ໄຂໂຄງການວຽກງານຄວບຄຸມຢາສູບ

    ໂຄງ­ການ​ວຽກ​ງານ​ຄວບ​ຄຸມ​ຢາ­ສູບ ທີ່​ໄດ້​ຮັບ​ທຶນ​ຈາກ​ກອງ​ເລ­ຂາ​ສົນ­ທິ­ສັນ­ຍາ​ສາ­ກົນ ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ­ສູບ ໄຂ​ຂຶ້ນ​ເປັນ​ທາງ​ການ ວັນ​ທີ 4 ມີ­ນາ 2020 ຢູ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ໂດຍ​ມີ​ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທ່ານ ມາກ ຈາ​ຄອບ ຜູ້­ຕາງ­ໜ້າ​ອົງ­ການ​ອະ­ນາ­ໄມ​ໂລກ ປະ­ຈຳ​ລາວ ທ່ານ​ນາງ Ricarda Rieger ຜູ້­ຕາງ­ໜ້າ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ປະ­ຈຳ​ລາວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

    ໂຄງ­ການ​ນີ້ ເປັນ​ໂຄງ­ການ​ທຳ​ອິດ ທີ່ ສປປ ລາວ ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ໃນ​ວຽກ​ງານ​ຄວບ​ຄຸມ​ຢາ­ສູບ ເຊິ່ງ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ມີ​ຄວາມ​ທ້າ​ທາຍ​ຫຼາຍ​ສົມ­ຄວນ ຜ່ານ​ມາ​ປະ­ຊາ­ຊົນ​ສ່ວນ​ຫຼາຍ ລວມ​ທັງ​ພະ­ນັກ­ງານ ແລະ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ຢາ­ສູບ ຍັງ​ບໍ່​ເຂົ້າ­ໃຈ​ແຈ້ງ​ກ່ຽວ​ກັບ​ຜົນ​ຮ້າຍ​ທີ່​ເກີດ​ຈາກ​ຢາ­ສູບ ແລະ ການ​ໄດ້​ຮັບ​ຄວັນ​ຢາ­ສູບ​ຂອງ​ຄົນ​ອື່ນ ຜົນ​ສຳ​ຫຼວດ​ອັດ­ຕາ​ການ​ສູບ­ຢາ​ຂອງ​ຜູ້​ໃຫຍ່​ປີ 2015 ໄດ້​ສະ­ແດງ​ໃຫ້​ເຫັນ​ວ່າ​ຜູ້​ຊາຍ​ຄົນ​ລາວ ອາ­ຍຸ 15 ປີ​ຂຶ້ນ​ໄປ ສູບ­ຢາ​ປະ­ມານ 50% ຜູ້­ຍິງ​ສູບ­ຢາ 7% ນອກ​ນີ້ ອັດ­ຕາ​ການ​ສູບ­ຢາ​ຂອງ​ໄວ​ໜຸ່ມ​ລາວ ອາ­ຍຸ 11-15 ປີ ຊີ້​ໃຫ້​ເຫັນ​ວ່າ ໄວ​ໜຸ່ມ​ຊາຍ​ສູບ­ຢາ​ປະ­ມານ 15,7% ແລະ ໄວ​ໜຸ່ມ​ຍິງ​ສູບ­ຢາ​ເກືອບ 6% ໃນ​ນີ້ ລວມ​ທັງ​ສູບ­ຢາ​ໄຟ­ຟ້າ.

    ທ່ານ ພູ­ທອນ ເມືອງ​ປາກ ກ່າວ​ວ່າ: ໂຄງ­ການ​ນີ້​ຈະ​ໄດ້​ສຸມ​ໃສ່​ບາງ​ມາດ­ຕາ​ຫຼັກ​ຂອງ​ສົນ­ທິ­ສັນ­ຍາ​ສາ ກົນ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ­ສູບ ເຊັ່ນ: ວຽກ​ງານ​ປັບ­ປຸງ​ບາງ​ນິ­ຕິ​ກຳ​ທີ່​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ປັບ­ປຸງ​ໃຫ້​ກະ ທັດ​ຮັດ ຊັດ​ເຈນ ແລະ ຖືກ­ຕ້ອງ​ຕາມ​ຄຳ​ແນະ­ນຳ​ຂອງ​ສົນ­ທິ­ສັນ­ຍາ​ສາ­ກົນ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ­ສູບ ສືບ ຕໍ່​ຂະ­ຫຍາຍ​ເຂດ​ປອດ​ຄວັນ​ຢາ­ສູບ​ໃຫ້​ທົ່ວ​ເຖິງ ແລະ ການ​ປົກ​ປ້ອງ​ນະ­ໂຍ­ບາຍ​ຕ່າງໆ ຈາກ​ການ​ແຊກ​ແຊງ​ຂອງ​ບໍ­ລິ­ສັດ​ຢາ­ສູບ​ທຸກ​ຮູບ​ແບບ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໃນ​ນາມ​ປະ­ທານ​ກຳ­ມະ­ການ​ແຫ່ງ​ຊາດ ເພື່ອ​ການ​ຄວບ​ຄຸມ​ຢາ­ສູບ​ຈະ​ສືບ­ຕໍ່​ປະ­ສານ​ງານ ແລະ ເຮັດ​ວຽກ​ກັບ​ບັນ­ດາ​ກະ­ຊວງ​ກ່ຽວ­ຂ້ອງ ໂດຍ​ສະ­ເພາະ​ກະ­ຊວງ​ການ​ເງິນ ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ແລະ ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ ແລະ ນິ­ຕິ​ກຳ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຢາ­ສູບ ສືບ­ຕໍ່​ສ້າງ​ຄວາມ​ເຂົ້າ­ໃຈ​ໃຫ້​ປະ­ຊາ­ຊົນ​ຕໍ່​ຜົນ​ຮ້າຍ​ທີ່​ເກີດ​ຈາກ​ຢາ­ສູບ ແລະ ການ​ໄດ້​ຮັບ​ຄວັນ​ຢາ­ສູບ​ຂອງ​ຄົນ​ອື່ນ ມີ​ການ​ກ່າວ​ເຕືອນ ສຶກ​ສາ​ອົບ­ຮົມ ແລະ ປັບ​ໃໝ​ຕໍ່​ຜູ້​ລະ­ເມີດ​ກົດ­ໝາຍ ແລະ ນິ­ຕິ​ກຳ​ກ່ຽວ­ຂ້ອງ​ໃຫ້​ເຂັ້ມ​ງວດ ເພື່ອ​ປົກ​ປ້ອງ​ສຸ­ຂະ­ພາບ​ຂອງ​ທຸກ​ຄົນ​ຈາກ​ຜົນ​ຮ້າຍ​ທີ່​ເກີດ​ຈາກ​ຢາ­ສູບ ການ​ເສຍ​ຊີ­ວິດ​ກ່ອນ​ໄວ​ອັນ​ຄວນ ທັງ​ເປັນ​ການ​ຫຼຸດ­ຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປິ່ນ­ປົວ​ພະ­ຍາດ​ທີ່​ເກີດ​ຈາກ​ຢາ­ສູບ ໃຫ້​ທຸກ​ຄົນ​ມີ​ສຸ­ຂະ­ພາບ​ເຂັ້ມ­ແຂງ ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃຫ້​ຈະ­ເລີນ​ຮຸ່ງ­ເຮືອງ.

Leave a Reply

error: Content is protected !!