ເລືອກໄດ້ແລ້ວ ຄະນະບໍລິຫານງານສູນກາງພັກສະໄໝທີ XI

    ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນເປັນເວລາ 3 ວັນ ຢູ່ນະຄອນຫຼວງວຽງຈັນ ຮອດວັນທີ 15 ມັງກອອນ 2021 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ເປັນປະທານກ່າວປິດຂອງ ສະຫາຍ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ສູນກາງພັກສະໄໝທີ X ປະທານປະເທດ ພ້ອມດ້ວຍບັນດາຜູ້ແທນສົມບູນ ແລະ ແຂກຖືກເຊີນ. 

    ໃນທີ່ປະຊຸມ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ວ່າ: ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາຄະນະບໍລິຫານງານສູນກາງພັກສະໄໝທີ XI ຈໍານວນ 71 ສະຫາຍ ຍິງ 12 ສະຫາຍ ໃນນັ້ນ ເລືອກເອົາກໍາມະການສໍາຮອງສູນກາງພັກ 10 ສະຫາຍ ຍິງ 2 ສະຫາຍຄື: 

    ສະຫາຍ ມະໄລທອງ ກົມມະສິດ

    ສະຫາຍ ບຸນຄົງ ຫຼ້າຈຽມພອນ 

    ສະຫາຍ ວັນສີ ກົວມົວ 

    ສະຫາຍ ວິໄລວັນ ບຸດດາຄໍາ 

    ສະຫາຍ ຮສ ປອ ລິນຄໍາ ດວງສະຫວັນ 

    ສະຫາຍ ວຽງທະວີສອນ ເທບພະຈັນ 

    ສະຫາຍ ມອນໄຊ ລາວມົວຊົ່ງ 

    ສະຫາຍ ບຸນຕາ ເທບພະວົງ 

    ສະຫາຍນາງ ອໍາໄພວອນ ລ້ອມບຸນແພງ 

    ສະຫາຍພັນເອກນາງ ລີວົງ ລາວລີ. 

    ເລືອກເອົາກົມການເມືອງສູນກາງພັກ 13 ສະຫາຍຄື: 

    ສະຫາຍ ປອ ທອງລຸນ ສີສຸລິດ 

    ສະຫາຍ ປອ ພັນຄໍາ ວິພາວັນ 

    ສະຫາຍນາງ ປານີ ຢາທໍ່ຕູ້ 

    ສະຫາຍ ປອ ບຸນທອງ ຈິດມະນີ 

    ສະຫາຍ ປອ ໄຊສົມພອນ ພົມວິຫານ 

    ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ 

    ສະຫາຍ ປອ ຄໍາພັນ ພົມມະທັດ 

    ສະຫາຍ ປອ ສິນລະວົງ ຄຸດໄພທູນ 

    ສະຫາຍ ສອນໄຊ ສີພັນດອນ 

    ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ 

    ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ 

    ສະຫາຍ ນາງ ສີໃສ ລືເດດມູນສອນ 

    ສະຫາຍ ສະເຫຼີມໄຊ ກົມມະສິດ. 

    ເລືອກເອົາຄະນະເລຂາທິການສູນກາງພັກ 9 ສະຫາຍຄື: 

    ສະຫາຍ ປອ ທອງລຸນ ສີສຸລິດ 

    ສະຫາຍ ປອ ບຸນທອງ ຈິດມະນີ 

    ສະຫາຍ ປອ ຄໍາພັນ ພົມມະທັດ 

    ສະຫາຍນາງ ສີໃສ ລືເດດມູນສອນ 

    ສະຫາຍ ປອ ຄໍາພັນ ເຜີຍຍະວົງ 

    ສະຫາຍ ປອ ອະນຸພາບ ຕຸນາລົມ 

    ສະຫາຍ ຮສ ປອ ທອງສະລິດ ມັ່ງໜໍ່ເມກ 

    ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ 

    ສະຫາຍ ປອ ນາງ ວຽງທອງ ສີພັນດອນ 

    ພ້ອມນັ້ນ ກອງປະຊຸມໄດ້ເລືອກເອົາ ສະຫາຍ ປອ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະ ເລືອກເອົາສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ບໍລິຫານງານສູນກາງພັກສະໄໝທີ XI ເລືອກເອົາສະຫາຍ ປອ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກເອົາຮອງປະທານກວດກາສູນກາງພັກ 6 ສະຫາຍຄື: 

    ສະຫາຍ ວິໄລວັນ ບຸດດາຄໍາ 

    ສະຫາຍ ສີໄນ ມຽງລາວັນ 

   ສະຫາຍ ສຸກຄໍາເພັດ ເຮືອງບຸດສີ 

    ສະຫາຍ ດາວບົວລະພາ ບາວົງເພັດ 

    ສະຫາຍ ໄຊຄໍາ ອຸ່ນມີໄຊ 

    ສະຫາຍ ວັນໄຊ ຊົາຊາຢູ. 

    ນອກນັ້ນ ໃນທີ່ປະຊຸມ ບັນດາຜູ້ແທນສົມບູນຍັງໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາຮ່າງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຕື່ມອີກ..

                # ຂ່າວ & ພາບ : ຂັນທະວີ

error: Content is protected !!