ມັງກອນທອງ ຊຸກຍູ້ອຸປະກອນກີລາ-ການສຶກສາ ຊ່ວຍເຫຼືອຄອບຄົວທຸກຍາກ

    ພິທີມອບ-ຮັບເຄື່ອງອຸປະກອນກີລາ ແລະ ອຸປະກອນສຶກສາ ໄດ້ມີຂຶ້ນວັນທີ 6 ມັງກອນ 2021 ຢູ່ສວນອາຫານມັງກອນທອງ ເຂດບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການກ່າວມອບຂອງທ່ານ ລັດທະນາໄຊ ລາດສະວົງສິງ ເຈົ້າຂອງສວນອາຫານມັງກອນທອງ ທັງເປັນຮອງປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດ ແລະ ຮອງປະທານສະມາຄົມກີລາພື້ນເມືອງລາວ ແລະ ຕາງໜ້າກ່າວຮັບແມ່ນທ່ານ ລັດຖະໄຊ ອິນທະວົງ ຫົວໜ້າພະແນກບໍລິຫານ ກົມກີລາມວນຊົນ ກະຊວງສຶກສາທິການ ແລະ ກີລາ ມີທ່ານ ທອງສະຫວັດ ວົງສະຫວ່າງ ຫົວໜ້າພະແນກກີລາຄົນພິການ ກົມກີລາມວນຊົນ ພ້ອມດ້ວຍບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. 

    ໂອກາດນີ້ ທ່ານ ລັດຖະໄຊ ອິນທະວົງ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງທ່ານ ລັດທະນາໄຊ ລາດສະວົງສິງ ທີ່ໄດ້ໃຫ້ການຊ່ວຍເຫຼືອວົງການກີລາລາວ ກໍຄືກີລາມວນຊົນຕະຫຼອດມາ ໂດຍສະເພາະເມື່ອບໍ່ດົນມານີ້ ກໍຍັງຊ່ວຍເຫຼືອອຸປະກອນກີລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກກີລາແລ່ນ-ລານຄົນພິການລາວ ເພື່ອກຽມຕາງໜ້າປະເທດຊາດເຂົ້າຮ່ວມສ້າງຜົນງານນຳເອົາກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດ ໃນການແຂ່ງຂັນກີລາລະດັບພາກພື້ນ ແລະ ສາກົນໃນຕໍ່ໜ້ານີ້ ເຖິງຢ່າງໃດກໍດີ ສຳລັບເຄື່ອງທີ່ທ່ານຊ່ວຍເຫຼືອຄອບຄົວທຸກຍາກຂາດເຂີນ ຂໍໃຫ້ເຊື່ອໝັ້ນວ່າຈະນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນ ກໍຄືລູກຫຼານຊາວເມືອງໄຊສະຖານ ແຂວງໄຊຍະບູລີ ຢ່າງທົ່ວເຖິງ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ພວກເຮົາຍັງຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກທ່ານຕື່ມອີກ. 

    ສຳລັບເຄື່ອງທີ່ທ່ານ ລັດທະນາໄຊ ລາດສະວົງສິງ ໃຫ້ການຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ ໂສ້ງ ແລະ ເສື້ອກັນໜາວ ຈຳນວນ 300 ຊຸດ ປື້ມຂຽນ 12 ໂຫຼ ໂຮງແຫຼມສໍ 11 ກັບ ຢາງລືບ 6 ກັບ ເກີບ 300 ຄູ່ ບານເຕະ 3 ໜ່ວຍ ບານສົ່ງ 2 ໜ່ວຍ ກະຕໍ້ 5 ໜ່ວຍ ຕາງໜ່າງກີລາບານສົ່ງ 2 ດາງ ແລະ ຕາໜ່າງກີລາກະຕໍ້ 2 ດາງ ລວມມູນຄ່າ 16 ລ້ານກວ່າກີບ.

                # ຂ່າວ & ພາບ: ສີພອນ

error: Content is protected !!