ລັດຖະບານ ສສຫວຽດນາມ ມອບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດ COVID-19​

    ເຖິງແມ່ນວ່າ ສສ ຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍປະການ ໂດຍສະເພາະແມ່ນຍັງປະເຊີນໜ້າກັບພະຍາດໂຄວິດ-19 ທີ່ພວມລະບາດໜັກພໍສົມຄວນ ແຕ່ບົນຈິດໃຈ “ການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ກໍຄືນ້ຳໃຈສາກົນກຳມາຊີບອັນສູງສົ່ງຂອງຕົນ ລັດຖະບານ ແລະ ປະຊາຊົນ ຫວຽດນາມຍັງໄດ້ບິແບ່ງວັດຖຸປັດໄຈມາຊ່ວຍລັດຖະບານ ກໍຄືປະຊາຊົນລາວ ໃນການຕ້ານພະຍາດໂຄວິດ-19 ໂດຍໄດ້ນໍາເອົາເຄື່ອງອຸປະກອນການແພດມາ

ມອບຊ່ວຍເຫຼືອໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ເມສາ 2020 ນີ້ທີ່ສະໜາມບິນສາກົນວັດໄຕ ໂດຍປະກອບມີນໍ້າຢາກວດຫາເຊື້ອພະຍາດ COVID-19 ຜ້າອັດປາກ (3 ຊັ້ນ) 200 ແກັດ ຈຳນວນ 200.000 ອັນ ຊຸດປ້ອງກັນພະຍາດ ຈຳນວນ 1.000 ຊຸດ ຜ້າອັດປາກຊະນິດພິເສດ ຈຳນວນ 217 ແກັດ ຈຳນວນ 130.200 ອັນ ແລະ ເຄື່ອງມືທີ່ຈໍາເປັນທາງການແພດຈຳນວນໜຶ່ງ ລວມມູນຄ່າທັງໝົດ 300.000 ໂດລາສະຫະລັດ ຫຼືປະມານ 2,6 ຕື້ກວ່າກີບ ໃນນັ້ນ ຈາກລັດຖະບານ 100.000 ໂດລາສະຫະລັດ ກະຊວງສາທາລະນະສຸກຫວຽດນາມ 5 ຕື້ດົງ (200.000 ໂດລາສະຫະລັດ) ແລະ ກະຊວງວິທະຍາສາດ – ເຕັກໂນໂລຊີແຫ່ງ ສສ ຫວຽດນາມ 250 ລ້ານດົງ (ປະມານ 10.000 ໂດລາສະຫະລັດ)

ພິທີມອບ-ຮັບອຸປະກອນຊ່ວຍເຫຼືອດັ່ງກ່າວ ຕາງໜ້າລັດຖະບານ ສສ ຫວຽດນາມ ກ່າວມອບໂດຍແມ່ນທ່ານ ຫງຽນບ໋າຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມປະຈຳລາວ ຕາງໜ້າລັດຖະບານລາວຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະ ນະສຸກ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ໂອກາດກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ ລັດຖະບານ ແລະ ປະຊາຊົນຫວຽດນາມ ກໍຄືກະຊວງສາທາລະນະສຸກ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ທີ່ໄດ້ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າອຸປະກອນການແພດທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະຖືກນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດ COVID-19 ຢູ່ ສປປ ລາວ ຢ່າງມີປະສິດທິຜົນສູງ.

error: Content is protected !!