ເປີດຮ້ານຂາຍ ແລະ ແນະນໍາຜະລິດຕະພັນນໍ້າຫອມລາວ

    ພິທີເປີດຮ້ານຂາຍນໍ້າຫອມ ດອກຈໍາປາ ແລະ ໂຊກດີ ທີ່ຜະລິດຈາກໄມ້ເກດສະໜາ ຈັດຂຶ້ນວັນທີ 16 ມັງກອນ 2021 ຢູ່ສູນການຄ້າພາກຊັນ ໂດຍມີທ່ານ ສະຫວັນຄອນ ຣາຊມູນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະບໍລິຫານກຸ່ມບໍລິສັດ HSMM ບັນດາທ່ານຮອງລັດຖະມົນຕີ ທ່ານເອກອັກຄະລັດຖະທູດອິນເດຍປະຈໍາລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    ທ່ານ ສຸກທະວີ ໂຈວດຸຣີ ຮອງປະທານກຸ່ມບໍລິສັດ HSMM ກ່າວວ່າ: ກຸ່ມບໍລິສັດ HSMM ໄດ້ບຸກເບີກທຸລະກິດກ່ຽວກັບໄມ້ເກດສະໜາໃນອາຊີຕາເວັນອອກສ່ຽງໃຕ້ ເປັນເວລາຫຼາຍກວ່າ 2 ທົດສະວັດ ໂດຍມີສວນປູກ ແລະ ໂຮງງານຂຸດຄົ້ນນໍ້າມັນຈາກໄມ້ເກດສະໜາເປັນຂອງຕົນເອງ ແລະ HSMM Fragrance ໄດ້ສ້າງຕັ້ງຂຶ້ນປີ 2014 ເພື່ອນໍາໃຊ້ທ່າແຮງອັນເຕັມທີ່ຂອງທຸລະກິດໄມ້ເກດສະໜາຂອງຕົນ ເຊິ່ງເປັນແຫ່ງທໍາອິດທີ່ຜະລິດນໍ້າຫອມໃນ ສປປ ລາວ ແລະ ນີ້ກໍແມ່ນຮ້ານຂາຍນໍ້າຫອມທໍາອິດໃນນະຄອນຫຼວງວຽງຈັນ ຫຼັງຈາກໄດ້ວາງແຜນມາຫຼາຍປີ ພິທີເປີດຮ້ານຂາຍ ແລະ ແນະນໍາຜະລິດຕະພັນນໍ້າຫອມລາວທີ່ຜະລິດຈາກໄມ້ເກດສະໜາ ຊື່ດອກຈໍາປາ ແລະ ໂຊກດີ ກໍໄດ້ມີຂຶ້ນເປັນທາງການ ເຊິ່ງມີຄວາມໝາຍ ແລະ ສໍາຄັນຫຼາຍ ຍ້ອນແມ່ນຄວາມຝັນຂອງຕົນ ທີ່ຢາກມີຍີ່ຫໍ້ນໍ້າຫອມຂອງຕົນເອງ ແລະ ມີຄວາມພູມໃຈທີ່ສາມາດເຮັດໃຫ້ຄວາມຝັນກາຍເປັນຄວາມຈິງແລ້ວ.

    ຕົນ ແມ່ນສັນຊາດລາວ ເຊື້ອຊາດອິນເດຍ ໄດ້ຍ້າຍມາອາ​ໄສຢູ່ ສປປ ລາວ ພ້ອມດ້ວຍຄອບຄົວແຕ່ປີ 2000 ຍ້ອນມີຄວາມມັກ-ຮັກວິຖີການດໍາລົງຊີວິດແບບຄົນລາວ ທີ່ມີຄວາມໂອບເອື້ອອາລີ ເຮັດໃຫ້ຮູ້ສຶກປອດໄພ ໄດ້ຮັບການຊ່ວຍເຫຼືອ ແລະ ການອໍານວຍຄວາມສະດວກຈາກລັດຖະບານໃນການດໍາເນີນທຸລະກິດສະເໝີມາ ເພື່ອສະແດງຄວາມຂອບໃຈ ແລະ ກະຕັນຍູຕໍ່ປະເທດລາວ ທີ່ເປັນແຜ່ນດິນແມ່ແຫ່ງທີ 2 ຕົນຈຶ່ງຢາກມອບດອກຈໍາປາ ແລະ ໂຊກດີ ໃຫ້ເປັນ “ກິ່ນຫອມ” ຂອງຊາດ ຜະລິດຕະພັນທີ່ມີຄຸນນະພາບຂອງພວກເຮົາປະກອບມີ Dok Champa Sok Dee ແລະ HSMM1 ສະແດງເຖິງຄວາມໝັ້ນໃຈຂອງ HSMM Fragrance ແລະ ຄວາມເຊື່ອຂອງພວກເຮົາ ຮ້ານນໍ້າຫອມຍີ່ຫໍ້ທໍາອິດຂອງລາວ ພ້ອມແລ້ວທີ່ຈະຮັບຕ້ອນທຸກໆທ່ານດ້ວຍຄວາມພາກພູມໃຈ.

                   # ຂ່າວ & ພາບ : ສະບາ​ໄພ

error: Content is protected !!