ການຂັບຂີ່ຍານພາຫະນະຕາມທາງດ່ວນ

ທາງ​ດ່ວນ​ນະ­ຄອນ­ຫຼວງ​ວຽງ​ຈັນ-ວັງ​ວຽງ ທີ່​ຫາ​ກໍ​ເປີດ​ໃຊ້​ເປັນ​ທາງ​ການ​ໃນ​ກາງ​ເດືອນ​ທັນ­ວາ 2020 ຜ່ານ​ມາ ຖື​ວ່າ​ເປັນ​ອີກ​ໃບ​ໜ້າ​ໃບ​ຕາ ອີກ​ຜົນ­ສຳ­ເລັດ​ຂອງ​ການ​ພັດ­ທະ­ນາ​ທາງ​ດ້ານ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ​ໃນ​ປະ­ເທດ​ລາວ​ເຮົາ ດັ່ງ­ນັ້ນ​ຈຶ່ງ​ເປັນ​ເລື່ອງ​ໃໝ່​ໃຫ້​ກັບ​ຄົນ​ລາວ ກໍ​ຄື​ກັບ​ນັກ​ຂັບ​ຂີ່ ເຊິ່ງ​ນັບ​ແຕ່​ເລີ່ມ​ເປີດ​ໃຫ້​ນຳ​ໃຊ້​ລົດ​ລອງ ແລະ ເປີດ​ໃຫ້​ບໍ­ລິ­ການ​ບໍ່​ພໍ​ເທົ່າ­ໃດ​ອາ­ທິດ ກໍ​ມີ​ຍວດ​ຍານ­ພາ­ຫະ­ນະ​ຈຳ­ນວນ​ຫຼວງ­ຫຼາຍ​ໄປ​ໃຊ້​ບໍ­ລິ­ການ ຖືກ​ໄດ້​ວ່າ​ເປັນ​ການ​ຕອບ​ຮັບ​ຈາກ​ສັງ­ຄົມ​ໄດ້​ເປັນ​ຢ່າງ​ດີ.

ເນື່ອງ​ຈາກ​ຍັງ​ເປັນ​ເລື່ອງ​ໃໝ່​ໃນ​ປະ­ເທດ​ລາວ​ເຮົາ ທາງ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ກໍ​ຄື ກະ­ຊວງ​ໂຍ­ທາ​ທິ​ການ-ຂົນ­ສົ່ງ ໄດ້​ອອກ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ທາງ​ດ່ວນ​ສຳ​ປະ­ທານ ນະ­ຄອນ­ຫຼວງ​ວຽງ​ຈັນ-ວັງ​ວຽງ ເພື່ອ​ເຮັດ​ໃຫ້­ການ​ນຳ​ໃຊ້​ມີ​ປະ­ຕິ​ທິ​ຜົນ ໄປ​ພ້ອມໆ​ກັບ​ການ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ.

ນັບ​ແຕ່​ມື້​ເປີດ​ນຳ​ໃຊ້​ບໍ່​ພໍ​ເທົ່າ­ໃດ​ອາ­ທິດ ກໍ​ມີ​ຂ່າວ​ອອກ​ຜ່ານ​ສື່​ອອນ​ລາຍ​ກ່ຽວ​ກັບ​ການ​ເກີດ​ອຸ­ບັດ​ຕິ​ເຫດ​ຢູ່​ທາງ​ດ່ວນ ເຮັດ​ໃຫ້​ສັງ­ຄົມ​ກໍ​ມີ​ຄວາມ​ຄິດ​ເຫັນ​ຕ່າງໆ​ນາໆ ເຊິ່ງ​ອຸ­ບັດ​ຕິ​ເຫດ​ທີ່​ເກີດ​ຂຶ້ນ​ນັ້ນ​ອາດ​ເກີດ​ມາ​ຈາກ​ປັດ​ໄຈ ທີ່​ສົ່ງ​ຜົນ​ໃຫ້​ນັກ​ຂັບ​ຂີ່​ທີ່​ຕ້ອງ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ມາດ​ຕະ­ການ​ຂໍ້​ຫ້າມ​ຢ່າງ​ເຂັ້ມ​ງວດ.

ດັ່ງ­ນັ້ນ ໃນ​ຄໍ​ລຳ​ຈະ­ລາ­ຈອນ​ມື້­ນີ້ ຈຶ່ງ​ຂໍ​ນຳ​ສະ­ເໜີ​ການ​ຂັບ​ຂີ່​ເທິງ​ທາງ​ດ່ວນ​ທີ່​ຖືກ​ກຳ­ນົດ​ໄວ້​ໃນ​ມາດ­ຕາ 15 ຂອງ​ຂໍ້​ຕົກ­ລົງ​ສະ­ບັບ​ດັ່ງ­ກ່າວ ເຊິ່ງ​ມາດ­ຕາ​ດັ່ງ­ກ່າວ​ລະ­ບຸ​ວ່າ: ການ​ຂັບ​ຂີ່​ຍານ­ພາ­ຫະ­ນະ​ຕາມ​ຕາມ​ທາງ​ດ່ວນ ຕ້ອງ​ປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ ດັ່ງ­ນີ້:

1. ຍານ­ພາ­ຫະ­ນະ​ທີ່​ເຂົ້າ​ໄປ​ໃນ​ທາງ​ດ່ວນ ຕ້ອງ​ມີ​ປ້າຍ​ສັນ­ຍາ​ລັກ​ເຕືອນ ເພື່ອ​ນຳ​ໃຊ້​ໃນ​ເວ­ລາ​ຍານ­ພາ­ຫະ­ນະ​ເກີດ​ມີ​ການ​ຕິດ​ຂັດ ຫຼື ເປ່​ເພ.

2. ຜູ້​ຂັບ​ຂີ່​ຍານ­ພາ­ຫະ­ນະ ແລະ ຜູ້­ໂດຍ­ສານ​ທີ່​ນຳ​ໃຊ້​ທາງ​ດ່ວນ​ຕ້ອງ​ໃສ່​ສາຍ­ຮັດ​ນີ​ລະ​ໄພ.

3. ໃນ​ເວ­ລາ​ທີ່​ຍານ­ພາ­ຫະ­ນະ​ກຳ­ລັງ​ຂັບ​ເຄື່ອນ ແມ່ນ​ບໍ່​ອະ­ນຸ­ຍາດ​ໃຫ້​ຜູ້­ໂດຍ­ສານ​ຢືນ ຫຼື ຖິ້ມ​ສິ່ງ​ຂອງ​ອອກ​ຈາກ​ຍານ­ພາ­ຫະ­ນະ.

4. ໃນ​ເວ­ລາ​ທີ່​ຍານ­ພາ­ຫະ­ນະ​ກຳ­ລັງ​ຂົນ­ສົ່ງ​ສິນ­ຄ້າ ຫຼື ສິ່ງ​ຂອງ​ຕ່າງໆ ອະ­ນຸ­ຍາດ​ໃຫ້​ຜູ້​ຂັບ​ຂີ່ ແລະ ຜູ້​ຊ່ວຍ​ນັ່ງ​ຕາມ​ຈຳ­ນວນ​ໜຶ່ງ​ມີ​ໃນ​ຫ້ອງ​ຄົນ​ຂັບ​ເທົ່າ​ນັ້ນ ແລະ ບໍ່​ອະ­ນຸ­ຍາດ​ໃຫ້​ຜູ້​ຂັບ​ຂີ່​ຈອດ​ຮັບ​ເຂົ້າ​ຜູ້­ໂດຍ­ສານ​ຕາມ​ທາງ​ດ່ວນ ທີ່​ບໍ່​ແມ່ນ​ຈຸດ​ພັກ​ລົດ​ຢ່າງ​ເດັດ­ຂາດ.

ຢ່າງ­ໃດ​ກໍ​ຕາມ ການ​ຂັບ​ຂີ່​ເທິງ​ທາງ​ດ່ວນ​ນັກ​ຂັບ​ຂີ່ ກໍ​ຕ້ອງ​ເປັນ​ເຈົ້າ​ການ​ປະ­ຕິ­ບັດ​ຕາມ​ຂໍ້​ກຳ­ນົດ ກົດ​ລະ­ບຽບ​ໃຫ້​ເຄັ່ງ​ຄັດ ບໍ່​ວ່າ​ຈະ​ເປັນ​ການ​ໃຊ້​ຄວາມ​ໄວ ການ​ຮັກ­ສາ​ໄລ­ຍະ​ຫ່າງ ແລະ ອື່ນໆ ເພື່ອ​ຫຼີກ​ລ່ຽງ​ການ​ເກີດ​ອຸ­ບັດ​ຕິ​ເຫດ.

ໂດຍ: ເມັດ​ຝົນ

error: Content is protected !!