ເທຣນໂຊຊຽວ (social) ນຳທິດທາງທຸລະກິດໃນປີ 2021

    ປີ 2020 ໄດ້ສ້າງຄວາມປ່ຽນແປງໃນທຸກມິຕິຂອງສັງຄົມ ເປັນຕົ້ນວິທີການໃຊ້ຊີວິດຂອງຜູ້ຄົນ ຮູບແບບການເຮັດວຽກ ແລະ ການໃຊ້ເວລາຫວ່າງຂອງພວກເຮົາ ໃນຂະນະທີ່ພວກເຮົາພິຈາລະນາເຖິງຜົນກະ ທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ຜູ້ຄົນ ແລະ ເສດຖະກິດນັ້ນ ໄລຍະນີ້ຍັງຖືເປັນໂອກາດໃຫ້ພວກເຮົາໄດ້ທົບທວນ ແລະ ວາງແຜນວຽກໃນອະນາຄົດສຳລັບປະເທດລາວ ໃນຂະນະທີ່ປະເທດລາວກຳລັງພົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ສັງຄົມ ຍ້ອນພະຍາດລະບາດ ບົດບາດຂອງການສື່ສານເພື່ອການເຊື່ອມຕໍ່ກັນ ແລະ ເຮັດທຸລະກຳທາງຊ່ອງທາງອອນລາຍ ຈຶ່ງມີຄວາມສຳຄັນຫຼາຍຂຶ້ນ.

    ໃນຖານະທີ່ບໍລິສັດດ້ານເຕັກໂນໂລຊີທີ່ເຊື່ອມຕໍ່ຜູ້ຄົນທົ່ວໂລກຫຼາຍຕື້ຄົນເຂົ້າຫາກັນ Facebook ໄດ້ເຫັນປະກົດການ Digital Transformation ຫຼື ວິວັດທະນາການດ້ານດີຈີຕອນ ທີ່ເຕີບໂຕຂຶ້ນຢ່າງວ່ອງໄວ (ກ້າວກະໂດດ) ແລະ ຫຍໍ້ເວລາໃນການປັບໂຕດ້ານດີຈີຕອນ ຈາກຄາດການວ່າຕ້ອງໃຊ້ເວລາໃນການເຕີບ 5 ປີ ໃຫ້ສາມາດເກີດຂຶ້ນໄດ້ພຽງເວລາບໍ່ພໍເທົ່າໃດເດືອນ ພວກເຮົາໃຊ້ເວລາໃນໂລກອອນລາຍຫຼາຍຂຶ້ນທຸກວັນ ເພື່ອການເຊື່ອມກັບຜູ້ອື່ນ ເຮັດວຽກ ຈັບຈ່າຍໃຊ້ສອຍ ຫຼິ້ນເກມ ແລະ ອື່ນໆ ຄວາມບໍ່ແນ່ນອນດ້ານເສດຖະກິດ ຄວາມຄາດຫວັງຂອງຄົນເຫຼົ່ານີ້ທີ່ມີຕໍ່ທຸລະກິດຕ່າງໆ ໄດ້ປ່ຽນແປງໄປຢ່າງວ່ອງໄວກວ່າທີ່ເຄີຍ.​

    ຍ້ອນເຫດຜົນນີ້ພາກທຸລະກິດຕ່າງໆ ຈຶ່ງມີໂອກາດທີ່ຈະເປັນແຮງຊຸກຍູ້ເພື່ອຊ່ວຍຟື້ນຟູເສດຖະກິດສຳ ລັບອະນາຄົດ ເຊິ່ງ Facebook ຈະຢູ່ລະຫວ່າງຊຸມຊົນ ແລະ ການຄ້າຂາຍ ຂະນະທີ່ກ້າວສູ່ປີ 2021 ພວກເຮົາຢາກແບ່ງປັນເທຣນໂຊຊຽວ (social) ແລະ ຄວາມສຳຄັນທີ່ມີຕໍ່ທຸລະກິດ ຊຸມຊົນໃນລາວ ແລະ ສິ່ງທີ່ເຂົາຄວນໃຫ້ຄວາມສຳຄັນໃນປີນີ້ ປີ 2020 ເປັນປີທີ່ໄດ້ທຸບສະຖິຕິຈາກການທີ່ຜູ້ຄົນຫັນມາໃຊ້ເວລາຢູ່ເຮືອນຫຼາຍຂຶ້ນ ເນື່ອງຈາກການ lockdown ແລະ ການຮັກສາໄລຍະຫ່າງທາງສັງຄົມ ເຊັ່ນ: ການ live stream ໄລຍະ lockdown ໄດ້ຜັກດັນການເຕີບໂຕຂອງການ live stream ທົ່ວໂລກໃນເດືອນມີນາ ແລະ ເມສາ 45% ໃນພາກພື້ນອາຊີ-ປາຊີຟິກ ມີຜູ້ເບິ່ງວິດີໂອໃນຮູບແບບດີຈີຕອນ 77,5% ຂະນະດຽວກັນວີດີໂອສັ້ນຍັງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ເນື່ອງຈາກຫຼາຍຄົນຍັງຊອກຫາພື້ນທີ່ການສະແດງອອກຕົວຕົນ ແລະ ເພື່ອເຂົ້າເຖິງຄວາມບັນເທີງ.

    ທ້າຍປີ 2020 Facebook ໄດ້ນໍາສະເໜີແຄັມເປນວິດີໂອ #ລາວຊ່ວຍລາວ ຫຼື #LaoHelpLao ທີ່ໄດ້ເຮັດວຽກຮ່ວມກັບນັກສ້າງວິດີໂອທ້ອງຖິ່ນ ທີ່ມີຄວາມຊຳນານດ້ານອາຫານ ແລະ ທ່ອງທ່ຽວ ແລະ ສື່ມວນຊົນລາວ ເພື່ອສົ່ງເສີມການຊຸກຍູ້ເສດຖະກິດໃນປະເທດ ເຊິ່ງໄດ້ຜົນຕອບຮັບທີ່ດີຫຼາຍ ດ້ວຍຫຼາຍກວ່າ 1,1 ລ້ານ reach ແລະ ຫຼາຍກວ່າ 150.000 engagements ໃນສະເພາະເນື້ອຫາທີ່ສ້າງມາໃຫ້ເຄັມເປນ 78% ໄດ້ຄົ້ນພົບຜະລິດຕະພັນໃໝ່ ຜ່ານແຮງບັນດານໃຈ ແລະ ອິດທິພົນຈາກທາງອອນລາຍ ການສົ່ງຂໍ້ຄວາມ ເປັນໜຶ່ງໃນຊ່ອງທາງທີ່ຜູ້ຄົນໃຊ້ ເພື່ອລົມກັບທຸລະກິດຕ່າງໆທີ່ເຕີບໂຕໄວທີ່ສຸດ ໂດຍໄລຍະຜ່ານມາພວກເຮົາໄດ້ເຫັນບົດສົນທະນາລະຫວ່າງຜູ້ບໍລິໂພກ ແລະ ແບຣນຕ່າງໆໃນ Messenger ແລະ Instagram ເພີ່ມຂຶ້ນ 40% ສຳລັບ Whatsapp ຫຼາຍກວ່າ 175 ລ້ານຄົນທົ່ວໂລກ ສົ່ງຂໍ້ຄວາມໄປຫາບັນຊີທຸລະກິດໃນແຕ່ລະວັນ.

error: Content is protected !!