ການຮັບມື ໂຄວິດ-19 ຂອງໂລກ

ມາ​ເຖິງ​ປັດ­ຈຸ­ບັນ​ຍັງ​ບໍ່​ສາ­ມາດ​ຄາດ​ຄະ­ເນ​ໄດ້​ວ່າ­ການ​ລະ­ບາດ​ຂອງ​ພະ­ຍາດ ໂຄ​ວິດ-19 ຈະ​ຢຸດ­ຕິ​ລົງ​ຍາມ​ໃດ? ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ພັດ­ທະ­ນາ​ວັກ​ຊີນ​ສູ້​ກັບ​ມັນ​ກໍ​ຕາມ.

ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ຕ່າງ­ປະ­ເທດ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 3-4 ທັນ­ວາ 2020 ຜ່ານ​ມາ​ສະ­ມັດ­ຊາ​ໃຫຍ່ ສປຊ ໄດ້​ຈັດ​ກອງ​ປະ­ຊຸມ​ສະ­ໄໝ​ພິ­ເສດ​ແບບ​ທາງ­ໄກ​ຂຶ້ນ ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ ພະ­ຍາດ ໂຄ​ວິດ-19 ຍ້ອນ​ວ່າ​ປັດ­ຈຸ­ບັນ ເຊື້ອ​ພະ­ຍາດ​ນີ້​ສືບ­ຕໍ່​ເປັນ​ໄພ​ຄຸກ​ຄາມ​ຕໍ່​ສຸ­ຂະ­ພາບ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ຫຼາຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ ຈຳ­ນວນ​ຜູ້​ຕິດ­ເຊື້ອ​ແມ່ນ​ນັບ​ມື້​ເພີ່ມ​ຂຶ້ນ ແລະ ບໍ່​ມີ​ທ່າ​ທີ​ຈະ​ຫຼຸດ​ລົງ.

ກອງ​ປະ­ຊຸມ​ຕາມ​ຮູບ​ແບບ​ອອນ​ລາຍ​ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ ແລະ ນັກ­ວິ­ທະ­ຍາ­ສາດ​ທີ່​ມາ​ຈາກ 100 ກວ່າ​ປະ­ເທດ.

ວິ­ທະ­ຍຸ​ກະ­ຈາຍ­ສຽງ​ຫວຽດ­ນາມ (VOVWORLD) ສະ­ບັບ​ອອນ​ລາຍ​ລົງ​ວັນ​ທີ 4 ທັນ­ວາ 2020 ມີ​ບົດ​ຄວາມ​ພາຍ​ໃຕ້​ຫົວ­ຂໍ້ : “… ໂລກ​ເພີ່ມ​ທະ­ວີ​ຄວາມ​ພະ­ຍາ­ຍາມ​ຮັບ​ມື​ກັບ​ໂລກ­ລະ­ບາດ ໂຄ​ວິດ-19 …” ມີ​ບາງ​ຈຸດ​ຂຽນ​ວ່າ: “…ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ­ຊຸມ ທ່ານ​ເລ­ຂາ­ທິ­ການ​ໃຫຍ່​ສະ­ຫະ​ປະ­ຊາ​ຊາດ Antonio Guterres ໃຫ້​ຮູ້​ວ່າ: ມາ​ຮອດ​ປັດ­ຈຸ­ບັນ ໂລກ­ລະ­ບາດ​ໄດ້​ເຮັດ​ໃຫ້​ກວ່າ 1,5 ລ້ານ​ຄົນ​ໃນ​ໂລກ​ເສຍ​ຊີ­ວິດ ແລະ ເຮັດ​ໃຫ້​ສິ່ງ​ທ້າ​ທາຍ​ໄລ­ຍະ​ຍາວ​ອື່ນ​ເພີ່ມ​ຂຶ້ນ​ຢ່າງ​ຮ້າຍ​ແຮງ ໃນ​ນັ້ນ ມີ​ການ​ຂາດ​ຄວາມ​ສະ­ເໝີ­ພາບ ແລະ ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ຕາມ​ຄຳ­ເຕືອນ​ຂອງ​ທ່ານ​ເລ­ຂາ­ທິ­ການ​ໃຫຍ່​ສະ­ຫະ​ປະ­ຊາ​ຊາດ​ແລ້ວ ໂລກ​ອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ບັນ­ດາ​ຜົນ​ກະ­ທົບ​ຈາກ​ໂລກ­ລະ­ບາດ ໂຄ​ວິດ-19 ໃນ​ຫຼາຍ​ທົດ​ສະ​ວັດ​ຈະ​ມາ​ເຖິງ ນັບ​ທັງ​ເມື່ອ​ມີ​ວັກ​ຊີນ​ປ້ອງ​ກັນ ທີ່​ໄດ້​ຮັບ­ຮອງ​ເອົາ​ຢ່າງ​ໄວ­ວາ ເພື່ອ​ນຳ​ໃຊ້ ທ່ານ​ເລ­ຂາ­ທິ­ການ​ໃຫຍ່​ສະ­ຫະ​ປະ­ຊາ​ຊາດ​ຊີ້​ແຈງ​ວ່າ ບັນ­ດາ​ຄວາມ​ກ້າວ­ໜ້າ​ຢ່າງ​ວ່ອງ­ໄວ​ທາງ​ດ້ານ​ວິ­ທະ­ຍາ­ສາດ ທີ່​ບັນ­ລຸ​ໃນ​ໄລ­ຍະ​ຜ່ານ​ມາ ແມ່ນ​ສິ່ງ​ທີ່​ເປັນ​ໜ້າ​ຊົມ­ເຊີຍ ແຕ່​ການ​ສັກ​ຢາ​ນັ້ນ​ບໍ່​ແມ່ນ​ເພື່ອ​ຮັບ​ມື​ກັບ​ໂລກ­ລະ­ບາດ ໂຄ​ວິດ-19 ທີ່​ພວມ​ຄຸກ​ຄາມ​ໄປ​ທົ່ວ​ໂລກ ນະ​ທີ່​ນີ້ ທ່ານ Guterres ໄດ້​ຢ້ຳ​ຄືນ​ຄຳ​ຮຽກ­ຮ້ອງ​ທີ່​ວ່າ ວັກ​ຊີນ​ກັນ​ໂຄ​ວິດ-19 ຄວນ​ໄດ້​ຮັບ​ຖື​ວ່າ “ແມ່ນ​ປະ­ເພດ​ສິນ­ຄ້າ​ລວມ​ທົ່ວ​ໂລກ” ເພື່ອ​ແບ່ງ­ປັນ​ໃຫ້​ແກ່​ປະ­ຊາ­ຊົນ​ໃນ​ທົ່ວ​ໂລກ ພ້ອມ​ທັງ​ຮຽກ­ຮ້ອງ​ໃຫ້​ມີ​ການ​ປະ­ກອບ­ສ່ວນ​ຂອງ​ບັນ­ດາ​ປະ­ເທດ ເພື່ອ​ທົດ​ແທນ​ບ້ວງ​ເງິນ​ອຸ­ປະ­ຖຳ 4,3 ຕື້ USD ເພື່ອ​ຮັບ​ມື​ກັບ​ໂລກ­ລະ­ບາດ ໂຄ​ວິດ-19 ໃນ 2 ເດືອນ​ຈະ​ມາ​ເຖິງ…”.

ໃນ​ກອງ​ປະ­ຊຸມ​ດັ່ງ­ກ່າວ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ຄະ­ນະ​ຜູ້​ແທນ ແຫ່ງ ສປປ ລາວ ໄດ້​ກ່າວ​ຄຳ​ປາ​ໄສ ຜ່ານ​ທາງ​ວີ​ດີ​ໂອ ໃນ​ວັນ​ທີ 03 ທັນ­ວາ 2020 ໂດຍ​ມີ​ເນື້ອ​ໃນ​ສຳ­ຄັນ ໃນ​ການ​ຢ້ຳ​ຄືນ​ເຖິງ​ຜົນ​ກະ­ທົບ​ອັນ​ໃຫຍ່​ຫຼວງ ຂອງ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ທີ່​ຍັງ​ສືບ­ຕໍ່​ເປັນ​ໄພ​ຄຸກ​ຄາມ​ທັງ​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ຍາວ ຕໍ່​ຊີ­ວິດ​ການ​ເປັນ​ຢູ່ ກໍ​ຄື ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຢູ່​ບັນ­ດາ​ປະ­ເທດ​ຕ່າງໆ​ໃນ​ໂລກ ສຳ­ລັບ ສປປ ລາວ ທ່ານ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຍົກ​ໃຫ້​ເຫັນ​ກົນ​ໄກ ແລະ ມາດ​ຕະ­ການ​ເຄັ່ງ​ຄັດ ທີ່​ລັດ­ຖະ­ບານ​ວາງ​ອອກ ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ໂຄ​ວິດ-19  ອັນ​ເຮັດ​ໃຫ້​ມີ​ຜົນ­ສຳ­ເລັດ​ໃນ​ລະ­ດັບ​ໜຶ່ງ​ທີ່​ມີ​ຜູ້​ຕິດ­ເຊື້ອ​ໃນ​ລະ­ດັບ​ທີ່​ສາ­ມາດ​ຮັບ​ມື​ໄດ້ ແລະ ບໍ່​ທັນ​ມີ​ຜູ້​ເສຍ​ຊີ­ວິດ ນອກ­ຈາກ​ນັ້ນ ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ມາດ​ຕະ­ການ​ຜ່ອນ­ຜັນ​ເທື່ອ​ລະ​ກ້າວ ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ ເຊິ່ງ​ທ່ານ​ເຫັນ​ວ່າ​ອັດ­ຕາ​ການ​ຂະ­ຫຍາຍ­ຕົວ​ດ້ານ​ເສດ­ຖະ­ກິດ​ໃນ​ປີ 2020 ຈະ​ຫຼຸດ​ລົງ​ຈາກ​ຜົນ​ກະ­ທົບ​ດັ່ງ­ກ່າວ ພ້ອມ​ດຽວ​ກັນ​ນັ້ນ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ­ຄັນ​ຂອງ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ໃນ​ການ​ພັດ­ທະ­ນາ ແລະ ແຈກ​ຢາຍ​ວັກ​ຊີນ​ໃຫ້​ທົ່ວ​ເຖິງ ແລະ ໃນ​ລາ­ຄາ​ທີ່​ສາ­ມາດ​ຊື້​ໄດ້ ເພື່ອ​ຕ້ານ​ພະ­ຍາດ​ດັ່ງ­ກ່າວ ແລະ ຮຽກ­ຮ້ອງ​ໃຫ້​ວົງ​ຄະ­ນາ​ຍາດ​ສາ­ກົນ ຊ່ວຍ​ສົ່ງ­ເສີມ​ໂຄງ­ການ “ວັກ​ຊີນ​ຫຼາຍ​ຝ່າຍ” ຫຼື COVAX ເພື່ອ​ຮັບ­ປະ­ກັນ​ໃຫ້​ວັກ​ຊີນ ໂຄ​ວິດ-19 ກາຍ­ເປັນ​ສິນ­ຄ້າ​ສາ­ທາ­ລະ­ນະ​ຂອງ​ທຸກ​ປະ­ເທດ​ໃນ​ໂລກ.

ໃນ​ຕອນ​ທ້າຍ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຖື​ໂອ­ກາດ​ນີ້ ຊົມ­ເຊີຍ ແລະ ຂອບ­ໃຈ​ຕໍ່​ການ​ຮ່ວມ​ມື ແລະ ຊ່ວຍ­ເຫຼືອ​ຈາກ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ແກ່ ສປປ ລາວ ຜ່ານ​ຜ່າ​ອຸ­ປະ­ສັກ​ໃນ​ຄັ້ງ​ນີ້ ແລະ ເພື່ອ​ຟື້ນ​ຟູ​ເສດ­ຖະ­ກິດ-ສັງ­ຄົມ​ໃຫ້​ກັບ​ຄືນ​ມາ​ດີ​ກວ່າ​ເກົ່າ.

ສຳ­ລັບ​ອາ​ຊຽນ​ພວກ​ເຮົາ ກ່ອນ​ກອງ​ປະ­ຊຸມ​ພິ­ເສດ​ຂອງ ສປຊ ນັ້ນ ໃນ​ວັນ​ທີ 30 ພະ­ຈິກ 2020 ກໍ​ມີ​ກອງ​ປະ­ຊຸມ​ອາ​ຊຽນ ແລະ ສະ­ຫະ­ພາບ​ເອີ​ຣົບ (EU) ທາງ​ອອນ​ລາຍ​ຄັ້ງ​ທີ 23 (AEMM) ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ບັນ­ຫາ​ນີ້ ແລະ ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ຕໍ່​ຄວາມ​ສຳ­ຄັນ​ຂອງ​ການ​ຮ່ວມ​ມື​ກັບ​ອົງ­ການ​ອະ­ນາ­ໄມ​ໂລກ  (WHO) ກ່ຽວ​ກັບ​ການ​ຮັບ​ມື​ກັບ ໂຄ​ວິດ-19.

ຕໍ່­ໜ້າ​ຜົນ​ກະ­ທົບ​ທີ່​ຮ້າຍ​ແຮງ​ຂອງ ໂຄ​ວິດ-19 ມັນ​ຮຽກ­ຮ້ອງ​ໃຫ້​ບັນ­ດາ​ປະ­ເທດ​ທົ່ວ​ໂລກ​ຕ້ອງ​ຮ່ວມ​ມື​ກັນ​ຢ່າງ​ແຂງ­ແຮງ ພ້ອມ​ກັນ​ຜ່ານ​ຜ່າ ເພື່ອ​ອະ­ນາ­ຄົດ​ທີ່​ດີ­ງາມ​ໃຫ້​ແຕ່​ລະ​ປະ­ເທດ ກໍ​ຄື ຊີ­ວິດ​ຂອງ​ມວນ​ມະ­ນຸດ​ທຸກ​ຄົນ.

ໂດຍ: ແນວ​ລາວ

error: Content is protected !!