ຕັງຈະເລີນ ປະກອບສ່ວນອະນາໄມ-ລ້າງໜ້າທາງ ຕ້ອນຮັບວັນສຳຄັນຂອງຊາດ

     ທ່ານ ອຳຄາ ວົງພະຈັນ ຮອງຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົາສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ )ໃຫ້ສຳພາດວ່າ: ວັນທີ 28 ທັນວາ 2020 ເພື່ອເປັນການປະຕິບັດຕາມການຊີ້ນຳຂອງເຈົ້າຄອງ ນວ ກ່ຽວກັບການກະກຽມວຽກງານອະນາໄມ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍເພື່ອຄຳນັບວັນສຳຄັນຂອງຊາດ ແລະ ເປັນການປະຕິບັດມະຕິຕົກລົງຂອງ ນວ ກ່ຽວກັບແຜນ ມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ ໃຫ້ບັນລຸໄດ້ ສ ສະອາດ (ຫົນທາງສະອາດ) ແລະ ສ ສີຂຽວ ໃຫ້ບັນດາເສັ້ນທາງສາຍຫຼັກມີຄວາມສະອາດຈົບງາມ.

    ທ່ານ ຄຳບອນ ທຳມະວົງສາ ຮອງຜູ້ຈັດການພາກສະໜາມ ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອຳນາດຕານມີໄຊ ຫາ 3 ແຍກສີເກີດ ບໍລິສັດຕັງຈະເລີນ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ສຳລັບບໍລິສັດຂອງພວກເຮົາ ແມ່ນໄດ້ປະກອບສ່ວນດ້ວຍຄວາມສະໝັກໃຈ ໃນການອະນາໄມຫົດລ້າງໜ້າທາງແຕ່ໄຟອຳນາດດົງໂດກ ຫາສີເກີດ ຍາວ 12 ກິໂລແມັດ ໃນນີ້ ແຕ່ໄຟອຳນາດດົງໂດກ ຫາໄຟອຳນາດຕານມີໄຊ ຍາວ 2,5 ກິໂລແມັດ ຈະໃຊ້ເວລາໃນການລ້າງ 3 ວັນ ນັບແຕ່ວັນທີ 28-30 ທັນວານີ້ ໂດຍນຳໃຊ້ລົດສະແຕັກນ້ໍາ 1 ຄັນ ແຮງງານ 4 ຄົນ ເນື່ອງຈາກວ່າສະພາບການສັນຈອນໃນເຂດດັ່ງກ່າວມີຄວາມໜາແໜ້ນ ໂດຍໄດ້ຍາດເວລາເຮັດວຽກໃນຊົ່ວໂມງທີ່ລົດບໍ່ຫຼາຍ ເຊັ່ນ: 9-11 ໂມງ ໂອກາດນີ້ ຂໍຝາກມາຍັງບັນດາຜູ້ສັນຈອນຈົ່ງອຳນວຍຄວາມສະດວກ ລະມັດລະວັງໃນການຂັບຂີ່ ຫຼີກລ່ຽງການເກີດອຸບັດເຫດ ເຊິ່ງການປະກອບສ່ວນດັ່ງກ່າວ ກໍເພື່ອຄວາມສວຍງາມ ແລະ ຄວາມສະອາດງາມຕາຜູ້ສັນຈອນ ກໍຄື ນວ ສ່ວນເສັ້ນທາງນັບແຕ່ໄຟອຳນາດຕານມີໄຊ ຫາ 3 ແຍກສີເກີດ ແມ່ນຢູ່ໃນຄວາມຮັບຜິດຊອບຂອງບໍລິສັດ ໂດຍຈະສືບຕໍ່ຈັດຕັ້ງປະຕິບັດ ແລະ ເກັບວຽກເກົ່າທີ່ຈຳນວນໜຶ່ງທີ່ຍັງບໍ່ແລ້ວ ໃຫ້ສຳເລັດສົມບູນໃນຕໍ່ໜ້າ.

​                           # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!