ການຂະຫຍາຍຕົວເສດຖະກິດ ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ຍ້ອນຫຼາຍປັດໄຈ

    ອີງຕາມບົດລາຍງານ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ສະຫາຍ ທອງລຸນ ສີສຸລິດ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ຜ່ານໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 13 ມັງກອນ 2021 ມີບາງຕອນວ່າວ່າ: ໄລຍະ 5 ປີຜ່ານມາ (2016-2020) ເສດຖະກິດແຫ່ງຊາດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍຄາດວ່າຈະຢູ່ໃນລະດັບ 5,8% ຕໍ່ປີ (2016:7,02% ປີ 2017:6,9% ປີ 2018:6,3% ປີ 2019: 5,5%​ ແລະ ປີ 2020 ຄາດວ່າຈະຂະຫຍາຍຕົວປະມານ 3,3%) ແຕ່ເຫັນວ່າອັດຕາການຂະຫຍາຍຕົວມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ແລະ ຫຼຸດແຜນການວາງໄວ້ (ແຜນການ 7,2%) ໃນນີ້ ຂະແໜງກະສິກໍາຂະຫຍາຍຕົວສະເລ່ຍ 2,1% (ແຜນການ 3,4%) ອຸດສາຫະກໍາຂະຫຍາຍຕົວສະເລ່ຍ 9,1% ແຜນການ 9,3% ການບໍລິການຂະຫຍາຍຕົວສະເລ່ຍ 4,8% ແຜນການ 8,1% ແລະ ພາສີອາກອນຂະຫຍາຍຕົວສະເລ່ຍ 5,2% ແຜນການ 5% ປັດໄຈທີ່ຊຸກຍູ້ການຂະຫຍາຍຕົວເສດຖະກິດສ່ວນໃຫຍ່ມາຈາກຂະແໜງອຸດສາຫະກໍາ ໂດຍສະເພາະ ໃນຂະແໜງພະລັງງານໄຟຟ້າ ແລະ ກໍ່ສ້າງ ສໍາລັບຂະແໜງບໍລິການຂາຍຍົກ-ຂາຍຍ່ອຍ ການເງິນ ແລະ ປະກັນໄພ ມີການຂະຫຍາຍຕົວດີ ແຕ່ການປະກອບສ່ວນຕໍ່ເສດຖະກິດບໍ່ສູງ ເຊິ່ງສາເຫດຕົ້ນຕໍທີ່ອັດຕາການຂະຫຍາຍຕົວຂອງຂະແໜງກະສິກໍາມີທ່າອ່ຽງຫຼຸດລົງ ແລະ ບໍ່ບັນລຸແຜນການວາງໄວ້ ຍ້ອນການຂະຫຍາຍຕົວຂອງຂະແໜງ ກະສິກໍາມີທ່າອ່ຽງຫຼຸດລົງ ແລະ ຖືກຜົນກະທົບຈາກໄພທໍາມະຊາດ ຂະແໜງບໍ່ແຮ່ ແລະ ການຂຸດຄົ້ນມີທ່າອ່ຽງຫຼຸດລົງຈົນຕິດລົບ ນັບແຕ່ໄລຍະປີ 2017-2019 ແລະ ການຂະຫຍາຍຕົວຂອງອຸດສາຫະກໍາປຸງແຕ່ງຍັງຊັກຊ້າ ນອກນັ້ນ ການຂະຫຍາຍຕົວຂອງຂະແໜງບໍລິການກໍມີທ່າອ່ຽງຫຼຸດລົງ ພ້ອມນັ້ນ ການຂະຫຍາຍຕົວຂອງເສດຖະກິດແມ່ນຫຼຸດລົງຕາມກະແສລວມຂອງເສດຖະກິດພາກພື້ນ ແລະ ສາກົນ ທີ່ມີທ່າ​ອ່ຽງຫຼຸດລົງ ໂດຍສະເພາະ ບັນດາປະເທດຄູ່ຄ້າທີ່ສໍາຄັນ ສາເຫດຕໍ່ມາແມ່ນຜົນກະທົບຈາກໄພພິບັດທໍາມະຊາດນໍ້າຖ້ວມ ການລະບາດພະຍາດໂຄວິດ-19 ປັດໄຈສໍາຄັນອີກອັນໜຶ່ງ ແມ່ນການຫັນມາອາໄສການຜະລິດ ແລະ ການສົ່ງອອກສິນຄ້າຂະແໜງຊັບພະຍາກອນທໍາມະຊາດຫຼາຍຂຶ້ນ ໂດຍການຫຼຸດຜ່ອນການຂຸດຄົ້ນແຮ່ທາດ ການສົ່ງອອກໄມ້ ຫັນມາສົ່ງເສີມການຜະລິດອຸດສາຫະກໍາປຸງແຕ່ງກະສິກໍາ ຊິ້ນສ່ວນເຄື່ອງເອເລັກໂຕຣນິກ ເຄື່ອງໄຟຟ້າ ແລະ ການບໍລິການທີ່ຕິດພັນກັບການທ່ອງທ່ຽວຫຼາຍຂຶ້ນ ຄຽງຄູ່ກັນນັ້ນ ລັດຖະບານໄດ້ເຂັ້ມງວດການປະຕິບັດລະບຽບກົດໝາຍ ເປັນຕົ້ນ ເຂັ້ມງວດການສົ່ງອອກໄມ້ເຖື່ອນ ເຊິ່ງເຮັດໃຫ້ເສດຖະກິດຂອງລາວມີການຂະຫຍາຍຕົວຊ້າລົງເລັກນ້ອຍ ແຕ່ເປັນການເຕີບໂຕທີ່ມີຄຸນນະພາບຫຼາຍຂຶ້ນ  ແລະ ເປັນການຫັນເຂົ້າສູ່ຖານການຜະລິດຈິງ ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການເຕີບໂຕໃນຕໍ່ໜ້າ.

    ໂດຍລວມແລ້ວ ການຂະຫຍາຍຕົວເສດຖະກິດຜ່ານມາ ແມ່ນອາໄສຂະແໜງຊັບພະຍາກອນທໍາມະຊາດເປັນສ່ວນໃຫຍ່ ເພື່ອຂັບເຄື່ອນການເຕີບໂຕ ເຊິ່ງການຂະຫຍາຍຕົວໃນລັກສະນະດັ່ງກ່າວຈະບໍ່ມີຄວາມຍືນຍົງ ແຕ່ເຖິງແນວໃດກໍຕາມ ເຫັນວ່າເສດຖະກິດໄດ້ເລີ່ມຫັນສູ່ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການບໍລິການທີ່ຕິດພັນກັບການສ້າງວຽກເຮັດງານທໍາ ແລະ ລາຍໄດ້ຂອງປະຊາຊົນຕາມທິດທີ່ມີຄຸນນະພາບ ແລະ ຍືນຍົງຫຼາຍຂຶ້ນ ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂຶ້ນຈາກ 2.025 ໂດລາສະຫະລັດ ປີ 2016 ມາເປັນ 2.654 ໂດລາ ໃນປີ 2019 ແລະ ຄາດວ່າຈະເພີ່ມຂຶ້ນເປັນ 2.664 ໂດລາ ໃນປີ 2020 (ແຜນການ 2.798 ໂດລາ) ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນໄປຕາມທິດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ ສະແດງອອກສັດສ່ວນຂອງຂະແໜງກະສິກໍາໃນໂຄງປະກອບເສດຖະກິດໄດ້ເພີ່ມຈາກ 15,8% ໃນປີ 2016 ມາເປັນ 16.60% ໃນປີ 2020 (ແຜນການ 16,80%) ຂະແໜງອຸດສາຫະກໍາໄດ້ຫຼຸດລົງຈາກ 33,7% ໃນປີ 2016 ມາເປັນ 33% ໃນປີ 2020 (ແຜນການ 39%) ຂະແໜງບໍລິການຫຼຸດລົງຈາກ 40,3% ໃນປີ 2016 ມາເປັນ 39,50% ໃນປີ 2020 (ແຜນການ 35,40%). 

          ສໍາລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ຈະສູ້ຊົນເຮັດໃຫ້ເສດຖະກິດພຸ່ງສູງຂຶ້ນໄດ້ຍາກ ເນື່ອງຈາກຄວາມສາມາດຕົວຈິງຂອງງົບປະມານມີຈໍາກັດ ແຕ່ກໍຈະເປັນແຜນສືບຕໍ່ຈັດຕັ້ງປະຕິບັດ 4 ບຸກທະລຸຄື: ດ້ານຈິນຕະນາການ ການພັດທະນາຊັບພະຍາກອນມະນຸດ ກົນໄກລະບອບລະບຽບການ ແລະ ດ້ານແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຕັ້ງໜ້າ ແຂງແຮງ ແລະ ເຂົ້າສູ່ລວງເລິກກວ່າເກົ່າ ເພື່ອໃຫ້ສາມາດຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນທ້າຍສະໄໝຂອງແຜນການ 5 ປີທີ່ຜ່ານມາ ບໍ່ໃຫ້ຕົກໃນສະພາວະວິກິດຄວາມສ່ຽງທາງດ້ານເສດຖະກິດມະຫາພາກ ໜີ້ສິນໜັກໜ່ວງ ຄັງສໍາຮອງຢູ່ໃນສະຖານະພາບທີ່ບໍ່ດີເທົ່າທີ່ຄວນ ຮັບປະກັນໃຫ້ມີການຫັນປ່ຽນຢ່າງຮອບດ້ານ ດ້ວຍການປະຕິຮູບໂຄງສ້າງເສດຖະກິດຢ່າງເຖິງຖອງ ເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນຂອງຊາດຢ່າງມີປະສິດທິຜົນ ສາມາດຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນທ້າຍສະໄໝຂອງແຜນການ 5 ປີທີ່ຜ່ານມາ ສະນັ້ນ ການພັດທະນາຕ້ອງໄດ້ຫັນໄປສູ່ຕາມທິດຫັນເປັນຄຸນນະພາບ ມີຈຸດສຸມ ຍືນຍົງ ແລະ ສີຂຽວ.

                 # ຂ່າວ & ພາບ : ຂັນທະວີ

error: Content is protected !!