ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວາງກະ​ຕ່າງດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ

     ວັນທີ 16 ມັງກອນ 2021 ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ນຳໂດຍ ສະຫາຍ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.

     ການວາງກະຕາດອກໄມ້ໃນ ຄັ້ງນີ້ ເປັນການສະແດງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນ ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ວິລະບູລຸດຜູ້ຍິງໃຫຍ່ ທີ່ໄດ້ອຸທິດຕົນ ຍອມເສຍສະຫຼະສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ ເພື່ອປະເທດຊາດ ແລະ ການປະຕິວັດໃນໄລຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນມາຮອດປັດ ຈຸບັນ.

     ໃນໂອກາດດຽວກັນ ສະຫາຍ ປອ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຊົມການວາງສະແດງຮູບພາບການເຄື່ອນໄຫວວຽກງານຕ່າງໆຂອງບັນດາການນຳພັກ-ລັດ ແຕ່ອະດີດຈົນຮອດປັດຈຸບັນ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ຕື່ມອີກ.

error: Content is protected !!