ເລຂາທິການໃຫຍ່ ເນັ້ນໃຫ້ກໍາແໜ້ນວຽກງານຮີບດ່ວນ ໃນການພັດທະນາປະເທດຊາດ

    ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ X  ໄດ້ເນັ້ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໂດຍ​ໃຫ້ພວກເຮົາຕ້ອງກໍາແໜ້ນວຽກງານເລັ່ງທວງອັນຮີບດ່ວນ ແນໃສ່ເພື່ອຮັບປະກັນຕໍ່ການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ.

    ​ສະ​ຫາຍ​ໄດ້ເນັ້ນວ່າ: ບັນດາວຽກງານເລັ່ງທວງອັນຮີບດ່ວນ ປະກອບມີ: ຕ້ອງຖືເອົາການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການປຸກສະຕິຕື່ນຕົວ ເພິ່ງຕົນເອງ ເປັນເຈົ້າຕົນເອງ ແລະ ບືນຕົວຂຶ້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຄົນໃນຊາດ ເດັດດ່ຽວຕີຖອຍແນວຄິດເອື່ອຍອີງຕໍ່ການຊ່ວຍເຫຼືອ ແລະ ຄວາມບໍ່ເປັນເຈົ້າການ ບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ ສະຕິປັນຍາຂອງຕົນທີ່ຍັງມີຢູ່ບໍ່ໜ້ອຍ ໃນຖັນແຖວສະມາຊິກພັກ-ພະນັກງານ ແລະ ປະຊາຊົນເຮົາ.

    ຕ້ອງແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຊ້ໍາເຮື້ອໃນຜ່ານມາ ໂດຍເລີ່ມແຕ່ບັນຫາຈິນຕະນາການດ້ານທິດສະດີ ຍົກລະດັບຄວາມສາມາດໃນການຮັບຮູ້ສະພາບການພາຍໃນ ແລະ ສາກົນ ຈົນເຖິງການຕັດສິນໃຈແກ້ບັນຫາດ້ານໂຄງສ້າງເສດຖະກິດ ການປັບປຸງກົນໄກຄຸ້ມຄອງລັດໃນແຕ່ລະດ້ານ ແກ້ບັນຫາຫຍໍ້ທໍ້ໃນພັກ ແລະ ໃນສັງຄົມ.

    ຍຸດທະສາດການພັດທະນາໃນອະນາຄົດຂອງປະເທດເຮົາ ຕ້ອງຕັ້ງຢູ່ບົນພື້ນຖານການນໍາໃຊ້ຜົນສໍາເລັດວິທະຍາສາດ ນະວັດຕະກໍາຢ່າງກວ້າງຂວາງ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍສະເພາະໃນຂົງເຂດວິສະວະກໍາ ດ້ວຍເຫດນັ້ນ ມີຄວາມຈໍາເປັນຢ່າງຍິ່ງ ທີ່ຕ້ອງຫັນປ່ຽນຢ່າງແຂງແຮງ ຈາກສະພາວະທີ່ເປັນຢູ່ໃນປັດຈຸບັນ ໂດຍຕິດພັນກັບການປັບປຸງບັນດາແຜນນະໂຍບາຍອັນເປັນພື້ນຖານ ກ່ຽວກັບການພັດທະນາຢ່າງເປັນລະບົບ ຖືການຄົ້ນຄວ້າ ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາອັນເໝາະສົມ ເປັນມາດຕະຖານ ແລະ ເງື່ອນໄຂທີ່ຂາດບໍ່ໄດ້ ໃນການກໍານົດແຜນຍຸດທະສາດພັດທະນາໃນຊຸມປີຕໍ່ໜ້າ ເຮັດໃຫ້ປັດໄຈແຫ່ງສະຕິປັນຍາ ເຊິ່ງປະກອບດ້ວຍຄວາມຮູ້ພື້ນຖານ ຫົວຄິດປະດິດສ້າງ ຄວາມຊໍານິຊໍານານງານ ແລະ ການອຸທິດຕົນເພື່ອສັງຄົມ ແລະ ປະເທດຊາດຂອງຄົນລາວ.

    ຕ້ອງຍົກລະດັບຄວາມເປັນເຈົ້າການ ເຂົ້າຮ່ວມການຕໍ່ສູ້ເພື່ອສັນຕິພາບ ຄວາມໝັ້ນຄົງ ການຮັບມືກັບພະ​ຍາດລະບາດ ການປ່ຽນແປງດິນຟ້າອາກາດ ແລະ ການແກ້ໄຂບັນຫາອາດຊະຍາກໍາຂ້າມຊາດ ຄຽງຄູ່ກັບການຮັບປະກັນເອກະລາດ ອໍານາດອະທິປະໄຕ ລະບອບການເມືອງຂອງປະເທດຊາດ ຕ້ອງຮັບປະກັນການສົມທົບລະຫວ່າງການເພີ່ມທະວີຮັດແຫນ້ນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ກັບການສືບຕໍ່ປະຕິບັດທິດການເຊື່ອມຈອດ ແລະ ເຊື່ອມໂຍງສາກົນ ສ້າງເງື່ອນໄຂຍາດແຍ່ງ ດຶງດູດກໍາລັງແຮງດ້ານທຶນຮອນ ເຕັກໂນໂລຊີ ນະວັດຕະກໍາ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍຄວາມ ອາດສາມາດບົ່ມຊ້ອນ ແລະ ກໍາລັງແຮງຂອງຊາດ.

    ຕ້ອງເປັນເຈົ້າການຕື່ມອີກ ໃນການຍົກລະດັບຄວາມພ້ອມ ເພື່ອຮັບມືແກ້ໄຂຄວາມຫຍຸ້ງຍາກ ແລະ ຜ່ານຜ່າສິ່ງທ້າທາຍຕໍ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ເຮັດໃຫ້ເກີດມີການປ່ຽນແປງຄັ້ງໃຫຍ່ຫຼວງ ແລະ ເລິກເຊິ່ງ ທາງດ້ານເສດຖະກິດ ແລະ ສັງຄົມ ທັງໃນລະດັບໂລກ ແລະ ລະດັບປະເທດ.

    ສະຫາຍເລຂາທິການໃຫຍ່ ກ່າວຕື່ມວ່າ: ທັງໝົດທີ່ກ່າວມານັ້ນ ແມ່ນບັນຫາທີ່ຕັ້ງຂຶ້ນຈາກສະພາວະຄວາມເປັນຈິງຢູ່ພາຍໃນປະເທດ ແລະ ບັນດາປັດໄຈຂອງຍຸກສະໄ​ໝ ທີ່ມີຜົນກະທົບໂດຍກົງຕໍ່ປະເທດເຮົາ ເຊິ່ງມີຄວາມຈໍາເປັນຕ້ອງສ້າງໃຫ້ມີການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ກໍຄືໃນການປັບປຸງປົວແປງພາຍໃນພັກ ແລະ ລະບົບການເມືອງປະຊາທິປະໄຕປະຊາຊົນ ຖ້າບໍ່ດັ່ງນັ້ນ ພວກເຮົາຈະບໍ່ສາມາດເສີມຂະຫຍາຍໄດ້ທ່າແຮງບົ່ມຊ້ອນດ້ານຊັບພະຍາກອນທໍາມະຊາດ ຊັບພະຍາກອນບຸກຄົນ ທຶນຮອນ ແລະ ສະຕິປັນຍາຂອງທົ່ວສັງຄົມ ກໍຄືກໍາລັງແຮງຂອງຍຸກສະໄໝ.


                 # ຂ່າວ & ພາບ : ສຸລິໂຍ

error: Content is protected !!