕິ­ບັດ​ໄດ້​ຕາມ​ນະ­ໂຍ­ບາຍ​ການ​ສຶກ​ສາ.

ແຜນ​ຍຸດ​ທະ​ສາດ​ສະ­ບັບ​ນີ້​ໜ້າ​ທີ 47 ໄດ້​ຂຽນ​ວ່າ: ປັບ­ປຸງ​ຖັນ​ແຖວ​ພະ­ນັກ­ງານ​ຄຸ້ມ​ຄອງ​ການ​ສຶກ​ສາ ກວດ­ກາ​ການ​ປະ­ຕິ­ບັດ​ຂໍ້​ກຳ­ນົດ ແລະ ນະ­ໂຍ­ບາຍ​ກ່ຽວ​ກັບ​ວຽກ​ງານ​ສຶກ​ສາ…ປຸກ­ລະ­ດົມ​ການ​ແຂ່ງ­ຂັນ: ສອນ​ດີ ຮຽນ​ດີ ແລະ ຄຸ້ມ​ຄອງ​ໂຮງ­ຮຽນ​ດີ ໃນ​ຂະ­ແໜງ­ການ​ສຶກ​ສາ ພ້ອມ​ກັນ​ນັ້ນ ກໍ​ມີ​ການ​ຍ້ອງ­ຍໍ​ຊົມ­ເຊີຍ​ຢ່າງ​ທັນ​ການ ເຮົາ​ສາ­ມາດ​ເຂົ້າ­ໃຈ​ວ່າ​ນະ­ໂຍ­ບາຍ​ແຂ່ງ­ຂັນ ສອນ​ດີ ຮຽນ​ດີ ແລະ ຄຸ້ມ​ຄອງ​ໂຮງ­ຮຽນ​ດີ ເປັນ​ນະ­ໂຍ­ບາຍ​ທີ່​ຄົບ​ຖ້ວນ​ສົມ­ບູນ​ໃນ​ໂຕ ເພາະ​ຢ່າ​ລືມ​ວ່າ​ຄູ​ຈະ​ສອນ​ດີ​ໄດ້​ຕ້ອງ​ເປັນ​ຄູ​ເກ່ງ ມີ​ຄວາມ​ຮູ້​ແທ້​ຈິງ​ໃນ​ວິ­ຊາ​ທີ່​ຕົນ​ເອງ​ສອນ ແລະ ຄູ​ຄົນ​ນັ້ນ​ຄົງ​ຕ້ອງ​ເປັນ​ຜູ້​ມັກ​ຮັກ​ການ​ຄົ້ນ­ຄວ້າ ບໍ່​ຫຼົງ​ຕົວ​ເອງ​ວ່າ​ຮຽນ​ຈົບ​ສູງ ບໍ່​ຕ້ອງ​ພັດ­ທະ­ນາ​ຄວາມ​ຮູ້.

ສຳ­ລັບ​ຮຽນ​ດີ​ນັ້ນ ແມ່ນ​ໜ້າ­ທີ່​ຂອງ​ນັກ­ຮຽນ​ທີ່​ບໍ່​ຂີ້­ຄ້ານ ຢາກ​ສ້າງ​ຕົນ​ເອງ ຊອກ​ສະ­ແຫວງ­ຫາ​ຄວາມ​ຮູ້​ໂຕ​ສຸດ​ທ້າຍ ແມ່ນ​ການ​ຄຸ້ມ​ຄອງ​ໂຮງ­ຮຽນ​ດີ ເຊິ່ງ​ສາ­ມາດ​ຕີ​ຄວາມ​ໄດ້​ວ່າ​ແມ່ນ​ໜ້າ­ທີ່​ຂອງ​ຜູ້­ອຳ­ນວຍ­ການ ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ເຊິ່ງ​ຄິດ​ວ່າ​ຕ້ອງ​ລວມ​ເຖິງ​ການ​ຍົກ​ລະ­ດັບ​ການ​ສຶກ​ສາ­ຄູ​ຢ່າງ​ຕໍ່​ເນື່ອງ ເພາະ​ການ​ສ້າງ​ຄູ​ໃຫ້​ເກ່ງ ແລະ ມີ​ວຸດ​ທິ​ການ​ສຶກ​ສາ​ສູງ​ນັ້ນ​ແມ່ນ​ເພື່ອ​ສ້າງ​ຂະ​ບວນ​ການ​ສຶກ​ສາ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ ເປັນ​ເງົາ​ຕາມ​ໂຕ ສຳ­ລັບ​ແຜນ​ພັດ­ທະ­ນາ​ຂະ­ແໜງ​ສຶກ​ສາ ແລະ ກີ­ລາ (2021-2025) ໄດ້​ກຳ­ນົດ​ເອົາ​ໄວ້​ຫຼາຍ​ຈຸດ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ຄູ ເຊັ່ນ​ໃນ​ໜ້າ 135 ໄດ້​ຊີ້​ບອກ​ວ່າ: ຄູ​ສອນ​ຈຳ­ເປັນ​ຕ້ອງ​ມີ​ຄວາມ​ຮູ້​ດ້ານ​ວິ­ຊາ​ການ​ທີ່​ເລິກ­ເຊິ່ງ ຕ້ອງ​ຮັບ­ປະ­ກັນ​ວ່າ​ຄູ​ໄດ້​ສອນ​ຕາມ​ວິ­ຊາ​ການ​ຂອງ​ເຂົາ­ເຈົ້າ…

ສັງ​ລວມ​ວ່າ: ການ​ສ້າງ​ຄູ​ເພື່ອ​ສ້າງ​ຄົນ​ຕ້ອງ​ຮັບ­ປະ­ກັນ​ວ່າ ຄູ​ເອງ​ຕ້ອງ​ເປັນ​ຜູ້​ມີ​ຈັນ​ຍາ​ບັນ​ສູງ​ຕໍ່​ອາ­ຊີບ​ຂະ­ແໜງ​ສຶກ​ສາ​ບາງ​ໜ່ວຍ​ງານ​ຫຼີກ­ເວັ້ນ​ຫາ​ຂໍ້​ອ້າງ ມ່ວນ­ຊື່ນ ຊຸມ​ແຊວ ຍົກ​ຈອກ ຕີ​ບູນ ຈົນ​ມຶນ­ເມົາ ແລ້ວ​ອ້າງ​ວ່າ​ເພື່ອ​ຄວາມ​ສາ­ມັກ­ຄີ ສັງ­ເກດ​ວ່າ​ເວ­ລາ​ຍົກ​ຈອກ​ຈົນ​ມຶນ­ເມົາ​ເວົ້າ​ກັນ​ຈົນ​ບໍ່​ຮູ້​ເລື່ອງ ປາ­ກົດ­ການ​ຫຍໍ້­ທໍ້​ແອບ​ແຝງ​ອາດ​ເກີດ​ຂຶ້ນ ໄດ້​ໃນ​ບາງ​ຂະ­ແໜງ­ການ​ສະ­ເໜີ​ເປັນ​ການ​ແລກ­ປ່ຽນ​ນໍ !.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!