ແມ່ຍິງ ກຜທ ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ

    ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຫຜທ) ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມີ­ນາ 2020 ທີ່​ສະ­ໂມ­ສອນ ກຜທ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ທຳ​ມາ ເພັດ​ວີ​ໄຊ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ ກຜທ ໂດຍ​ມີ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ ກຜທ ທ່ານ​ນາງ ບັນ­ດິດ ປະ­ທຸມ​ວັນ ຮອງ​ປະ­ທານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ແລະ ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ ເຂົ້າ​ຮ່ວມ.

    ທ່ານ​ນາງ ທຳ​ມາ ເພັດ​ວີ​ໄຊ ຂຶ້ນ​ກ່າວ​ເປີດ​ກອງ​ປະ­ຊຸມ​ໃຫຍ່ ແລະ ຄຸນ​ລັກ­ສະ­ນະ​ຂອງ​ພະ­ນັກ­ງານ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃຫຍ່ ພ້ອມ​ທັງ​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການ­ເມືອງ​ຕໍ່​ກອງ​ປະ­ຊຸມ​ທັງ 2 ພາ​ກວ່າ: ໃນ​ໄລ­ຍະ 5 ປີ­ຜ່ານ­ມາ​ໄດ້​ເອົາ­ໃຈ­ໃສ່​ວຽກ​ງານ​ສຶກ​ສາ​ອົບ­ຮົມ ການ­ເມືອງ-ແນວ​ຄິດ ໃຫ້​ແກ່​ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ ກຜທ  ໂດຍ​ການ​ປຸກ­ລະ­ດົມ​ແມ່­ຍິງ​ເຂົ້າ​ຮ່ວມ​ຄົ້ນ­ຄວ້າ​ຮ່ຳ­ຮຽນ ເຊື່ອມ​ຊຶມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ລະ­ບຽບ​ກົດ­ໝາຍ​ຂອງ​ລັດ ປັດ­ຈຸ­ບັນ ມີ​ສະ­ມາ­ຊິກ​ແມ່­ຍິງ​ທັງ​ໝົດ 266 ສະ­ຫາຍ ໃນ​ນັ້ນ 10 ສະ­ຫາຍ ເປັນ​ຄະ­ນະ​ສະ­ຫະ­ພັນ​ແມ່­ຍິງ​ກະ­ຊວງ ແລະ ມີ 16 ໜ່ວຍ ໃນ​ປີ 2019 ກອງ​ປະ­ຊຸມ​ໃຫຍ່ ໄດ້​ຮັບ­ຮອງ​ເອົາ ຫົວ­ໜ້າ​ໜ່ວຍ 16 ສະ­ຫາຍ ຮອງ​ຫົວ­ໜ້າ​ໜ່ວຍ 16 ສະ­ຫາຍ ປະ­ທານ​ກວດ­ກາ 16 ສະ­ຫາຍ ແລະ ຄະ­ນະ​ໜ່ວຍ 19 ສະ­ຫາຍ.

    ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ ເອື້ອຍ​ນ້ອງ​ແມ່­ຍິງ​ໄດ້​ເຄື່ອນ​ໄຫວ​ຢ່າງ​ເຕັມ​ສ່ວນ ຄຽງ​ບ່າ​ຄຽງ​ໄລ່​ກັບ​ເພດ​ຊາຍ​ໃນ​ທຸກ​ວຽກ​ງານ​ເພື່ອ​ສ້າງ​ຜົນ­ງານ ໂດຍ​ຜ່ານ​ຂະ​ບວນ​ການ​ແຂ່ງ­ຂັນ​ຍ້ອງ­ຍໍ​ຕ່າງໆ ເຊິ່ງ​ເຮັດ​ໃຫ້​ສະ­ມາ­ຊິກ​ສະ­ຫະ­ພັນ​ແມ່­ຍິງ​ມີ​ຜົນ­ງານ​ດີ­ເດັ່ນ​ຄື: ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ 28 ສະ­ຫາຍ ໃນ​ນັ້ນ ຊັ້ນ II ມີ 11 ທ່ານ ຊັ້ນ III ມີ 17 ທ່ານ ຫຼຽນ​ກາ​ແຮງ​ງານ 39 ທ່ານ ໃບ​ຍ້ອງ­ຍໍ​ຂັ້ນ​ລັດ­ຖະ­ບານ 91 ທ່ານ ໃບ​ຍ້ອງ­ຍໍ​ຂັ້ນ​ກະ­ຊວງ 61 ທ່ານ ການ​ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 3 ດີ ໄລ­ຍະ I (ປີ 2016-2017) ສະ­ມາ­ຊິກ​ແມ່­ຍິງ​ໄດ້​ຮັບ​ໃບ​ຍ້ອງ­ຍໍ​ປະ­ເພດ I ມີ 204 ທ່ານ ປະ­ເພດ II ມີ 14 ທ່ານ ໄລ­ຍະ II (ປີ 2018-2019) ສະ­ມາ­ຊິກ​ແມ່­ຍິງ​ໄດ້​ຮັບ​ໃບ​ຍ້ອງ­ຍໍ​ປະ­ເພດ I ມີ 235 ທ່ານ ປະ­ເພດ II ມີ 19 ທ່ານ ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂະ​ບວນ​ການ​ແຂ່ງ­ຂັນ 3 ດີ ທັງ​ສອງ​ໄລ­ຍະ ເຫັນ​ວ່າ​ທຸກ​ໜ່ວຍ​ແມ່­ຍິງ ສາ­ມາດ​ເປັນ​ໜ່ວຍ​ແມ່­ຍິງ 3 ດີ ແລະ ມີ​ສະ­ມາ­ຊິກ​ແມ່­ຍິງ 3 ດີ ປະ­ເພດ I ມີ 204 ສະ­ຫາຍ ແລະ ປະ­ເພດ II ມີ 50 ສະ­ຫາຍ.

    ກອງ​ປະ­ຊຸມ ໄດ້​ມອບ​ໃບ​ຍ້ອງ­ຍໍ​ຜູ້​ທີ່​ມີ​ຜົນ­ງານ​ດີ­ເດັ່ນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 3 ດີ ແລະ ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະ­ນະ​ສະ­ຫະ­ພັນ​ແມ່­ຍິງ​ຊຸດ​ໃໝ່ ມີ​ຜູ້​ລົງ​ສະ­ໝັກ 19 ທ່ານ ເລືອກ​ເອົາ 15 ທ່ານ ກອງ​ປະ­ຊຸມ​ໄດ້​ເລືອກ​ທ່ານ​ນາງ ທຳ​ມາ ເພັດ​ວີ​ໄຊ ເປັນ​ປະ­ທານ ທ່ານ ນາງ ພອນ​ວັນ ອຸ​ທະ​ວົງ ຮອງ​ປະ­ທານ ທ່ານ ນາງ ສາຍ​ໝອນ​ຄຳ ມັງ​ໜໍ່​ເມກ ເປັນ​ຮອງ ທັງ​ເປັນ​ປະ­ທານ​ກວດ­ກາ ແລະ ອີກ 12 ທ່ານ ເປັນ​ຄະ­ນະ ຈາກ​ນັ້ນ ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ທ່ານ​ ຮອງ​ປະ­ທານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ ​ອີກ​ດ້ວຍ.

Leave a Reply

error: Content is protected !!