ສຶກສາ ນວ ເລັ່ງປັບປຸງຄຸນນະພາບການສຶກສາຮອບດ້ານແນໃສ່ກ້າວໄປສູ່ຄຸນນະພາບທີ່ແທ້ຈິງ

    ທ່ານ ອາຈານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ສຳລັບຂົງເຂດສຶກສາ ນວ ເລີ່ມແຕ່ຕົ້ນປີ 2021 ເປັນຕົ້ນໄປ ແມ່ນຈະໄດ້ເລັ່ງໃສ່ປັບປຸງຄຸນນະພາບການສຶກສາໃຫ້ກ້າວສູ່ຄຸນນະພາບທີ່ແທ້ຈິງ ເພື່ອກ້າວສູ່ຄຸນນະພາບນັ້ນ ຕ້ອງໄດ້ປັບປຸງຂະແໜງການສຶກສາຮອບດ້ານ ເລີ່ມແຕ່ການບໍລິຫານຂອງຜູ້ບໍລິຫານລະດັບເມືອງ ລະດັບໂຮງຮຽນທົ່ວ ນວ ໃຫ້ມີຄວາມເຂັ້ມແຂງ ປັບປຸງຍົກລະດັບໃຫ້ແກ່ຄູສອນ ຄູສອນຕ້ອງມີຈັນຍາບັນໃນການສອນ ຮັກອາຊີບແພງເດັກ ການສອນຕ້ອງໃຫ້ມີການນຳໃຊ້ເຄື່ອງປະຈັກຕາໃຫ້ເປັນສ່ວນໃຫຍ່ ເພື່ອໃຫ້ລູກຫຼານນັກຮຽນເຂົ້າໃຈເລີກເຊີ່ງ ບັນຫາໜຶ່ງພວກເຮົາຈະຕ້ອງໄດ້ເລືອກນັກຮຽນຜູ້ທີ່ມີພອນສະຫວັນ ກ້າວເຂົ້າເປັນນັກຮຽນເກັ່ງລະດັບຊາດ ແລະ ສຸມໃສ່ເຮັດໃຫ້ມີການຮຽນການສອນໄອຊີທີ ປັດຈຸບັນ ນວ ໄດ້ມີສູນໄອຊີທີຢູ່ໂຮງຮຽນ ມສ ວຽງຈັນ ເຊິ່ງສູນດັ່ງກ່າວໄລຍະຜ່ານມາແມ່ນມີຜົນງານຢ່າງຫຼວງຫຼາຍເຊັ່ນ: ຈັດການສອນວິດີໂອຄອນຟີເຣັນເພື່ອສອນຜ່ານອອກສູ່ຕ່າງແຂວງໃນ 9 ແຂວງ ແລະ ຕໍ່ໜ້າຈະຂະຫຍາຍອອກຕື່ມ ທັງຕ້ອງໄດ້ມີການປັບປຸງອຸປະກອນໄອທີໃຫ້ມີຄວາມທັນສະໄໝຂຶ້ນກວ່າເກົ່າ ເພື່ອໃຫ້ລູກຫຼານນັກຮຽນໄດ້ຮຽນໄອຊີທີໃຫ້ທ່ວງທັນກັບສາກົນ ອີກບັນຫາໜຶ່ງ ແມ່ນຕ້ອງໄດ້ປັບປຸງເຮັດໃຫ້ລູກຫຼານນັກຮຽນໄດ້ຮຽນພາສາສາກົນນັບແຕ່ ປ3 ຂຶ້ນໄປ ຕ້ອງໄດ້ຮຽນພາສາສາກົນຢ່າງໜ້ອຍໜຶ່ງພາສາ ເຊິ່ງປັດຈຸບັນ ນັກຮຽນນັບແຕ່ ປ3 ຂຶ້ນໄປແມ່ນໄດ້ຮຽນໝົດທຸກຄົນ ແຕ່ຍັງບໍ່ໄດ້ຄຸນນະພາບ ນັບແຕ່ນີ້ເປັນຕົ້ນໄປ ແມ່ນຈະເນັ້ນໃຫ້ມີຄຸນນະພາບທີ່ແທ້ຈິງ ເພື່ອເຮັດໃຫ້ນັກຮຽນທີ່ຈົບ ມ7 ແມ່ນໃຫ້ສາມາດນຳໃຊ້ພາສາສາກົນໄດ້ໂດຍພື້ນຖານ ກ້າວຫາລະດັບດີ.

    ຄຽງຄູ່ກັນນັ້ນ ຕ້ອງໄດ້ຊຸກຍູ້ສົ່ງເສີມໃຫ້ລູກຫຼານນັກຮຽນຕ້ອງໄດ້ເຂົ້າຮຽນໃນສາຍວິຊາຊີບທີ່ຖືກກັບສະພາບຕົວຈິງຂອງບ້ານເຮົາ ເພາະສ່ວນຫຼາຍ ລູກຫຼານນັກຮຽນແມ່ນໄດ້ຮຽນໃນສາຍວິຊາສະເພາະ ຮຽນແຕ່ຢາກເປັນພະນັກງານ ບໍ່ແມ່ນຮຽນເພື່ອເຮັດໃຫ້ຕົນເອງມີອາຊີບລ້ຽງຕົນເອງ ໄປພັດທະນາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ເຊິ່ງເຮົາຕ້ອງໄດ້ປຸກລະດົມເຮັດໃຫ້ລູກຫຼານເຂົ້າຮຽນໃນສາຍອາຊີບທີ່ຖືກກັບສະພາບຄວາມເປັນຈິງ ໂດຍການໂຄສະນາ ແລະ ເອົາຜູ້ທີ່ມີຜົນສຳເລັດມາເປັນຕົວແບບ ແລ້ວນຳເອົາໄປໂຄສະນາໃຫ້ລູກຫຼານນັກຮຽນໄດ້ຮັບຮູ້ເຖິງຜົນດີຂອງການຮຽນວິຊາຊີບ ຄຽງຄູ່ກັນນັ້ນ ແມ່ນໄດ້ສຸມໃສ່ການເຝິກອົບຮົມວິຊາຊີບໃຫ້ແກ່ພະນັກງານ ກໍຄືໃຫ້ແກ່ຜູ້ທີ່ດ້ອຍໂອກາດຢູ່ໃນ ນວ ເຊິ່ງຜ່ານມາ ນວ ກໍມີສູນເຝິກອົບຮົມເຝິກຊາຊີບເຊັ່ນ ວິຊາອາຊີບເສີມຄວາມງາມ ຕັດຫຍິບ ປຸງແຕ່ງ ປັດຈຸບັນແມ່ນໄດ້ຮັບການຊ່ວຍຈາກຍີ່ປຸ່ນ ກ່ຽວກັບການເຝິກອົບຮົມກ່ຽວກັບການທ່ອງທ່ຽວ ແລະ ດູແລຜູ້ອາຍຸສູງ ເຊິ່ງໃນຕໍ່ໜ້າ ແມ່ນຈະເພີ່ມທະວີຊຸກຍູ້ຂະແໜງວິຊາຊີບໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ.

                     # ຂ່າວ & ພາບ : ເພັດສະໝອນ

error: Content is protected !!