ຫຼາຍພາກສ່ວນ ເປັນເຈົ້າສັດທາສ້າງຕູ້ວາງສະແດງວັດຖຸພັນຢູ່ຫໍພະແກ້ວ

      ວັນທີ 7 ມັງກອນ 2021 ທີ່ພິພິທະພັນຫໍພະແກ້ວ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບເງິນລະດົມທຶນເພື່ອສ້າງຕູ້ວາງສະແດງວັດຖຸພັນຢູ່ພິພິທະພັນຫໍພະແກ້ວ ທີ່ເປັນກິດຈະກຳໜຶ່ງນອນຢູ່ໃນໂຄງການປະຕິສັງຂອນຫໍພະແກ້ວ 20 ໜ່ວຍ ທີ່ມີຂະໜາດກວ້າງ 60 ຊັງຕີແມັດ ແລະ ສູງ 1,65 ແມັດ ເຮັດດ້ວຍໄມ້ເນື້ອແຂງ ແລະ ຄວັດລາຍທີ່ເປັນເອກະລັກລາວ ລົງດ້ວຍສີຄຳ ມູນຄ່າໜ່ວຍລະ 20 ລ້ານກີບ ລວມມູນຄ່າທັງໝົດ 400 ລ້ານກີບ  ກ່າວຮັບໂດຍພະອາຈານ ມະຫາເວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສຳພັນ (ອພສ) ແຫ່ງຊາດລາວ ແລະ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ສໍາລັບຜູ້ທີ່ປະກອບສ່ວນສົມທົບທຶນ 20 ລ້ານກີບ ປະກອບມີ: ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄຸ້ມຄອງເຂດເສດຖະກິດພິເສດ ນວ ທ່ານ ນາງ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດ ທ່ານ ນາມ ແລະ ທ່ານ ນາງ ແສງມະນີ ວິຍະເກດ ພ້ອມດ້ວຍຄອບຄົວ ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນວ ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດຄຳໄພຊະນະ ພ້ອມດ້ວຍຄອບຄົວ ທ່ານນາງ ບົວວຽງ ເພັດທະລານຄຳ ປະທານບໍລິສັດເພັດບັນດິດກໍ່ສ້າງ ພ້ອມດ້ວຍບໍລິສັດມີໄຊການຄ້າ ຂາອອກ-ຂາເຂົ້າ  ທ່ານ  ນາງ  ເພັດສະໝອນ ເພັງສະຫວັດ ປະທານບໍລິສັດ ເພັດຖາວອນກໍ່ສ້າງ ຈຳກັດ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດ ກຣິດຕິພົງກຣຸບ ທ່ານ ນາງ ວິໄລສັກ ດີນາວົງ ປະທານບໍລິສັດ ວິໄລສັກຄອນກຣີດ ທ່ານ ບຸນມີ ສອນມີໄຊ ຜູ້ອຳນວຍການບໍລິສັດ ພູນມີຊັບ ທ່ານ ພອນປະເສີດ ອິນທະສອນ ປະທານກຸ່ມບໍລິສັດ 3 ເອັສພັດທະນາ ຈຳກັດ  ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ກຸ່ມບໍລິສັດ ດາວເຮືອງ ຈຳກັດ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານຟູຈິວາຣະ ທ່ານ ນາງ ໄຊທານີ ຈັນທະວົງ ປະທານສະຫະກຸ່ມບໍລິສັດ ເອັນຊີຈີ ຈຳກັດ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອຳນວຍການບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ທ່ານ ພູວົງ ພະມີສິດ ຜູ້ອຳນວຍການສວນພຶກສາ ພ້ອມດ້ວຍຄອບຄົວ ທ່ານ ສີທົນ ແລະ ທ່ານ ນາງ ປາລົມ ຊ້ອຍດາລາ ທ່ານ ບຸນມາ ແລະ ທ່ານ ນາງ ດວງຕາ ມາດມະນີສອນ ທ່ານ ພິຊິດ ໄຊຍະທິດ ພ້ອມດ້ວຍຄອບຄົວ ນອກນີ້ ຍັງມີພະອາຈານ ມະຫາເວດ ມະເສໄນ 10 ລ້ານກີບ ແລະ ທ່ານ ນາງ ສຸດສະດີ ລືໄຊ ປະທານບໍລິສັດ ສືໄຊກໍ່ສ້າງ ພ້ອມຄອບຄົວ 5 ລ້ານກີບ.

                # ຂ່າວ & ພາບ : ສົມສະຫວັນ

error: Content is protected !!