ມາດຕະການແປກໆ ແຕ່ມີຄວາມຈິງ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ມາດ​ຕະ­ການ​ນະ­ໂຍ­ບາຍ ກໍ​ຄື ຄຳ​ສັ່ງ​ຂອງ​ທາງ​ການ​ໃນ​ປະ­ເທດ​ສີ​ລັງ­ກາ ອີ​ຕາ​ລີ ແລະ ສະ​ກອດ​ແລນ (ອັງ­ກິດ) ທີ່​ອ່າວ​ແປກ ແຕ່​ມີ​ຄວາມ​ຈິງ.

ທີ່ ສີ​ລັງ­ກາ: ປະ­ເທດ​ເກາະ­ດອນ​ໃນ​ອ່າວ​ມະ­ຫາ​ສະ­ໝຸດ​ອິນ​ເດຍ ທີ່​ມີ​ຊື່­ວ່າ ສີ​ລັງ­ກາ​ນີ້ ເປັນ​ປະ­ເທດ​ທີ່​ມີ​ປະ­ຊາ­ກອນ​ນັບ­ຖື​ສາ­ສະ­ໜາ​ພຸດ ກວມ​ເອົາ 70% ສາ­ສະ­ໜາ​ຮິນ​ດູ 12,5% ສ່ວນ​ພວກ​ທີ່​ນັບ­ຖື​ສາ­ສະ­ໜາ​ອິດ​ສະ​ລາມ​ນັ້ນ ມີ​ປະ­ມານ 10% ຂອງ​ຈຳ­ນວນ​ປະ­ຊາ­ກອນ​ໃນ​ທົ່ວ​ປະ­ເທດ ໃນ​ວັນ​ທີ 1 ຕຸ­ລາ ປີ 2020 ນີ້ ມີ​ຂ່າວ​ໃຫຍ່​ດັງ​ໄກ​ອອກ​ມາ​ຈາກ​ປະ­ເທດ​ນີ້​ວ່າ ລັດ­ຖະ­ບານ​ຂອງ​ສີ​ລັງ­ກາ ມີ​ຄວາມ​ໝາຍ​ໝັ້ນ​ຄັ້ນ​ມື​ຈະ​ຊຸກ­ຍູ້​ໃຫ້​ຮ່າງ​ກົດ­ໝາຍ​ຫ້າມ​ຂ້າ​ງົວ​ໄດ້​ຮັບ​ການ​ຮັບ­ຮອງ​ເອົາ​ໂດຍ​ລັດ​ຖະ​ສະ­ພາ ພາຍ­ຫຼັງ​ໄດ້​ມີ​ຂໍ້​ສະ­ຫຼຸບ​ກ່ຽວ​ກັບ​ການ​ເບິ່ງ­ແຍງ​ລ້ຽງ​ເກືອ​ງົວ​ທີ່​ເກີນ​ອາ­ຍຸ​ໃຊ້​ງານ ແຕ່​ເຫດ­ຜົນ​ສຳ­ຄັນ​ກໍ​ແມ່ນ​ກ່ຽວ​ກັບ​ການ​ເຊື່ອ​ຖື​ຢ່າງ​ເຄັ່ງ​ຄັດ​ທາງ​ສາ­ສະ­ໜາ ສາ­ສະ­ໜາ​ຮິນ​ດູ​ຖື​ງົວ​ເປັນ​ສັດ​ສັກ­ສິດ ສ່ວນ​ສາ­ສະ­ໜາ​ພຸດ​ນັ້ນ ກໍ​ຖື​ວ່າ​ງົວ​ເປັນ​ເຄົ້າ​ກຳ­ເນີດ​ຂອງ​ພະ​ໂຕ​ຕາ​ມະ ຫຼື ໂຄ­ດົມ ຊຶ່ງ​ແມ່ນ​ພະ­ພຸດ­ທະ­ເຈົ້າ​ນັ້ນ​ເອງ (ໜັງ­ສື­ພິມ​ຜູ້​ແທນ​ປະ­ຊາ­ຊົນ​ສະ­ບັບ 703 5-8/10/2020) ຍ້ອນ​ຄວາມ​ເຄັ່ງ​ຄັດ​ໃນ​ການ​ເຊື່ອ​ນີ້​ເອງ ການ​ຜະ­ລິດ​ຊີ້ນ​ງົວ​ໃນ​ສີ​ລັງ­ກາ​ຈຶ່ງ​ນັບ​ມື້​ນັບ​ຫຼຸດ​ໜ້ອຍ​ຖອຍ​ລົງ ຍ້ອນ​ການ​ບໍ­ລິ­ໂພກ​ຊີ້ນ​ງົວ​ຫຼຸດ​ລົງ ສະ­ຖິ­ຕິ​ຊີ້​ອອກ​ວ່າ ໃນ​ປີ 2019 ປະ­ລິ­ມານ​ການ​ຜະ­ລິດ​ຊີ້ນ​ງົວ​ນັ້ນ​ມີ​ພຽງ 29.870 ໂຕນ ຂ່າວ​ບອກ​ວ່າ ພາຍ­ຫຼັງ​ໄດ້​ຮັບ​ຂໍ້​ສະ­ຫຼຸບ​ລະ­ອຽດ​ຮອບ­ດ້ານ​ແລ້ວ ກົດ­ໝາຍ​ຫ້າມ​ຂ້າ​ງົວ​ກໍ​ຈະ​ມີ​ຜົນ​ບັງ­ຄັບ​ໃຊ້​ທັນ­ທີ​ໂລດ ແຕ່​ການ​ນຳ​ເຂົ້າ​ຊີ້ນ​ງົວ​ຈາກ​ຕ່າງ­ປະ­ເທດ​ນັ້ນ​ຈະ​ບໍ່​ຖືກ​ເກືອດ​ຫ້າມ.

ທີ່ ອີ​ຕາ​ລີ: ໃນ​ຂະ­ນະ​ທີ່​ບັນ­ດາ​ປະ­ເທດ​ໃນ​ທົ່ວ​ໂລກ​ໄດ້​ໃຊ້​ມາດ​ຕະ­ການ​ບັງ­ຄັບ​ໃຫ້​ທຸກ​ຄົນ​ໃຊ້​ຜ້າ​ອັດ​ປາກ​ອັດ​ດັງ​ໃນ​ເວ­ລາ​ອອກ​ຈາກ​ເຮືອນ ຫຼື ເວ­ລາ​ເຄື່ອນ​ໄຫວ​ກິດ­ຈະ­ກຳ​ສັງ­ຄົມ​ຕາມ​ສະ­ຖານ­ທີ່​ສາ­ທາ­ລະ­ນະ​ນັ້ນ ເພື່ອ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ນັ້ນ ທ່ານ ວິດ​ໂຄ​ຣິ​ໂອ ສະ­ກາ​ບີ ເຈົ້າ­ເມືອງ ເມືອງ​ຊູ​ຕຼີ ອິ​ຕາ​ລີ ຜັດ​ໄດ້​ອອກ​ຄຳ​ສັ່ງ​ຫ້າມ​ປະ­ຊາ­ຊົນ​ໃນ​ເມືອງ​ຂອງ​ຕົນ​ໃສ່​ຜ້າ​ອັດ​ປາກ​ອັດ​ດັງ​ໃນ​ສະ­ຖານ­ທີ່​ສາ­ທາ­ລະ­ນະ ດ້ວຍ​ເຫດ­ຜົນ 2 ປະ­ການ ຄື: ໜຶ່ງ: ການ​ໃສ່​ຜ້າ​ອັດ​ປາກ ອັດ​ດັງ­ນັ້ນ​ຂັດ​ກັບ​ກົດ­ໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍ​ທີ່​ຫ້າມ​ບໍ່​ໃຫ້​ປະ­ຊາ­ຊົນ​ປິດ​ບັງ​ໜ້າ​ຕາ​ຂອງ​ຕົນ​ເອງ​ໃນ​ສະ­ຖານ­ທີ່​ສາ­ທາ­ລະ­ນະ ສ່ວນ​ເຫດ­ຜົນ​ທີ​ສອງ​ນັ້ນ ພົວ­ພັນ​ກັບ​ດ້ານ​ຈິດ­ຕະ­ສາດ ເພາະ​ການ​ໃສ່​ຜ້າ​ອັດ​ປາກ ອັດ​ດັງ­ນັ້ນ​ມັນ​ສະ­ແດງ​ເຖິງ​ຄວາມ​ວິ­ຕົກ​ກັງ­ວົນ ທ່ານ​ເຈົ້າ­ເມືອງ​ຄົນ​ນີ້ ຍອມ­ຮັບ​ວ່າ ຄວາມ​ຄິດ​ຂອງ​ທ່ານ​ເປັນ​ເລື່ອງ​ນອກ​ຂອບ ແຕ່​ມັນ​ຈະ​ສາ­ມາດ​ຫຼຸດ­ຜ່ອນ​ສະ­ພາບ​ຄວາມ​ວິ­ຕົກ​ກັງ­ວົນ​ຈົນ​ເກີນ​ໄປ​ກ່ຽວ​ກັບ​ພະ­ຍາດ​ໂຄ​ວິດ-19 ທ່ານ​ເຈົ້າ­ເມືອງ​ມີ​ຄຳ​ເຫັນ​ຕື່ມ​ວ່າ ການ​ບັງ­ຄັບ​ໃສ່​ຜ້າ​ອັດ​ປາກ​ອັດ​ດັງ­ນັ້ນ ຄວນ​ເຮັດ​ໃນ​ຂອບ​ຈຳ­ກັດ.

ທີ່ ສະ​ກອດ​ແລນ: ໃນ​ທ້າຍ​ເດືອນ​ພະ­ຈິກ 2020 ຂ່າວ​ຕ່າງ­ປະ­ເທດ​ໄດ້​ລາຍ​ງານ​ໃຫ້​ຊາບ​ວ່າ ລັດ­ຖະ­ບານ​ຂອງ​ປະ­ເທດ​ສະ​ກອດ​ແລນ​ໃນ​ສະ­ຫະ​ລາ­ຊະ​ອາ­ນາ­ຈັກ​ອັງ­ກິດ ໄດ້​ກຳ­ນົດ​ນະ­ໂຍ­ບາຍ​ດ້ານ​ສະ­ຫວັດ­ດີ​ການ ​ໃຫ້​ແມ່­ຍິງ​ສາ­ມາດ​ເຂົ້າ​ເຖິງ​ຜະ­ລິດ​ຕະ​ພັນ​ທີ່​ໃຊ້​ເວ­ລາ​ເປັນ​ປະ­ຈຳ​ເດືອນ ເຊັ່ນ: ຜ້າ​ອະ­ນາ­ໄມ (ໂກ​ເຕັກ) ແລະ ສິ່ງ​ຈຳ­ເປັນ​ອື່ນໆ​ໂດຍ​ບໍ່​ເສຍ​ຄ່າ ຄາດ​ວ່າ​ລັດ­ຖະ­ບານ​ສະ​ກອດ​ແລນ ຈະ​ເປັນ​ຜູ້​ແທນ​ຫາບ​ງົບ­ປະ­ມານ​ດ້ານ​ນີ້​ໃນ​ຈຳ­ນວນ 8,7 ລ້ານ​ປອນ​ຕໍ່​ປີ (1 ປອນ ປະ­ມານ 12.300 ກີບ).

error: Content is protected !!