ເຜີຍແຜ່ຄໍາສັ່ງເລກທີ 06/ນຍ ໃຫ້ກັບບໍລິສັດ ໄອຊິນ ລາວ

    ໜ່ວຍງານສະເພາະກິດປ້ອງກັນ ສະກັດກັ້ນ ແລະ ເຝົ້າລະວັງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຂັ້ນນະຄອນຫຼວງວຽງຈັນ ປະກອບມີປະທານກວດກາພັກ-ລັດ ພະແນກສາທາລະນະສຸກ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ວັນທີ 3 ເມສາ 2020 ທີ່ບໍລິສັດ ໄອຊິນ ລາວ ຈໍາກັດ ນໍາໂດຍທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ. 

    ການລົງເຄື່ອນໄຫວເພື່ອໃຫ້ບໍລິສັດ ໄອຊິນລາວ ຈໍາກັດ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ເພື່ອໃຫ້ການປະກອບສ່ວນຮ່ວມມືໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ກໍຄືຄໍາສັ່ງເລກທີ 06/ນຍ ເຊິ່ງບໍລິສັດດັ່ງກ່າວເປັນບໍລິສັດທີ່ຫຍິບເຄື່ອງນຸ່ງສົ່ງອອກຕ່າງປະເທດ ມີພະນັກງານທັງໝົດ 450 ຄົນ ໃນນີ້ຢູ່ຫໍພັກ 100 ຄົນ ນອກຈາກນີ້ຍັງໄດ້ເຄື່ອນໄຫວເຜີຍແຜ່ໃຫ້ກັບໂຮງງານອື່ນໆຈໍານວນໜຶ່ງຕື່ມອີກ.


error: Content is protected !!