ຊາວຄ້າ-ຂາຍຢູ່ຕະຫຼາດໂນນຄໍ້ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19​

    ວັນທີ​ 6 ເມສາ​ 2020​ ທີມງານຂ່າວໜັງສືພິມວຽງຈັນໃໝ່ ໄດ້ລົງຕິດຕາມສອບຖາມແມ່ຄ້າ-ຊາວຂາຍ ກ່ຽວກັບການຄ້າຂາຍອາຫານການກິນຢູ່ພາຍໃນຕະຫຼາດໂນນຄໍ້ ເຊິ່ງສ່ວນຫຼາຍເຫັນວ່າການຄ້າ-ຂາຍໃນປັດຈຸບັນແມ່ນມີຄວາມຫຍຸ້ງຍາກ ລູກຄ້າຫຼຸດລົງປະມານ 50-60% ຍ້ອນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19). 

    ຜ່ານການສໍາພາດແມ່ຄ້າຂາຍຜັກໃຫ້ຮູ້ວ່າ: ນັບແຕ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19​ ເປັນຕົ້ນມາ ​ລູກຄ້າໄດ້ຫຼຸດລົງເປັນຈໍານວນຫຼາຍປະມານ 50% ໂດຍສະເພາະແມ່ນລູກຄ້າປະຈໍາທີ່ເຮັດຮ້ານອາຫານ​ ໂຮງແຮມ​ ຮ້ານເຝີ ແມ່ຄ້າມາແຕ່ນອກແມ່ນບໍ່ມີ ປັດຈຸບັນ ແມ່ນຂາຍໃຫ້ກັບຜູ້ບໍລິໂພກຍ່ອຍ ແລະ​ ລາຄາກໍຍັງຂາຍປົກກະຕິ ສະເພາະຜັກຫອມປ້ອມ ແມ່ນຂຶ້ນລາຄາຈາກເມືອກ່ອນລາຄາກິໂລ​ 5-7 ພັນກີບ​ ຂຶ້ນລາຄາເປັນກິໂລ​ 12​ ພັນກີບ. 

    ແມ່ຄ້າຂາຍໄຂ່ໃຫ້ຮູ້ອີກວ່າ: ໄຂ່ມີລາຄາຂາຍໃນເມື່ອກ່ອນມີລາຄາແຕ່ 25-27 ​ພັນກີບ​ ປັດຈຸບັນຂາຍແຕະ 27​ ​ພັນກີບ​ຫາ​ 30​ ພັນກີບ​ ລາຄານີ້ໄດ້ເພີ່ມຂຶ້ນເລັກນ້ອຍ ຍ້ອນລາຄາຕົ້ນທຶນສູງມາແຕ່ຟາມ ເຊິ່ງສະພາບການຂາຍແມ່ນໄດ້ຮັບຜົນກະທົບຈາກເມື່ອກ່ອນຂາຍໄດ້ມື້ລະປະມານ 200​ ແຕະ​ ດຽວນີ້ຈະຂາຍໃຫ້ໄດ້ມື້ລະ 100 ແຕະກໍທັງຍາກ ສະຫຼຸບລວມແລ້ວ ລູກຄ້າຫຼຸດລົງປະມານ 70%. 

    ແມ່ຄ້າຂາຍຊີ້ນໃຫ້ຮູ້ຕື່ມອີກວ່າ: ລາຄາຊີ້ນໝູ ແມ່ນໄດ້ຂາຍຕາມລາຄາແຈ້ງການຂອງກະຊວງອຸດສາຫະກຳ ແລະ ​ການຄ້າ​ ຊີ້ນໝູກິໂລໜຶ່ງສູງສຸດ 40​ ພັນກີບ​ ຊີ້ນງົວ ກິໂລ​ 75​ ພັນກີບ​ ເຊິ່ງການຂາຍແມ່ນຂາຍໃຫ້ລູກຄ້າທົ່ວໄປ ສ່ວນລູກຄ້າຂາປະຈໍາ ໂດຍສະເພາະຮ້ານອາຫານຕ່າງໆໄດ້ຢຸດ ເປັນສາເຫດເຮັດໃຫ້ລູກຄ້າຫຼຸດລົງ 50%.​ 

    ແມ່ຄ້າຂາຍເຄື່ອງແຫ້ງໃຫ້ຮູ້ວ່າ: ປັດຈຸບັນ ເຄື່ອງແຫ້ງນໍາເຂົ້າມາເລີ່ມຂາດ ເປັນຕົ້ນ ໝີ່ໄວໆ.​ 

    ແມ່ຄ້າຮ້ານຂາຍຂອງກິນສຸກກ່າວຕື່ມອີກວ່າ: ການຂາຍຂອງກິນສຸກ ໄດ້ພົບຄວາມຫຍຸ້ງຍາກ ຕົວຢ່າງ ເມື່ອກ່ອນໄກ່ອົບໄດ້ຂາຍມື້ລະ 10-20 ​ໂຕ ​ປັດຈຸບັນໄດ້ຂາຍ 2-5 ໂຕ.​ 

    ເຖິງຢ່າງໃດກໍຕາມ ຕໍ່ສະພາບການຫຍຸ້ງຍາກດັ່ງກ່າວ ​ບັນດາແມ່ຄ້າຢູ່ຕະຫຼາດໂນນຄໍ້ກໍຍັງສືບຕໍ່ຂາຍເປັນປົກກະຕິໃນແຕ່ລະມື້ ພ້ອມນັ້ນ ຍັງຮຽກຮ້ອງໃຫ້ເຈົ້າຂອງຕະຫາດມີນະໂຍບາຍຫຼຸດຜ່ອນການເກັບຄ່າໂຕະໃນແຕ່ລະມື້ ເນື່ອງຈາກສະພາບການຄ້າຂາຍບໍ່ໄດ້ຂາຍດີດັ່ງເມື່ອກ່ອນ.​

error: Content is protected !!