ກວດກາຄວາມ​ພ້ອມ ການປະດັບປະດາຕົວເມືອງເພື່ອຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI

      ໃນວັນທີ 8 ມັງກອນ 2021 ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ທັງເປັນຫົວໜ້າອະນຸກໍາມະການໂຄສະນາ ແລະ ຂະບວນການ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວ ຂ້ອງ ລົງຕິດຕາມກວດກາຄວາມພ້ອມວຽກງານປະດັບປະດາດອກໄມ້ ດອກໄຟ ທຸງຊາດ ທຸງພັກ ທຸງທິວ ​ຢູ່ຈຸດໜ້າຫໍປະຊຸມແຫ່ງຊາດ ຕາມເສົາໄຟຟ້າ ແລະ ປ້າຍຄໍາຂັວນຂ້າມທາງຖະໜົນໄກສອນ ພົມວິຫານ ປະດັບປະດາປ້າຍຄໍາຂວັນຫ້ອຍຕາມເສົາໄຟຄູກາງຖະໜົນລ້ານຊ້າງ ປະດັບໄຟໃສ່ຕົ້ນໄມ້ເສັ້ນທາງລ້ານຊ້າງ ແລະ ໄກສອນ ພົມວິຫານ ປະດັບທຸງວົງວຽນ 450 ປີ ຕາມຖະໜົນສຸພານຸວົງ ຖະໜົນ ເສດຖາ ແລະ ຖະໜົນທ່າເດື່ອ (ວົງວຽນຈິ່ນາຍໂມ້) ແລະ ວຽກ​ ງານອະນາໄມຕົວເມືອງ ເພື່ອຮັບໃຊ້ໃຫ້ແກ່ການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ. 

        ຜ່ານ​ການ​ລົງ​ກວດກາ​ຄັ້ງ​ນີ້ ບັນດາອະນຸກຳມະການປະດັບປະດາຕົວເມືອງ ໄດ້ລາຍງານຄວາມພ້ອມຂອງໜ້າວຽກດ້ານຕ່າງໆໃຫ້ທ່ານປະທານສູນກາງແນວລາວສ້າງຊາດຮັບຊາບ ແລະ ມີທິດຊີ້ນຳເພີ່ມຕື່ມ ເຊິ່ງໂດຍລວມແມ່ນມີຄວາມພ້ອມ ​ສະອາດ​ ຈົບງາມ​ແລ້ວ​ກວ່າ 80 % ​ແລະ ຄາດ​ວ່າຍັງມີບາງໜ້າ ວຽກທີ່ກຳລັງຂຸ້ນຂ້ຽວສືບຕໍ່ປະຕິບັດໃຫ້ສຳເລັດ​​ກ່ອນ​ຮອດ​ມື້​​ເປີດ​ກອງ​ປະຊຸມ 100%.

error: Content is protected !!