ຄວາມຈິງ ຜູ້ຂຽນຢາກເວົ້າແມ່ນການປ້ອງກັນໄພ ການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຖ້າວ່າເຮົາຂາດສະຕິຖືເບົາ ບາງທີຊີວິດເຮົາກໍບໍ່ໂຊກດີສະເໝີໄປ ສາມາດຕິດຕໍ່ພະຍາດຈາກບຸກຄົນອື່ນໄດ້ຫຼາຍຮູບແບບເຊັ່ນ: ຈາກໝູ່ເພື່ອນ ຫຼື ຈາກຄົນທີ່ບໍ່ຮູ້ຈັກເພາະພະຍາດນີ້ ຜູ້ເປັນເລີ່ມຕົ້ນ ບາງຄົນຍັງບໍ່ຮູ້ສຶກໂຕວ່າໂຕເອງຕິດ ດັ່ງນັ້ນ ເລື່ອງການມີສະຕິຊ່ວຍກັນປ້ອງກັນເອົາໃຈໃສ່ ຕັກເຕືອນລູກຫຼານໃນຄອບຄົວໃຫ້ມີສະຕິສູງ ກໍຖືໄດ້ວ່າຊ່ວຍກັນປ້ອງກັນທົ່ວສັງຄົມ. ລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຄັ້ງລ້າສຸດ ໃນເດືອນທັນວາ 2020 ໂດຍໄດ້ຮຽກຮ້ອງໃຫ້ປະຊາຊົນຊ່ວຍກັນມີສະຕິໃນການໃຊ້ຊີວິດ ຫຼື ທ່ອງທ່ຽວໄປມາຕາມສະຖານທີ່ຕ່າງໆ ຕ້ອງໄດ້ໃຊ້ຜ້າອັດປາກ ອັດດັງ ໃນເວລາເຂົ້າຊຸມຊົນ ແລະ ການອອກຈາກເຮືອນໄປມາຢ່າງເຄັ່ງຄັດ ຮຽກຮ້ອງໃຫ້ປະຊາຊົນທຸກຄົນປະຕິບັດໄລຍະຫ່າງ ບໍ່ສຳຜັດມືໃນເວລາພົບກັນ … Continue reading ມີສະຕິຊ່ວຍກັນຕ້ານໂຄວິດ-19
Copy and paste this URL into your WordPress site to embed
Copy and paste this code into your site to embed