ອີກຂ່າວດີ ມື້ນີ້ຢູ່ລາວ ຍັງ 10 ກໍລະນີຄືເກົ່າ ບໍ່ມີຜູ້ຕິດເຊື້ອເພີ່ມ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 3 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ວ່າ: ມາຮອດເວລາ 11:00 ໂມງເຊົ້າ ຂອງວັນທີ 3 ເມສາ 2020 ທົ່ວໂລກມີລາຍງານກໍລະນີທັງໝົດ 204 ປະເທດ ເພີ່ມຂຶ້​ນ1 ປະເທດຄື: ປະເທດມາລາວີ  ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 1.014.943 ກໍລະນີ (ເພີ່ມຂຶ້ນ 79.747 ກໍລະນີ ເສຍຊິວິດ 53.166 (ເພີ່ມຂຶ້ນ 5.947 ກໍລະນີ) ແລະ ປີ່ນປົວຫາຍດີ 212.018 (ເພີ່ມຂຶ້ນ18.029). 

    ການເຝົ້າລະວັງ COVID-19 ປະຈຳດ່ານໃນ ສປປ ລາວ ຮອດເວລາ 17:00 ໂມງ ຂອງວັນທີ 2 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ວຽກງານຈຸດຜ່ານດ່ານ ມີຈໍານວນຜູ້ເດີນທາງເຂົ້າມາທັງໝົດ 4.230 ຄົນ ຈໍານວນຜູ້ເດີນທາງຜ່ານສະໜາມບິນບໍ່ມີຈັກຄົນ ຈໍານວນຜູ້ເດີນ ທາງຜ່ານທາງດ່ານສາກົນຂົວມິດຕະພາບລາວ-ໄທ ທັງໝົດ 3.896 ຄົນ ໃນຈໍານວນດັ່ງກ່າວມີຄົນໄຂ້ 6 ຄົນ ທີ່ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ.

     ສໍາລັບການເຝົ້າລະວັງ ແລະ ວິເຄາະ ມາຮອດວັນທີ 2 ເມສາ 2020 ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 22 ຄົນ ໄດ້ແກ່ ນະຄອນຫຼວງວຽງຈັນ 11 ຄົນ ແຂວງຫຼວງນໍ້າທາ ອຸດົມໄຊ ແຂວງລະ 3 ຄົນ ໄຊຍະບູລີ 2 ຄົນ ແຂວງຫຼວງພະບາງ ຫົວພັນ ວຽງຈັນ ແຂວງລະ 1 ຄົນ ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບ ຖືວ່າວັນນີ້ບໍ່ມີກໍລະນີໃໝ່ເພີ່ມ.

    ສ່ວນຂ່າວລືທີ່ກຸ່ມຄົນບໍ່ດີນໍາມາເຜີຍແຜ່ຢູ່ສື່ອອນລາຍວ່າ ສປປ ລາວ ມີຜູ້ຕິດເຊື້ອເພີ່ມຂຶ້ນ 10 ກໍລະນີເປັນ 20 ກໍລະນີ ນັ້ນແມ່ນບໍ່ເປັນຄວາມຈິງ ສະນັ້ນຈຶ່ງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າເປັນເຈົ້າການ ແລະ ຮ່ວມແຮງຮ່ວມໃຈກັບລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ເພື່ອຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ຫຼຸດລົງໂດຍໄວ ໂດຍປະຕິບັດຕາມມາດຕະການປ້ອງກັນຕ່າງໆ ເປັນຕົ້ນບໍ່ໃຫ້ອອກຈາກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້ໆ ບໍ່ໃຫ້ຊຸມແຊວກັນເປັນກຸ່ມກ້ອນ ແລະ ອື່ນໆ ຖ້າມີອາການໄອ ໄຂ້ ຫຼື ເມື່ອຍໃຫ້ໄປກວດຢູ່ໂຮງໝໍ ຫຼື ໂທເບີ 165 166 ຕະຫຼອດ 24 ຊົ່ວໂມງ. 

error: Content is protected !!