ໄຊສົມບູນ ຈັດເກັບລາຍຮັບເພີ່ມຂຶ້ນ 117,10% ໃນທ້າຍປີ 2019-2020

    ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໄດ້ປະກອບຄໍາເຫັນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາຢູ່ແຂວງໄຊສົມບູນ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ມີບາງຕອນວ່າ: ປັດຈຸບັນ ແຂວງໄຊສົມບູນມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ ມີຄວາມສະຫງົບປອດໄພ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ປະຊາຊົນບັນດາເຜົ່າສ່ວນຫຼາຍໄດ້ມີຄວາມເຂົ້າໃຈ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືການນໍາພາຂອງອົງຄະນະພັກແຂວງຫຼາຍຂຶ້ນ ເປັນເຈົ້າການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນ ພົ້ນເດັ່ນ ແມ່ນການຢັ້ງຢືນເຖິງຄວາມສະຫງົບ ຄວາມປອດໄພຂອງແຂວງ ເຊິ່ງໃນປີ 2020 ມີການຈັດຕັ້ງຫຼາຍງານທີ່ສໍາຄັນຂອງພັກ ຂອງຊາດ ຢູ່ແຂວງ ໄດ້ມີຄວາມປອດໄພ 100% ພ້ອມນັ້ນ ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັງຫວະດີພໍສົມຄວນ ສະເລ່ຍ 7% ຕໍ່ປີ ໃນເມື່ອກ່ອນ ເກັບລາຍຮັບບໍ່ພຽງພໍກັບການໃຊ້ຈ່າຍ ສະເລ່ຍແຕ່ລະປີເກັບໄດ້ພຽງກວ່າ 40% ຂອງລາຍຈ່າຍ ແຕ່ມາຮອດທ້າຍປີ 2019-2020 ສາມາດເກັບລາຍຮັບເພີ່ມຂຶ້ນ 117,10% ຕາມການຂັ້ນຄຸ້ມຄອງຕາມທິດເປັນແຂວງທີ່ມີຄວາມສາມາດກຸ້ມຕົນເອງທາງດ້ານງົບປະມານ.

    ໄປຄຽງຄູ່ກັນນັ້ນ ໄດ້ສ້າງກົນໄກ ແລະ ນະໂຍບາຍເປັນເງື່ອນໄຂປຸກລະດົມຂົນຂວາຍດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນນັບມື້ນັບຫຼາຍຂຶ້ນ ໂດຍສະເພາະ ການລົງທຶນໃສ່ 5 ຂະແໜງທີ່ເປັນທ່າແຮງຂອງແຂວງຄື: ກະສິກໍາ ໄຟຟ້າ ບໍ່ແຮ່ ການທ່ອງທ່ຽວ ແລະ ການເຊື່ອມໂຍງ-ເຊື່ອມຈອດ ມາຮອດປັດຈຸບັນ ການລົງທຶນມີທັງໝົດ 44 ໂຄງການ ໃນນັ້ນ ດ້ານກະສິກໍາ 4 ໂຄງການ ດ້ານການທ່ອງທ່ຽວ 4 ໂຄງການ ດ້ານການທ່ອງທ່ຽວ 4 ໂຄງການ ດ້ານບໍ່ແຮ່ 8 ໂຄງການ ແລະ ດ້ານພະລັງງານໄຟຟ້າ 28 ໂຄງການ ໃນນີ້ ການລົງທຶນຂອງລັດໄດ້ຖືເອົາການພັດທະນາໂຄງລ່າງ ເພື່ອຮັບໃຊ້ໜ້າທີ່ການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ໄດ້ສຸມໃສ່ສ້າງເສັ້ນທາງແຕ່ແຂວງຫາເມືອງ ເມືອງຫາບ້ານ ແລະ ເສັ້ນທາງເຊື່ອມໂຍງ-ເຊື່ອມຈອດກັບບັນດາແຂວງອ້ອມຂ້າງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຂອງປະຊາຊົນ ທັງເປັນການອໍານວຍຄວາມສະດວກ ແລະ ຍູ້ການທ່ອງທ່ຽວຢູ່ແຂວງໄຊສົມບູນຕື່ມອີກ.

                 # ຂ່າວ & ພາບ : ຂັນທະວີ

error: Content is protected !!