13 ວິທີຫຼຸດຄ່າໃຊ້ຈ່າຍໃນຄົວເຮືອນ

1. ເຮັດ​ອາ­ຫານ​ກິນ​ເອງ​ໃຫ້​ຫຼາຍ​ຂຶ້ນ: ການ​ທີ່​ເຮົາ​ເຮັດ​ກິນ​ເອງ ຫາກ​ເຫຼືອ​ກໍ​ຍັງ​ເກັບ​ໄວ້​ໃນ​ຕູ້­ເຢັນ​ໄວ້​ກິນ​ອີກ​ໄດ້.

2. ຊື້​ຜັກ​ໝາກ​ໄມ້​ຕາມ​ລະ­ດູ​ການ: ນອກ­ຈາກ​ປະ­ຢັດ​ແລ້ວ ຍັງ​ເປັນ​ໄລ­ຍະ​ທີ່​ຜັກ ໝາກ​ໄມ້​ມີ​ຄຸນ​ນະ​ພາບ​ສູງ ແລະ ອີກ​ຢ່າງ​ກໍ​ລາ­ຄາ​ຖືກ​ອີກ​ດ້ວຍ.

3. ຊື້​ອາ­ຫານ​ສົດ​ໃນ​ຕະ­ຫຼາດ: ເພາະ​ຈະ​ຖືກ​ກວ່າ​ໃນ​ຮ້ານ​ສັບ­ພະ​ສິນ­ຄ້າ ຄວນ​ເລືອກ​ເບິ່ງ​ຮ້ານ​ທີ່​ອາ­ຫານ​ນັ້ນ​ສົດ ແລະ ລາ­ຄາ​ກໍ​ເໝາະ​ສົມ.

4. ປູກ​ຜັກ​ກິນ​ເອງ: ເປັນ­ຕົ້ນ​ແມ່ນ​ຫົວ­ສີ­ໃຄ ໝາກ­ເຜັດ ຜັກ­ຊີ ຜັກ­ບົ້ງ ຜັກ­ຫອມ​ບົ່ວ ຫອມ­ປ້ອມ ຈະ​ເຮັດ​ໃຫ້​ເຮົາ​ຫຼຸດ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ຂຶ້ນ.

5. ອາ­ຫານ​ທີ່​ບໍ່​ຈຳ­ເປັນ​ຫຼາຍ​ກໍ​ບໍ່​ຄວນ​ຊື້: ອາ­ຫານ​ປະ­ເພດ​ໃດ​ທີ່​ເຫັນ​ວ່າ​ບໍ່​ມີ​ຄວາມ​ຈຳ­ເປັນ​ປານ­ໃດ ກໍ​ບໍ່​ຄວນ​ຊື້ ສິ່ງ​ໃດ​ປະ­ຢັດ​ໄດ້​ກໍ​ຄວນ​ປະ­ຢັດ.

6. ຈົດ​ອາ­ຫານ​ທີ່​ຕ້ອງ­ການ​ຊື້: ຕ້ອງ​ຊື້​ຕາມ​ທີ່​ເຮົາ​ຈົດ​ລາຍ­ການ​ໄປ​ນັ້ນ​ກໍ​ພໍ ຢ່າ​ຊື້​ພຽງ​ເພາະ​ຄຳ​ໂຄ­ສະ­ນາ.

7. ປິດ​ໄຟ ປິດ​ເຄື່ອງ­ໃຊ້​ໄຟ­ຟ້າ: ເມື່ອ​ໃດ​ທີ່​ເຮົາ​ໃຊ້ ແລ້ວ​ກໍ​ຄວນ​ປິດ ຖອດ​ປັກ​ສຽບ ແລະ ປິດ​ນ້ຳ​ທຸກ​ຄັ້ງ​ທີ່​ບໍ່​ໄດ້​ໃຊ້​ງານ​ແລ້ວ.

8. ເລືອກ​ໃຊ້​ເຄື່ອງ­ໃຊ້​ໄຟ­ຟ້າ​ທີ່​ປະ­ຢັດ​ພະ­ລັງ­ງານ: ແອ ໝໍ້​ຫຸງ​ເຂົ້າ ຕູ້­ເຢັນ ໄມ​ໂຄຣ​ເວັບ ຖ້າ​ຫາກ​ເປັນ​ລຸ້ນ​ທີ່​ເກົ່າ​ຫຼາຍ​ກໍ​ຈະ​ກິນ​ໄຟ​ຫຼາຍ ຖ້າ​ຢາກ​ປະ­ຢັດ​ໄຟ​ໄລ­ຍະ​ຍາວ ຄວນ​ຊື້​ລຸ້ນ​ໃໝ່​ມາ​ປ່ຽນ​ຈະ​ດີ​ກວ່າ.

9. ຫາກ​ຕ້ອງ­ການ​ອົບ​ອາ­ຫານ: ໃຫ້​ອົບ​ຫຼາຍ​ຢ່າງ ພ້ອມ​ກັນ​ຈະ​ດີ​ກວ່າ ແຕ່​ຖ້າ​ຫາກ​ມີ​ໜ້ອຍ ຄວນ​ໃຊ້​ໄມ​ໂຄຣ​ເວັບ ແທນ​ເຕົາ​ອົບ​ຂະ­ໜາດ​ໃຫຍ່.

10. ຮັກ­ສາ​ສະ­ພາບ​ການ​ໃຊ້​ງານ​ຂອງ​ເຄື່ອງ­ໃຊ້​ໄຟ­ຟ້າ​ທຸກ​ຢ່າງ: ໃຫ້​ຢູ່​ໃນ​ສະ­ພາບ​ທີ່​ເຮັດ​ວຽກ​ໄດ້​ດີ​ສະ­ເໝີ ລວມ​ຮອດ​ການ​ທຳ​ຄວາມ​ສະ­ອາດ​ເຄື່ອງ­ໃຊ້​ໄຟ­ຟ້າ ໂດຍ​ສະ­ເພາະ ແອ ຈະ​ຊ່ວຍ​ຫຼຸດ​ຄ່າ​ໄຟ­ຟ້າ​ໄດ້.

11. ບໍ່​ຄວນ​ຊື້​ເຄື່ອງ​ຕະ­ຫຼອດ: ບໍ່​ວ່າ​ຈະ​ຊື້​ຢູ່​ໄສ​ກໍ​ຕາມ ເພາະ​ຈະ​ເປັນ​ການ​ເພີ່ມ​ໂອ­ກາດ​ໃນ​ການ​ໃຊ້​ຈ່າຍ​ແບບ​ບໍ່​ໄດ້​ວາງ​ແຜນ​ມາ​ກ່ອນ ແລະ ເຮັດ​ໃຫ້​ເກີດ​ຄວາມ​ຢາກ​ໄດ້.

12. ສິ່ງ​ທີ່​ແພງ​ບໍ່່​ແມ່ນ​ສິ່ງ​ທີ່​ດີ​ສະ­ເໝີ: ບາງ​ຢ່າງ​ທີ່​ສາ­ມາດ​ໃຊ້​ແທນ​ກັນ​ໄດ້ ລະ­ຫວ່າງ​ເຄື່ອງ​ທີ່​ແພງ​ກັບ​ເຄື່ອງ​ທີ່​ຖືກ​ກວ່າ ແຕ່​ຄຸນ​ນະ​ພາບ​ເທົ່າ​ກັນ.

13. ເຊົາ​ຊື້​ເຄື່ອງ­ນຸ່ງ​ຕາມ​ແຟ​ຊັ່ນ: ເພາະ​ຈະ​ນິ­ຍົມ​ໃນ​ເວ­ລາ​ບໍ່​ດົນ​ປານ­ໃດ ເມື່ອ​ລຸ້ນ​ໃໝ່​ອອກ​ມາ​ກໍ​ຕ້ອງ​ໄດ້​ຊື້​ໃໝ່ ທັງ​ທີ່​ອັນ​ເກົ່າ​ຍັງ​ດີ​ຢູ່​ແຕ່​ເຫັນ​ໄດ້​ວ່າ​ບໍ່​ທັນ​ສະ­ໄໝ ຄວນ​ເລືອກ​ຊື້​ເຄື່ອງ­ນຸ່ງ​ທີ່​ລຽບ ທີ່​ສາ­ມາດ​ໃຊ້​ໄດ້​ທຸກ​ໂອ­ກາດ​ດີ​ກວ່າ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!