ເຮັດວຽກກະກາງຄືນ ເພີ່ມສ່ຽງພະຍາດ “ມະເຮັງ”

ສູນ​ວິ­ໄຈ​ມະ​ເຮັງ​ນາ­ນາ​ຊາດ (International Agency for Research on Cancer ຫຼື IARC) ໄດ້​ສະ­ຫຼຸບ​ວ່າ ການ​ເຮັດ​ວຽກ​ກະ​ກາງ­ຄືນ ອາດ​ກໍ່​ມະ​ເຮັງ​ໃນ​ມະ­ນຸດ​ໄດ້ (Probably carcinogenic to humans).

ມີ​ຫຼັກ​ຖານ​ຈຳ­ກັດ (limited evidence) ໃນ​ມະ­ນຸດ​ວ່າ ການ​ເຮັດ​ວຽກ​ກະ​ເດິກ ເຮັດ​ໃຫ້​ເກີດ​ມະ​ເຮັງ ໂດຍ​ມີ​ຄວາມ​ກ່ຽວ​ເນື່ອງ ລະ­ຫວ່າງ​ການ​ຢູ່​ເຮັດ​ວຽກ​ກະ​ເດິກ ແລະ ມະ​ເຮັງ​ຂອງ​ເຕົ້າ­ນົມ ຕ່ອມ​ລູກ​ໝາກ ລຳ​ໄສ້​ໃຫຍ່ ແລະ ລຳ​ໄສ້​ຊື່ ມີ​ຫຼັກ​ຖານ ພຽງ­ພໍ​ໃນ​ສັດ​ທົດ​ລອງ​ສຳ­ລັບ​ການ​ເກີດ​ມະ​ເຮັງ ເມື່ອ​ມີ​ການ​ປ່ຽນ​ສະ­ຫຼັບ​ກັນ ລະ­ຫວ່າງ​ແສງ​ສະ ຫວ່າງ ແລະ ຄວາມ​ມືດ ແລະ ມີ​ຫຼັກ​ຖານ​ກົນ​ໄກ ທີ່​ສຳ­ຄັນ​ໃນ​ການ​ທົດ​ລອງ ໂດຍ​ມີ​ຄວາມ​ກ່ຽວ­ຂ້ອງ​ກັບ​ການ​ກົດ​ພູມ​ຕ້ານ­ທານ ການ​ອັກ­ເສບ​ຊຳ​ເຮື້ອ ແລະ ການ​ແບ່ງ​ຕົວ​ຂອງ​ແຊນ.

ອາ­ຊີບ​ທີ່​ມີ​ວຽກ​ກະ​ເດິກ ໄດ້­ແກ່ ຄົນ​ງານ​ໂຮງ­ງານ​ອຸດ­ສາ­ຫະ­ກຳ ການ​ແພດ ບໍ­ລິ­ການ ພະ­ນັກ­ງານ​ຮັກ­ສາ​ຄວາມ​ປອດ​ໄພ ແລະ ການ​ຂົນ­ສົ່ງ ລວມ​ໄປ​ເຖິງ​ການ​ເຮັດ​ວຽກ​ໃນ​ເຮືອ­ບິນ​ທີ່​ມີ​ການ​ຂ້າມ​ເສັ້ນ ເມີ​ຣິ​ດຽນ.

ການ​ເຮັດ​ວຽກ​ກະ​ເດິກ ມີ​ຜົນ​ຕໍ່​ໂມງ​ຊີ­ວິດ (circadian system) ຢ່າງ­ໃດ ?

ເນື່ອງ​ຈາກ​ການ​ເຮັດ​ວຽກ​ກະ ຈະ​ສຳ­ຜັດ​ກັບ ກາງ­ເວັນ ກາງ­ຄືນ ເປັນ​ເວ­ລາ ແລະ ລົບ​ກວນ​ຈັງ­ຫວະ​ເວ­ລາ​ຊີ­ວິດ ຜົນ​ທີ່​ສຳ­ຄັນ​ທີ່​ສຸດ​ຄື​ການ​ທຳ­ລາຍ​ໂມງ​ຊີ­ວິດ​ຂອງ​ໜ້າ­ທີ່​ປົກ­ກະ­ຕິ​ຂອງ​ຮ່າງ­ກາຍ ເຊິ່ງ​ບໍ່​ເປັນ​ທີ່​ຊາບ​ວ່າ​ຈະ​ຕ້ອງ​ຂະ­ໜາດ​ໃດ​ຈຶ່ງ​ຈະ​ເຮັດ​ໃຫ້​ເກີດ​ມະ​ເຮັງ.

ຄະ­ນະ​ເຮັດ​ວຽກ ໄດ້​ລະ­ບຸ​ວ່າ­ການ​ເຮັດ​ວຽກ​ກະ​ເດິກ ມີ​ຫຼັກ​ຖານ​ຈຳ­ກັດ ວ່າ​ເຮັດ​ໃຫ້​ເກີດ​ມະ​ເຮັງ ຊະ­ນິດ​ຕ່າງໆ​ໃນ​ມະ­ນຸດ ແຕ່​ບໍ່​ໄດ້​ປະ­ມານ​ລະ­ດັບ ຄວາມ​ສ່ຽງ​ໃນ​ການ​ສຳ​ຜັດ­ວ່າ ຕ້ອງ​ຂະ­ໜາດ​ເທົ່າ­ໃດ​ຈຶ່ງ​ຈະ​ເຮັດ​ໃຫ້​ເປັນ​ມະ​ເຮັງ.

ຢ່າງ­ໃດ​ກໍ​ຕາມ ສູນ​ວິ­ໄຈ​ມະ​ເຮັງ​ນາ­ນາ​ຊາດ​ບໍ່​ໄດ້​ໃຫ້​ຂໍ້​ສະ­ເໜີ​ແນະ​ວ່າ ຄົນ​ເຮັດ​ວຽກ​ທີ່​ສຳ­ຜັດ​ກັບ​ການ​ເຮັດ​ວຽກ​ກະ​ເດິກ ຈະ​ຫຼຸດ​ການ​ເຮັດ​ວຽກ​ເປັນ​ເທົ່າ­ໃດ​ຈຶ່ງ​ຈະ​ຫຼຸດ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ມະ ເຮັງ ຖ້າ​ຕ້ອງ​ເຮັດ​ວຽກ​ກະ​ເດິກ ຄວນ​ປຶກ­ສາ​ແພດ.

ເຖິງ​ແມ່ນ​ວ່າ​ຕອນ​ນີ້ ການ​ເຮັດ​ວຽກ​ກະ​ເດິກ ມີ​ຫຼັກ​ຖານ​ຈຳ­ກັດ ແລະ ຈັດ​ໃຫ້​ເປັນ class 2 A ຄື​ອາດ​ກໍ່​ມະ​ເຮັງ​ໄດ້ ແຕ່​ຖ້າ​ໃນ​ອະ­ນາ­ຄົດ ມີ​ການ​ສຶກ​ສາ​ທີ່​ສາ­ມາດ​ລຶບ​ຂໍ້​ຈຳ­ກັດ​ລົງ​ໄດ້ ກໍ​ອາດ​ຈະ​ກາຍ­ເປັນ class 1 ຄື ເປັນ­ສານ​ກໍ່​ມະ​ເຮັງ​ໃນ​ມະ­ນຸດ​ໄດ້.

ຖ້າ​ຈຳ­ເປັນ​ຕ້ອງ​ເຮັດ​ວຽກ​ກະ​ເດິກ ຄວນ​ເຮັດ ຢ່າງ­ໃດ ?

ໃນ​ຫຼາຍໆ​ອາ­ຊີບ ຕ້ອງ​ມີ​ການ​ເຮັດ​ວຽກ​ເປັນ​ກະ ແລະ ອາດ​ຕ້ອງ​ເຮັດ​ກະ​ຕອນ​ກາງ­ຄືນ ສິ່ງ​ທີ່​ເຮັດ​ໄດ້​ຄື​ຕ້ອງ​ຫຼີກ​ລ່ຽງ​ການ​ເຮັດ​ວຽກ​ກະ​ເດິກ ເປັນ​ໄລ­ຍະ​ເວ­ລາ​ຫຼາຍ​ປີ ແລະ ຕ້ອງ​ຄວນ​ຫຼຸດ ຫຼື ເຊົາ​ການ​ເຮັດ​ວຽກ​ກະ​ເດິກ​ຕິດ­ຕໍ່​ກັນ​ຫຼາຍ​ວັນ​ໃນ​ໜຶ່ງ​ອາ­ທິດ ຫຼຸດ​ການ​ລົບ​ກວນ​ໂມງ​ຊີ­ວິດ ເຊັ່ນ: ການ​ກິນ​ອາ­ຫານ​ແລງ​ເດິກ​ເກີນ​ໄປ ເພາະ​ມີ​ສ່ວນ​ກ່ຽວ­ຂ້ອງ​ກັບ​ການ​ເກີດ​ພະ­ຍາດ​ມະ​ເຮັງ ແລະ ມະ​ເຮັງ​ຕ່ອມ​ລູກ​ໝາກ ແລະ ໃນ​ການ​ເຮັດ​ວຽກ​ກະ​ເດິກ ນອກ­ຈາກ​ກ່ຽວ­ຂ້ອງ​ກັບ​ການ​ປ່ຽນ­ແປງ​ຂອງ​ການ​ຜະ­ລິດ ເມ​ລາ​ໂຕ​ນິນ ແລ້ວ​ຍັງ​ລົບ​ກວນ​ຮໍ​ໂມນ​ອື່ນໆ ເຊັ່ນ: ເທ​ສທອສ​ເຕີ​ໂຣນ (ຮໍ​ໂມນ​ເພດ​ຊາຍ) ດ້ວຍ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!