ລັດຖະບານຍີ່ປຸ່ນ ກຽມຂະຫຍາຍອາຍຸກະສຽນຈາກ 60 ເປັນ 65 ປີ

ສຳ­ນັກ​ບຸ​ຄະ­ລາ​ກອນ ເຊິ່ງ​ເປັນ​ໜ່ວຍ​ງານ​ດ້ານ​ການ​ວາງ​ແຜນ ແລະ ບໍ­ລິ­ຫານ​ງານ​ບຸ​ຄະ­ລາ​ກອນ ແລະ ອັດ­ຕາ​ກຳ­ລັງ​ໃນ​ພາກ​ລັດ​ຂອງ​ຍີ່­ປຸ່ນ ໄດ້​ສະ­ເໜີ​ຕໍ່​ລັດ­ຖະ­ບານ​ໃຫ້​ພິ­ຈາ­ລະ­ນາ​ຂະ­ຫຍາຍ​ອາ­ຍຸ​ກະ­ສຽນ​ຂອງ​ຂ້າ­ລາ­ຊະ­ການ ແລະ ເຈົ້າ​ໜ້າ­ທີ່​ລັດ​ຈາກ​ປັດ­ຈຸ­ບັນ​ທີ່ 60 ປີ ໂດຍ​ໃຫ້​ເພີ່ມ​ອາ­ຍຸ​ກະ­ສຽນ​ເປັນ​ຂັ້ນໆ ໂດຍ​ທຸກ 3 ປີ ເພີ່ມ​ອາ­ຍຸ​ກະ­ສຽນ 1 ປີ ເລີ່ມ​ຕັ້ງ­ແຕ່​ປີ​ງົບ­ປະ­ມານ 2021 ຈົນ​ເຖິງ​ອາ­ຍຸ​ກະ­ສຽນ​ສູງ​ສຸດ​ທີ່ 65 ປີ ໃນ​ປີ​ງົບ­ປະ­ມານ​ປີ 2033.

ສາ­ເຫດ​ທີ່​ຕ້ອງ​ເຮັດ​ເຊັ່ນ​ນີ້ ກໍ​ເພື່ອ​ຫຼຸດ​ພາ­ລະ​ງົບ­ປະ­ມານ​ເລື່ອງ​ເງິນ​ບຳ­ນານ ເຊິ່ງ​ເຈົ້າ​ໜ້າ­ທີ່​ລັດ​ຂອງ​ຍີ່­ປຸ່ນ​ຈະ​ໄດ້​ຮັບ​ບຳ­ນານ 70% ຂອງ​ອັດ­ຕາ​ເງິນ­ເດືອນ​ສຸດ​ທ້າຍ ເມື່ອ​ອາ­ຍຸ​ຄົບ 60 ປີ ໂດຍ​ຫາກ​ຂະ­ຫຍາຍ​ອາ­ຍຸ​ກະ­ສຽນ​ອອກ​ໄປ ກໍ​ຈະ​ເຮັດ​ໃຫ້​ລັດ­ຖະ­ບານ​ຈ່າຍ​ເງິນ​ບຳ­ນານ​ຊ້າ​ລົງ ແຜນ­ການ​ດັ່ງ­ກ່າວ ໄດ້​ສະ­ເໜີ​ໃຫ້​ລັດ​ຖະ​ສະ­ພາ​ຍີ່­ປຸ່ນ​ພິ­ຈາ­ລະ­ນາ​ໃນ​ສະ­ໄໝ​ປະ­ຊຸມ ເມື່ອ​ວັນ​ທີ 28 ມັງ­ກອນ​ທີ່​ຜ່ານ​ມາ.

ຢ່າງ­ໃດ​ກໍ​ຕາມ ນາ­ຍົກ­ລັດ­ຖະ­ມົນ­ຕີ ຊິນ​ໂຊ ອາ​ເບະ ໄດ້​ສະ­ເໜີ​ໃຫ້​ເລື່ອນ​ການ​ສະ­ເໜີ​ຮ່າງ​ແຜນ­ການ​ນີ້​ຕໍ່​ລັດ​ຖະ​ສະ­ພາ​ອອກ​ໄປ​ກ່ອນ ເພາະ​ກັງ­ວົນ​ວ່າ ຈະ​ສົ່ງ​ຜົນ​ກະ­ທົບ​ທາງ​ລົບ​ຕໍ່​ການ​ເລືອກ​ຕັ້ງ​ທ້ອງ­ຖິ່ນ​ໃນ​ເດືອນ​ເມ­ສາ ແລະ ການ​ເລືອກ​ຕັ້ງ​ວຸດ​ທິ​ສະ­ພາ​ໃນ​ເດືອນ​ກໍ­ລະ­ກົດ ເນື່ອງ​ຈາກ​ຄາດ​ວ່າ ຈະ​ຖືກ​ນຳ­ໄປ​ເປັນ​ປະ­ເດັນ​ວິ­ພາກ​ວິ­ຈານ​ຈາກ​ທັງ​ພັກ​ຝ່າຍ​ຄ້ານ ແລະ ສາ­ທາ­ລະ­ນະ​ຊົນ.

ຜົນ​ການ​ສຳ​ຫຼວດ​ທີ່​ຈັດ​ຂຶ້ນ​ໂດຍ​ລັດ­ຖະ­ບານ​ຍີ່­ປຸ່ນ ຊີ້​ແຈງ​ວ່າ ປະ­ມານ 30% ຂອງ​ຜູ້​ຕອບ​ການ​ສອບ​ຖາມ ຕ້ອງ­ການ​ຈະ​ເຮັດ​ວຽກ​ຕໍ່​ໄປ​ຫຼັງ​ຈາກ​ອາ­ຍຸ 60 ປີ ໂດຍ​ຜູ້​ຕອບ​ການ​ສຳ​ຫຼວດ 30,7% ລະ­ບຸ​ວ່າ ຕ້ອງ­ການ​ເຮັດ​ວຽກ​ຈົນ​ເຖິງ​ໄລ­ຍະ​ອາ­ຍຸ 61-65 ປີ ຂະ­ນະ​ທີ່ 21,5% ຕອບ​ວ່າ 66-70 ປີ ແລະ ມີ​ພຽງ 18,8% ທີ່​ວ່າ​ຢາກ​ຈະ​ກະ­ສຽນ​ເມື່ອ​ອາ­ຍຸ 51-60 ປີ.

ສຳ­ລັບ​ເຫດ­ຜົນ​ທີ່​ຕ້ອງ­ການ​ເຮັດ​ວຽກ​ໄປ​ຈົນ​ເຖິງ​ອາ­ຍຸ​ສູງ​ກວ່າ 66 ປີ​ນັ້ນ 28,9% ຕອບ​ວ່າ ເປັນ​ເພາະ​ຢາກ​ໃຊ້​ຊີ­ວິດ​ໂດຍ​ບໍ່​ຕ້ອງ​ກັງ­ວົນ​ເລື່ອງ​ເງິນ ຂະ­ນະ​ທີ່ 24,9% ຕອບ​ວ່າ ຫາກ​ບໍ່​ເຮັດ​ວຽກ​ອາດ​ບໍ່​ມີ​ເງິນ​ພໍ­ໃຊ້​ຈ່າຍ ແລະ 16,9% ຕອບ​ວ່າ ເພາະ​ຮັກ​ການ​ເຮັດ​ວຽກ.

ສັງ­ຄົມ​ຍີ່­ປຸ່ນ​ທີ່​ມີ​ຜູ້​ສູງ​ອາ­ຍຸ​ຫຼາຍ​ກວ່າ 1 ໃນ 4 ຂອງ​ປະ­ຊາ­ກອນ​ທັງ​ປະ­ເທດ ເຮັດ​ໃຫ້​ລັດ­ຖະ­ບານ​ມີ​ພາ­ລະ​ງົບ­ປະ­ມານ​ຢ່າງ​ໜັກ ທັງ​ເງິນ​ບຳ­ນານ ສະ­ຫວັດ­ດີ​ການ ການ​ປິ່ນ­ປົວ​ໃນ​ໂຮງ­ໝໍ ແລະ ເງິນ​ກອງ​ທຶນ​ສຳ­ຮອງ​ລ້ຽງ​ຊີບ.

ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ຂອງ​ຍີ່­ປຸ່ນ​ລະ­ບຸ​ວ່າ ທາງ​ກະ­ຊວງ​ມີ​ແຜນ​ຈະ​ທົບ​ທວນ​ລະ­ບົບ​ຂອງ​ລັດ ເພື່ອ​ໃຫ້​ສາ­ມາດ​ຮອງ​ຮັບ​ຈຳ­ນວນ​ຜູ້​ສູງ​ອາ­ຍຸ​ທີ່​ເພີ່ມ​ຂຶ້ນ​ໄດ້.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!