ແຮງງານລາວທີ່ກັກກັນຕົນເອງທີ່ເມືອງຊົນບູລີ ຍັງບໍ່ພົບກໍລະນີສົງໄສຕິດເຊື້ອພະຍາດ Covid-19​

    ໃນວັນທີ 2 ເມສາ 2020 ນີ້ ທ່ານ ທອງທ່ຽງ ສີດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ ໄດ້ໃຫ້ກຽດຕ້ອນຮັບທ່ານ ສຸວິໄລ ຫຼວງຊະລາດ ເລຂາພັກເມືອງ ເຈົ້າເມືອງຊົນນະບູລີ ທ່ານ ຄໍາມອນ ທິລາວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ທີ່ໄດ້ລົງເຄື່ອນໄຫວຕິດຕາມເຝົ້າລະວັງຢ່າງໃກ້ຊິດ ເພື່ອປ້ອງກັນ ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດໂຄວິດ-19 (COVID-19 ) ທີ່ສູນໂຮງຮຽນປະຖົມ ແລະ ມັດທະຍົມໜອງບົວລາວ ສູນໂຮງຮຽນປະຖົມບ້ານນາແພງ ສູນ ມສ ບຶງຊ້າງ ສູນ ມສ ໂນນສະຫວ່າງ ສູນໂຮງຮຽນປະຖົມ ແລະມັດທະຍົມໂນນຄູ້ ສູນໂຮງຮຽນປະຖົມນາໜອງຜໍາ ແລະ ສູນໂຮງຮຽນປະຖົມບ້ານດົງບູນ ເຊີ່ງມີຜູ້ຖືກກັກກັນຊົ່ວຄາວ 14 ວັນ ມີທັງໝົດ 447 ຄົນ ຍີງ 181 ຄົນ ເຊີ່ງໃນທົ່ວເມືອງມີສູນກັກກັນຊົ່ວຄາວທັງໝົດ 57 ສູນ ມີຜູ້ຖືກກັກກັນຊົ່ວຄາວທັງໝົດ 1.799 ຄົນ ຍີງ 866 ຄົນ ມາຮອດປັດຈຸບັນນີ້ ທົ່ວເມືອງຊົນນະບູລີຍັງບໍ່ມີກໍລະນີສົງໄສ. 

    ໂອກາດນີ້ ທ່ານ ທອງທ່ຽງ ສີດາວົງ ກໍໄດ້ຖືໂອກາດແນະນໍາ ເນັ້ນໜັກໃຫ້ທຸກພາກສ່ວນ ຄະນະສະເພາະກິດຂັ້ນເມືອງ ຫົວໜ້າສູນ ແພດໝໍ ແລະ ອໍານາດການປົກຄອງບ້ານທີ່ປະຈໍາແຕ່ລະສູນ ຕ້ອງເອົາໃຈໃສ່ສືກສາອົບຮົມ ປຸກລະດົມຈິດໃຈຜູ້ທີ່ຢູ່ໃນກຸ່ມສ່ຽງ ໃຫ້ເຂົ້າໃຈເຖີງໄພອັນຕະລາຍຂອງພະຍາດນີ້ ບໍ່ໃຫ້ຖືເບົາ ເປັນຕົ້ນແມ່ນໃສ່ຜ້າອັດປາກ-ດັງເມື່ອຢູ່ໃກ້ກັນ ຕ້ອງໝັ່ນລ້າງມືໃຫ້ສະອາດເປັນປະຈໍາ ຕ້ອງຢູ່ຫ່າງກັນປະມານ 2 ແມັດ ບໍ່ກີນເຂົ້າຮ່ວມກັນ ອັນສໍາຄັນ ຖ້າຫາກມີກໍລະນີບຸກຄົນທີ່ມີອາການບໍ່ສະບາຍ ໄຂ້ ໄອ ຈະຕ້ອງໄດ້ແຍກປ່ຽວ ແລະ ຕິດຕາມອາການຢ່າງໃກ້ຊິດ. ທັງນີ້ກໍເພື່ອປ້ອງກັນເຝົ້າລະວັງການແຜ່ລະບາດຂອງພະຍາດອັກເສບປອດໂຄວິດ-19 (COVI-19 ) ທີ່ກໍາລັງແຜ່ລະບາດໃນທົ່ວໂລກ.

error: Content is protected !!