World Bank ຄາດວ່າ GDP ຂອງລາວຈະຟື້ນຕົວມາເປັນ 4,9% ໃນປີ 2021

    ທະນາຄານໂລກ (The World Bank) ຈັດກອງປະຊຸມລາຍງານຜົນການຕິດຕາມເສດຖະກິດ ສປປ ລາວ ໄລຍະປີ 2020-2021 ຈັດຂຶ້ນວັນທີ 12 ມັງກອນ 2021 ຢູ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນິໂຄລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ມີຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

    ທ່ານ ນິໂຄລາ ພອນທາຣາ ກ່າວວ່າ: ເຖິງແມ່ນວ່າ ສປປ ລາວ ຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ຜົນກະທົບທາງເສດຖະກິດທີ່ເກີດຈາກພະຍາດລະບາດດັ່ງກ່າວ ໄດ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຫຼາຍລ້ານຄົນ ແລະ ບັ່ນທອນວຽກງານຫຼຸດຜ່ອນຄວາມທຸກຍາກ ຢ່າງໃດກໍຕາມ ຖ້າສາມາດສຶບຕໍ່ຄວບຄຸມພະຍາດລະບາດໄດ້ພາຍໃນປະເທດ ແລະ ພາກທຸລະກິດສາມາດສຶບຕໍ່ຄ້າຂາຍກັບບັນດາປະເທດຄູ່ຄ້າ ຄາດວ່າເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວໄດ້ໃນລະດັບໜຶ່ງໃນປີ 2021.

   ອີງໃສ່ບົດລາຍງານດັ່ງກ່າວ ການຂະຫຍາຍຕົວຂອງ GDP ສປປ ລາວຄາດວ່າຈະຟື້ນຕົວມາເປັນ 4,9% ໃນປີ 2021 ສ່ວນການຂະຫຍາຍຕົວໃນໄລຍະກາງ ໜ້າຈະຄ່ອຍໆຟື້ນຕົວເທື່ອລະກ້າວ ອັນເປັນຜົນເນື່ອງມາຈາກການສຶບຕໍ່ລົງທຶນໃສ່ການພັດທະນາໂຄງລ່າງພື້ນຖານ ແລະ ການກັບຄືນມາຂອງຂະແໜງການບໍລິການ ສົ່ງອອກ ແລະ ການຊົມໃຊ້ຂອງພາກເອກະຊົນ ເຖິງຢ່າງໃດກໍຕາມ ຖ້າຫາກພະຍາດໂຄວິດ-19 ມີການລະບາດຮອບໃໝ່ ການຟື້ນຕົວຂອງເສດຖະກິດອາດຈະພົບກັບສິ່ງທ້າທາຍ ຍ້ອນຜົນກະທົບຈາກມາດຕະການກັກຕົວ ຫຼື ຂໍ້ຈຳກັດດ້ານການຄ້າ ແລະ ການທ່ອງທ່ຽວ.

                    # ຂ່າວ & ພາບ : ຊິລິການດາ

error: Content is protected !!