ໂຮງໝໍແມ່ນໍ້າຂອງ ບໍ່ຮັບຄົນເຈັບທີ່ມາຈາກກຸ່ມສ່ຽງຈາກພະຍາດໂຄວິດ​

    ທ່ານ ນາງ ຈັນສຸດາ ນິນທະວົງ ຜູ້ປະຈໍາການໂຮງໝໍແມ່ນໍ້າຂອງ ໃຫ້ສໍາພາດວ່າ: ໂຮງໝໍແມ່ນໍ້າຂອງ ເປັນໂຮງໝໍເອກະຊົນ ຕັ້ງຢູ່ຖະໜົນ 450 ປີ ເຊິ່ງໄດ້ເອົາໃຈໃສ່ໃຊ້ມາດຕະການປ້ອງກັນຢ່າງເຂັ້ມງວດ ເລີ່ມແຕ່ວັນທີ 2 -19 ເມສາ ໂຮງໝໍດັ່ງກ່າວແມ່ນໄດ້ໃຫ້ການບໍລິການຄົນໄຂ້ທີ່ນອນປິ່ນປົວຢູ່ໂຮງໝໍ ແລະ ບໍ່ຮັບຄົນໄຂ້ທີ່ມີກໍລະນີສົງໄສ ຫຼື ຢູ່ໃນກຸ່ມສ່ຽງຕິດເຊື້ອພະຍາດ COVID-19 ແຕ່ຈະຮັບສະເພາະຄົນໄຂ້ທີ່ເປັນກໍລະນີພິເສດ ຄືເກີດອຸບັດເຫດ ພ້ອມນັ້ນ ພະນັກງານແພດໝໍທີ່ເປັນຄົນສັນຊາດຈີນ ກໍໄດ້ຈໍາກັດບໍລິເວນ ບໍ່ໃຫ້ເດີນທາງກັບບ້ານ ເພື່ອເປັນການປະກອບສ່ວນໃນການປະຕິບັດຄໍາສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ.

error: Content is protected !!