ລັດຕັ້ງເປົ້າ ປີ 2021 ມູນຄ່າການຜະລິດກະໄຟຟ້າໃຫ້ໄດ້ຫຼາຍກວ່າ 20 ພັນຕື້ກີບ​ ສ່ວນບໍ່ແຮ່ໃຫ້ເພີ່ມຂຶ້ນກວ່າ 27%

     ໃນປີ 2021 ເຊິ່ງເປັນປີທຳອິດແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ  XI ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ເຮັດໃຫ້ກະຊວງພະລັງງານ-ບໍ່ແຮ່ ໄດ້ຕັ້ງເປົ້າສືບຕໍ່ພັດທະນາວຽກງານໄຟຟ້າໄດ້ຮັບການຂະຫຍາຍ ລວມຍອດມູນຄ່າຫຼາຍກວ່າ 20 ພັນຕື້ກີບ ສ່ວນວຽກງານບໍ່ແຮ່ ແມ່ນໃຫ້ເພີມຂຶ້ນກວ່າປີຜ່ານມາກວ່າ 27%.

    ທ່ານ ປອ ດາວວົງ ພອນແກ້ວ ກຳມະການຄະນະພັກກະຊວງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່  ໃຫ້ສຳພາດໃນວັນທີ 8 ມັງກອນຜ່ານມາວ່າ:  ພວກເຮົາສາມາດຍາດໄດ້ຜົນສຳເລັດໃນການນໍາພາ ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາເຫັນໄດ້ວ່າ ລວມຍອດມູນຄ່າການຜະລິດຂະແໜງການ ພະລັງງານ ແລະ ບໍ່ແຮ່ ສະເພາະໃນປີ 2020 ປະຕິບັດໄດ້  31.468 ຕື້ກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 16% ທຽບໃສ່ແຜນການປີ ປະຕິບັດໄດ້ 102%.

      ຢ່າງໃດກໍຕາມ ປີ 2021 ແມ່ນປີທຳອິດຂອງການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ພວກເຮົາຈຶ່ງໄດ້ວາງລະດັບຄາດໝາຍສູ້ຊົນໄວ້ເຊັ່ນ: ດ້ານພະລັງງານ ຈະສູ້ຊົນຜະລິດກະແສໄຟຟ້າໃຫ້ບັນລຸປະມານ 41.916 ລ້ານ kWh ມູນຄ່າ 21.640 ຕື້ກີບ ຈະຈຳໜ່າຍກະແສໄຟຟ້າພາຍໃນປະເທດ 9.021 ລ້ານ kWh ມູນຄ່າ 7.547 ຕື້ກີບ (ທຽບເທົ່າ 762 ລ້ານໂດລາ) ຈະຈຳໜ່າຍກະແສໄຟຟ້າໄປຕ່າງປະເທດ 33.400 ລ້ານ kWh ມູນຄ່າ 19.925 ຕື້ກີບ (ທຽບເທົ່າ 2.012 ລ້ານໂດລາ).

      ສ່ວນດ້ານທໍລະນີສາດ-ແຮ່ທາດ ແລະ ບໍ່ແຮ່ ຈະສູ້ຊົນເຮັດໃຫ້ມູນຄ່າການຜະລິດບັນດາແຮ່ທາດ ຈະໃຫ້ບັນລຸປະມານ 13.812 ຕື້ກີບ ທຽບໃສ່ແຜນການປີ 2020 ເພີ້ມຂື້ນ 27,28% ມູນຄ່າຈໍາໜ່າຍພາຍໃນປະມານ 3.098 ຕື້ກີບ (ທຽບເທົ່າ 312 ລ້ານໂດລາ) ມູນຄ່າສົ່ງອອກຕ່າງປະເທດ ປະມານ 13.543 ຕື້ກີບ (ທຽບເທົ່າ 1.367 ລ້ານໂດລາ).

error: Content is protected !!