7 ສັນຍານເຕືອນ ຫົວໃຈວາຍ

“ໂລກ​ຫົວ­ໃຈ”’ ສາ­ເຫດ​ອັນ​ດັບ​ໜຶ່ງ​ທີ່​ເຮັດ​ໃຫ້​ຄົນ​ເສຍ​ຊີ­ວິດ ເປັນ​ໂລກ​ທີ່ ໃກ້​ຕົວ​ຄົນ​ເຮົາ ຫຼາຍ​ກວ່າ​ທີ່​ຄິດ ເພາະ​ຖື​ໄດ້​ວ່າ​ເປັນ​ໄພ​ງຽບ​ທີ່​ຮ້າຍ​ແຮງ ບໍ່​ສະ­ແດງ ອາ­ການ​ໃຫ້​ເຫັນ​ໃນ​ໄລ­ຍະ​ເລີ່ມ​ຕົ້ນ ຫຼື ອາດ​ຈະ​ເປັນ ພຽງ​ແຕ່​ເລັກໆ​ນ້ອຍໆ ບາງ​ຢ່າງ​ກໍ ຢາກ​ທີ່​ຈະ​ບອກ​ວ່າ​ເຮົາ​ກຳ­ລັງ​ປະ​ເຊີນ​ກັບ​ໂລກ​ຫົວ­ໃຈ​ຢູ່ ແລະ ນີ້​ຄື 7 ສັນ­ຍານ​ກ່ຽວ​ກັບ​ໂລກ “ຫົວ­ໃຈ​ວາຍ”.

ຫົວ­ໃຈ​ວາຍ ໝາຍ​ເຖິງ ຫຼອດ​ເລືອດ​ຫົວ­ໃຈ​ອຸດ​ຕັນ ໂດຍ​ສິ້ນ​ເຊີງ ກ້າມ­ຊີ້ນ​ຫົວ­ໃຈ​ເລີ່ມ​ຕາຍ​ໄປ ອາ­ການ ອາດ​ເປັນ​ຢູ່​ດົນ​ກວ່າ 15 ນາ­ທີ ແລະ ບໍ່​ທຸ​ເລົາ​ລົງ ໂດຍ​ການ​ພັກ ຫຼື ໄດ້​ຮັບ​ຢາ ດັ່ງ­ນັ້ນ ເມື່ອ​ເກີດ​ອາ ການ​ເຈັບ​ເຄັ້ນ​ຫົວ­ໃຈ ຢ່າ​ລໍ­ຖ້າ​ດົນ ເພາະ​ເຊລ​ກ້າມ ຊີ້ນ​ຫົວ­ໃຈ​ທີ່​ຂາດ​ເລືອດ ອາດ​ຈະ​ຕາຍ​ລົງ​ໄດ້​ພາຍ ໃນ​ບໍ່​ເທົ່າ­ໃດ​ນາ­ທີ.

7 ສັນ­ຍານ​ເຕືອນ “ຫົວ­ໃຈ​ວາຍ”

1. ອ່ອນ­ເພຍ​ຫຼາຍ ຜູ້​ທີ່​ມີ​ອາ­ການ​ຫົວ­ໃຈ​ວາຍ ຈະ​ຮູ້­ສຶກ​ເມື່ອຍ​ຈົນ​ບໍ່​ສາ­ມາດ​ເຮັດ​ກິດ​ຈະ​ວັດ​ປະ­ຈຳ ວັນ​ຂອງ​ຕົວ​ເອງ​ໄດ້​ຕາມ​ປົກ­ກະ­ຕິ ເພາະ​ເມື່ອ​ອາ ການ​ຫົວ­ໃຈ​ວາຍ ລະ­ບົບ​ໄຫຼ​ວຽນ​ເລືອດ​ຈະ​ຫຼຸດ​ລົງ ເຮັດ​ໃຫ້​ພາ­ວະ​ຕຶງ​ຄຽດ​ໃນ​ກ້າມ­ຊີ້ນ ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ອາ­ການ​ອ່ອນ­ເພຍ​ໄດ້ ດັ່ງ­ນັ້ນ ຫາກ​ເກີດ​ອາ ການ​ອ່ອນ­ເພຍ​ຫຼາຍ​ຜິດ​ປົກ­ກະ­ຕິ ໃຫ້​ໄປ​ຫາ​ແພດ ຫຼື ເຮັດ​ການ​ກວດ​ບົ່ງ­ມະ­ຕິ​ໃຫ້​ແນ່​ໃຈ.

2. ມີ​ອາ­ການ​ເຈັບ​ປວດ​ຢ່າງ​ຮຸນ​ແຮງ​ບໍ­ລິ­ເວນ​ຫຼັງ ແຂນ ຫຼື ໜ້າ​ເອິກ ເປັນ​ສັນ­ຍານ​ງຽບ​ຂອງ​ອາ­ການ ຫົວ­ໃຈ​ວາຍ ເມື່ອ​ເຊລ​ກ້າມ­ຊີ້ນ​ເລີ່ມ​ຂາດ​ອົກ​ຊິ​ແຊນ ຈະ​ສົ່ງ​ຜົນ​ໃຫ້​ເກີດ​ອາ­ການ​ເຈັບ​ປວດ ຊຶ່ງ​ເມື່ອ​ເກີດ ອາ­ການ​ຫົວ­ໃຈ​ວາຍ ຫຼອດ​ເລືອດ​ຫົວ­ໃຈ​ຈະ​ຖືກ ປິດ​ກັ້ນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອົກ​ຊິ​ແຊນ​ໃນ​ເລືອດ​ໄປ ລ້ຽງ​ກ້າມ­ຊີ້ນ ແລະ ອາ­ການ​ນີ້​ຈະ​ສົ່ງ​ສັນ­ຍານ​ໄປ ຍັງ​ສະ­ໝອງ ແຕ່​ສະ­ໝອງ​ຈະ​ເກີດ​ອາ­ການ​ສັບ­ສົນ ເຮັດ​ໃຫ້​ເກີດ​ອາ­ການ​ເຈັບ​ປວດ​ຢ່າງ​ຮຸນ​ແຮງ​ທີ່​ບໍ​ລິ ເວນ​ອື່ນ ບໍ່​ພຽງ​ແຕ່​ບໍ­ລິ­ເວນ​ໜ້າ​ເອິກ​ເທົ່າ​ນັ້ນ.

3. ຫາຍ­ໃຈ​ຖີ່ ຫາກ​ທ່ານ​ຮູ້­ສຶກ​ວ່າ­ການ​ຍ່າງ​ຂຶ້ນ ຂັ້ນ­ໄດ ເຮັດ​ໃຫ້​ທ່ານ​ເມື່ອຍ​ງ່າຍ ແລະ ຫາຍ­ໃຈ​ຖີ່ ກວ່າ​ປົກ­ກະ­ຕິ ນັ້ນ​ອາດ​ຈະ​ເປັນ​ສັນ­ຍານ​ທີ່​ບອກ​ວ່າ ທ່ານ​ກຳ­ລັງ​ປະ​ເຊີນ​ກັບ​ໂລກ​ຫົວ­ໃຈ​ກໍ​ເປັນ​ໄດ້ ເພາະ ຫົວ­ໃຈ​ນັ້ນ​ມີ​ສ່ວນ​ສຳ­ຄັນ​ໃນ​ການ​ລຳ­ລຽງ​ອົກ​ຊິ ແຊນ ໄປ​ຍັງ​ສ່ວນ​ຕ່າງໆ​ຂອງ​ຮ່າງ­ກາຍ ແລະ ຊ່ວຍ ກຳ­ຈັດ​ກາກ​ບອນ​ກີ​ອອກ​ໄຊ ຊຶ່ງ​ຖ້າ​ຫາກ​ຫົວ­ໃຈ​ເກີດ ເຮັດ​ວຽກ​ຜິດ​ປົກ­ກະ­ຕິ ກໍ​ອາດ​ຈະ​ເຮັດ​ໃຫ້​ທ່ານ​ຫາຍ ໃຈ​ຖີ່​ໄດ້​ນັ້ນ​ເອງ.

4. ແສບ​ຮ້ອນ​ກາງ​ໜ້າ​ເອິກ ອາ­ການ​ແສບ​ຮ້ອນ ຂອງ​ໜ້າ​ເອິກ ຫຼາຍ​ຄົນ​ອາດ​ຄິດ​ວ່າ​ເປັນ​ພຽງ​ແຕ່ ອາ­ການ​ຂອງ​ໂລກ​ກົດ​ໄຫຼ​ຢ້ອນ ຖ້າ​ຫາກ​ອາ­ການ ດັ່ງ­ກ່າວ​ທີ່​ວ່າ​ນີ້​ໜັກ​ຈົນ​ສົ່ງ​ຜົນ​ເຮັດ​ໃຫ້​ທ່ານ​ບໍ່​ສາ ມາດ​ເຮັດ​ອັນ​ໃດ​ໄດ້ ນັ້ນ​ອາດ​ຈະ​ເປັນ​ເພາະ​ສາ­ເຫດ ຂອງ​ໂລກ​ຫົວ­ໃຈ​ໄດ້ ເພາະ​ໂລກ​ຫຼອດ​ເລືອດ​ຫົວ­ໃຈ  ຕີບ​ກໍ​ສາ­ມາດ​ເຮັດ​ໃຫ້​ເກີດ​ອາ­ການ​ແສບ​ຮ້ອນ​ທີ່ ກາງ​ເອິກ​ໄດ້​ເຊັ່ນ​ກັນ ດັ່ງ­ນັ້ນ ຢ່າ​ລັງ​ເລ​ທີ່​ຈະ​ໄປ​ພົບ ແພດ​ໝໍ ຫາກ​ມີ​ອາ­ການ​ດັ່ງ­ກ່າວ.

5. ທ້ອງ​ໄສ້­ປັ່ນ​ປ່ວນ ສັນ­ຍານ​ເຕືອນ​ພາ­ວະ​ຫົວ ໃຈ​ລົ້ມ​ເຫຼວ​ໃນ​ບາງ​ຄັ້ງ ກໍ​ມີ​ອາ­ການ​ປຸ້ນ­ທ້ອງ ປວດ ຮາກ ຫຼື ອາ­ການ​ລຳ​ໄສ້­ປັ່ນ​ປ່ວນ ດັ່ງ­ນັ້ນ ຢ່າ​ລະ­ເລີຍ ແລະ ບໍ່​ຄິດ​ເຖິງ​ຄວາມ​ອັນ­ຕະ­ລາຍ​ຂອງ​ອາ­ການ ເຫຼົ່າ​ນີ້ ເພາະ​ມັນ​ອາດ​ນຳ​ອັນ­ຕະ­ລາຍ​ມາ­ສູ່​ຊີ­ວິດ ຂອງ​ທ່ານ​ໄດ້.

6. ອຶດ​ອັດ​ບໍ­ລິ­ເວນ​ຄໍ ແລະ ຄາງ­ກະ­ໄຕ ອາ­ການ ອຶດ​ອັດ​ເຫຼົ່າ​ນີ້ ມັກ​ຈະ​ພົບ​ກັບ​ຜູ້​ທີ່​ປ່ວຍ​ເປັນ​ໂລກ​ເບົາ ຫວານ ຊຶ່ງ​ເປັນ​ສາ­ເຫດ​ຂອງ​ໂລກ​ຫົວ­ໃຈ​ຢ່າງ​ໜຶ່ງ ໂດຍ​ສາ­ເຫດ​ນັ້ນ​ເກີດ​ຈາກ​ການ​ປ່ຽນ­ແປງ​ພາຍ​ໃນ ຮ່າງ­ກາຍ ເຊັ່ນ ໂລກ​ຫົວ­ໃຈ ຊຶ່ງ​ຈະ​ສົ່ງ​ຜົນ​ຕໍ່​ປະ­ສາດ ຄວາມ​ຮູ້­ສຶກ ແຕ່​ອາ­ການ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ໄດ້​ໜ້ອຍ ກວ່າ​ອາ­ການ​ເຈັບ​ໜ້າ​ເອິກ ຫາກ​ມີ​ອາ­ການ​ດັ່ງ­ກ່າວ ຄວນ​ຮີບ​ໄປ​ຫາ​ແພດ​ໃຫ້​ໄວ​ທີ່​ສຸດ.

7. ຮູ້­ສຶກ​ວ່າ​ມີ​ບາງ​ຢ່າງ​ຜິດ​ປົກ­ກະ­ຕິ ຜູ້​ປ່ວຍ​ທີ່​ມີ ອາ­ການ​ໂລກ​ຫົວ­ໃຈ ຈະ​ຮູ້­ສຶກ​ວ່າ​ມີ​ບາງ​ຢ່າງ​ຜິດ ປົກ­ກະ­ຕິ​ໄປ​ຈາກ​ເດີມ ຊຶ່ງ​ຄວາມ​ຄິດ​ຕ່າງໆ​ເຫຼົ່າ​ນີ້ ຖື​ວ່າ​ເປັນ​ສັນ­ຍານ​ງຽບ​ທີ່​ບໍ່​ຄວນ​ລະ­ເລີຍ ເຖິງ​ແມ່ນ ວ່າ​ຜົນ​ທີ່​ອອກ​ມາ​ອາດ​ບໍ່​ແມ່ນ​ຢ່າງ​ທີ່​ຄິດ ແຕ່​ການ ເຊື່ອ​ສັນ­ຊາດ​ຕະ​ຍານ​ຂອງ​ຕົວ​ເອງ ກໍ​ອາດ​ເຮັດ​ໃຫ້​ທ່ານ​ປອດ​ໄພ​ຈາກ​ອາ­ການ​ຫົວ­ໃຈ​ວາຍ​ຮຸນ​ແຮງ​ໄດ້.

ອາ­ການ​ຢ່າງ­ໃດ​ທີ່​ເອີ້ນ​ວ່າ “ເຈັບ​ໜ້າ​ເອິກ​ຈາກ ໂລກ​ຫົວ­ໃຈ”

1. ເຈັບ​ແໜ້ນ ຫຼື​ຮູ້­ສຶກ​ບໍ່​ສະ­ບາຍ​ຢູ່​ກາງ​ໜ້າ​ເອິກ.

2. ອາ­ການ​ເຈັບ​ໜ້າ​ເອິກ​ລ້າວ​ໄປ​ທີ່​ຄໍ ແຂນ ຫຼື ຄາງ­ກະ­ໄຕ.

3. ເຫື່ອ​ອອກ​ຫຼາຍ​ຈົນ​ຮູ້­ສຶກ​ໜາວ​ບໍ­ລິ­ເວນ​ລຳ​ຕົວ​ສ່ວນ​ເທິງ ອາດ​ມີ​ການ​ວິ­ນວຽນ ຫາຍ­ໃຈ​ບໍ່​ອີ່ມ ແລະ ການ​ປຸ້ນ ທ້ອງ​ນຳ​ດ້ວຍ.

4. ອາ­ການ​ເຫຼົ່າ​ນີ້ ອາດ​ເກີດ​ຂະ­ນະ​ທີ່​ອອກ​ກຳ ລັງ​ກາຍ ຫຼື ມີ​ອາ­ລົມ​ເຄັ່ງ​ຄຽດ​ກະ­ທັນ­ຫັນ.

5. ອາ­ການ​ເຫຼົ່າ​ນີ້ ມັນ​ຈະ​ຢູ່​ປະ­ມານ 1-10 ນາ­ທີ.

6. ຮູ້­ສຶກ​ຫາຍ­ໃຈ​ບໍ່​ທັນ​ຂະ­ນະ​ທີ່​ອອກ­ກຳ­ລັງ​ກາຍ​ຢ່າງ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ.

7. ຮູ້­ສຶກ​ແໜ້ນ​ອຶດ​ອັດ​ທ້ອງ​ຢ່າງ​ແຮງ ຖ້າ​ອອກ­ກຳ­ລັງ​ກາຍ​ທັນ­ທີ​ຫຼັງ​ຮັບ​ປະ­ທານ​ອາ­ຫານ.

ຜູ້​ທີ່​ສ່ຽງ​ຕໍ່​ການ​ເກີດ “ຫົວ­ໃຈ​ວາຍ” ມີ​ດັ່ງ­ນີ້

ບໍ່​ພຽງ​ແຕ່​ຜູ້​ທີ່​ເປັນ​ໂລກ​ຫົວ­ໃຈ​ຢູ່​ແລ້ວ ເພາະ​ທຸກ ຄົນ​ສາ­ມາດ​ເກີດ​ອາ­ການ​ຫົວ­ໃຈ​ວາຍ​ໄດ້

1. ຜູ້​ທີ່​ມີ​ໄຂ­ມັນ​ໃນ​ເລືອດ​ສູງ ມັກ​ກິນ​ອາ­ຫານ​ມັນໆ.

2. ຜູ້​ທີ່​ສູບ­ຢາ​ຫຼາຍ.

3. ຜູ້​ທີ່​ເປັນ​ໂລກ​ຄວາມ­ດັນ­ເລືອດ­ສູງ.

4. ຜູ້​ທີ່​ເປັນ​ໂລກ​ເບົາ­ຫວານ.

5. ຄົນ​ອ້ວນ ແລະ ບໍ່​ຄ່ອຍ​ໄດ້​ອອກ­ກຳ­ລັງ​ກາຍ.

6. ເຄັ່ງ​ຄຽດ​ງ່າຍ ແລະ ເຄັ່ງ​ຄຽດ​ເລື້ອຍ.

7. ຄົນ​ໃນ​ຄອບ­ຄົວ​ຂອງ​ທ່ານ​ມີ​ປະ­ຫວັດ​ເປັນ​ໂລກ​ຫົວ­ໃຈ​ມາ​ກ່ອນ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!