ການຈັບຕົວ

ເນື່ອງ​ຈາ​ກວ່າ​ບັນ­ຫາ​ການ​ຈັບ​ຕົວ​ແມ່ນ​ບັນ­ຫາ​ສຳ­ຄັນ ເພາະ​ການ​ຈັບ​ຕົວ​ມັນ​ແຕະ­ຕ້ອງ​ເຖິງ​ສິດ ແລະ ເສລີ­ພາບ​ຂອງ​ພົນ­ລະ­ເມືອງ ເວົ້າ​ລວມ ເວົ້າ​ສະ­ເພາະ​ແມ່ນ​ສິດ​ເສລີ­ພາບ​ສ່ວນ​ບຸກ­ຄົນ ຖ້າ​ຫາກ​ການ​ດຳ­ເນີນ​ການ​ຈັບ​ຕົວ​ບໍ່​ເປັນ​ໄປ​ຕາມ​ທີ່​ກົດ­ໝາຍ ວ່າ​ດ້ວຍ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ​ກຳ­ນົດ​ໄວ້.

ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ​ໄດ້​ກຳ­ນົດ​ວ່າ: ການ​ຈັບ​ຕົວ​ບຸກ­ຄົນ​ໃດ​ໜຶ່ງ ຕ້ອງ​ມີ​ຄຳ​ສັ່ງ​ຈັບ​ຕົວ​ເປັນ​ລາຍ​ລັກ​ອັກ­ສອນ​ຂອງ​ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ ຫຼື ສານ ເວັ້ນ​ເສຍ​ແຕ່​ການ​ຈັບ​ຕົວ​ໃນ​ກໍ­ລະ­ນີ ການ​ກະ­ທຳ​ຜິດ​ເຊິ່ງ​ໜ້າ ຫຼື ຮີບ​ດ່ວນ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ມາດ­ຕາ 140 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ.

ໃນ​ການ​ພິ­ຈາ­ລະ­ນາ​ອອກ​ຄຳ​ສັ່ງ​ຈັບ​ຕົວ ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ ຫຼື ສານ ຕ້ອງ​ອີງ­ໃສ່​ເງື່ອນ­ໄຂ​ດັ່ງ­ນີ້: 1. ມີ​ຄຳ​ສັ່ງ​ເປີດ​ການ​ສືບ­ສວນ-ສອບ​ສວນ 2. ມີ​ການ​ກະ­ທຳ ຊຶ່ງ​ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ ທີ່​ກົດ­ໝາຍ​ໄດ້​ກຳ­ນົດ​ໂທດ​ຕັດ​ອິດ­ສະ­ຫຼະ­ພາບ 3. ມີ​ຫຼັກ​ຖານ​ໃນ​ຄະ­ດີ​ໜັກ​ແໜ້ນ​ໃນ​ການ​ຈັບ​ຕົວ ເຈົ້າ​ໜ້າ­ທີ່​ຕ້ອງ​ອ່ານ​ຄຳ​ສັ່ງ​ຈັບ​ຕົວ ພ້ອມ​ທັງ​ແຈ້ງ​ຂໍ້​ກ່າວ​ຫາ ສິດ ແລະ ພັນ­ທະ​ໃຫ້​ຜູ້​ຖືກ​ຈັບ​ຕົວ​ຊາບ.

ພາຍ­ຫຼັງ​ຈັບ​ຕົວ​ຜູ້​ຖືກ​ຫາ​ແລ້ວ ເຈົ້າ​ໜ້າ­ທີ່​ສືບ­ສວນ-ສອບ​ສວນ ຫຼື ພະ­ນັກ­ງານ​ໄອ​ຍະ​ການ ຕ້ອງ​ເອົາ​ຄຳ​ໃຫ້­ການ​ຂອງ​ຜູ້​ຖືກ​ຈັບ​ຕົວ​ໃນ​ທັນ­ໃດ ແລະ ຕ້ອງ​ລາຍ​ງານ​ເປັນ​ລາຍ​ລັກ​ອັກ­ສອນ ໃຫ້​ຫົວ­ໜ້າ​ອົງ­ການ​ໄອ​ຍະ​ການ​ຊາບ ພາຍ​ໃນ​ກຳ­ນົດ​ເວ­ລາ 24 ຊົ່ວ­ໂມງ ພາຍ​ໃນ​ກຳ­ນົດ 24 ຊົ່ວ­ໂມງ ນັບ​ແຕ່​ເວ­ລາ​ຈັບ​ຕົວ​ເປັນ­ຕົ້ນ​ໄປ ເຈົ້າ​ໜ້າ­ທີ່​ສືບ­ສວນ-ສອບ​ສວນ ຫຼື ພະ­ນັກ­ງານ​ໄອ​ຍະ​ການ ຕ້ອງ​ລົງ​ຄຳ​ເຫັນ​ວ່າ ຈະ​ປ່ອຍ​ຕົວ ຫຼື ຈະ​ກັກ​ຂັງ​ພາງ ການ​ດຳ­ເນີນ​ການ​ຈັບ​ຕົວ​ຕ້ອງ​ດຳ­ເນີນ​ໄປ​ດ້ວຍ​ວິ­ທີ ແລະ ຮູບ​ການ​ອັນ​ເໝາະ​ສົມ​ກັບ​ລັກ­ສະ­ນະ​ຂອງ​ການ​ກະ­ທຳ​ຜິດ ແລະ ຜູ້​ຖືກ​ຈັບ​ຕົວ ບໍ່​ອະ­ນຸ­ຍາດ​ໃຫ້​ທຸບ​ຕີ ຫຼື ທໍ­ລະ­ມານ​ຜູ້​ຖືກ​ຈັບ​ຕົວ.

ການ​ຈັບ​ຕົວ​ບໍ່​ວ່າ​ຈະ​ແມ່ນ​ກໍ­ລະ­ນີ​ໃດ ຕ້ອງ​ແຈ້ງ​ໃຫ້​ຄອບ­ຄົວ ອົງ­ການ​ປົກ­ຄອງ​ບ້ານ ສຳ­ນັກ­ງານ ອົງ­ການ ຫຼື ວິ​ສາ​ຫະ​ກິດ ທີ່​ຜູ້­ກ່ຽວ​ສັງ­ກັດ​ຢູ່​ຊາບ ພາຍ​ໃນ​ເວ­ລາ 24 ຊົ່ວ­ໂມງ ພ້ອມ​ທັງ​ແຈ້ງ​ສະ­ຖານ­ທີ່​ກັກ​ຂັງ ຕົວ­ຢ່າງ: ທ້າວ ໂຈກ ໄດ້​ຕີ ທ້າວ ນອດ ແລ້ວ​ຜູ້­ກ່ຽວ​ກໍ​ໄດ້​ຫຼົບ­ໜີ ມື້­ຕໍ່­ມາ​ຜູ້­ກ່ຽວ​ກໍ​ຖືກ​ຈັບ​ຕົວ​ຢູ່​ທີ່​ເຮືອນ​ຂອງ​ຕົນ ກໍ­ລະ­ນີ​ດັ່ງ­ກ່າວ​ນີ້ ແມ່ນ​ການ​ຈັບ​ຕົວ​ໃນ​ກໍ­ລະ­ນີ​ທຳ​ມະ​ດາ ໝາຍ​ຄວາມ​ວ່າ​ບໍ່​ແມ່ນ​ການ​ກະ­ທຳ​ຜິດ​ເຊິ່ງ​ໜ້າ ແລະ ຮີບ​ດ່ວນ ສະ­ນັ້ນ ເຈົ້າ​ໜ້າ­ທີ່​ຕ້ອງ​ປະ­ຕິ­ບັດ​ຕາມ​ວິ­ທີ ແລະ ຮູບ​ການ​ອັນ​ເໝາະ​ສົມ​ຕໍ່​ຜູ້­ກ່ຽວ ມີ​ບາງ​ກໍ­ລະ­ນີ​ອາດ​ຈະ​ມີ​ການ​ຈັບ​ຕົວ​ຕາມ​ການ​ລາຍ​ງານ​ຂອງ​ຜູ້​ຖືກ­ເສຍ​ຫາຍ ຫຼື ພໍ່​ແມ່ ຍາດ­ຕິ​ພີ່­ນ້ອງ​ຂອງ​ຜູ້​ເສຍ​ຫາຍ ໂດຍ​ບໍ່​ມີ​ຄຳ​ສັ່ງ​ຈັບ​ຕົວ­ຢ່າງ​ເປັນ​ລາຍ​ລັກ​ອັກ­ສອນ ໃນ​ກໍ​ລະ​ນີ້​ເຫັນ​ວ່າ​ເປັນ​ການ​ດຳ­ເນີນ​ການ​ທີ່​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ.

ສຳ­ລັບ​ການ​ຈັບ​ຕົວ ການ​ກັກ​ຕົວ ຫຼື ການ​ກັກ​ຂັງ​ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ນັ້ນ ໃນ​ມາດ­ຕາ 217 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ ໄດ້​ກຳ­ນົດ​ວ່າ: ບຸກ­ຄົນ​ໃດ​ຫາກ​ຈັບ​ຕົວ ກັກ​ຕົວ ຫຼື ກັກ​ຂັງ​ບຸກ­ຄົນ​ອື່ນ ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຈະ​ຖືກ​ລົງ­ໂທດ​ຕຳ​ນິ​ວິ­ຈານ​ຕໍ່­ໜ້າ​ມະ­ຫາ­ຊົນ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ຫຼື ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່ 1 ປີ ຫາ 3 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3.000.000 ກີບ ຫາ 15.000.000 ກີບ.

ໃນ​ກໍ­ລະ­ນີ​ທີ່​ການ​ກະ­ທຳ​ຜິດ ມີ​ການ­ຈັດ­ຕັ້ງ​ເປັນ​ກຸ່ມ ມີ​ການ​ສວຍ​ໃຊ້​ໜ້າ­ທີ່​ຕຳ­ແໜ່ງ​ກະ­ທຳ​ຜິດ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ ກະ­ທຳ​ຜິດ​ຫຼາຍ​ກວ່າ​ໜຶ່ງ​ຄົນ ຫຼື ຕໍ່​ບຸກ­ຄົນ​ທີ່​ກຳ­ລັງ​ປະ­ຕິ­ບັດ​ໜ້າ­ທີ່​ທາງ​ການ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ ແຕ່ 3 ປີ ຫາ 5 ປີ ແລະ ຈະ​ຖືກ​ປັບ​ໃໝ ແຕ່ 5.000.000 ກີບ ຫາ 20.000.000 ກີບ.

ໂດຍ: ໄມ້​ງັດ

error: Content is protected !!