8 ເຕັກນິກງ່າຍໆ ຊ່ວຍຫຼຸດຄວາມສ່ຽງເປັນເບົາຫວານ

      ເຖິງແມ່ນວ່າສາເຫດສຳຄັນຂອງພະຍາດເບົາຫວານຈະມາຈາກກໍາມະພັນ ເຊັ່ນດຽວກັນກັບພະຍາດບໍ່ຕິດຕໍ່ອັນຕະລາຍອື່ນໆ ເຊັ່ນ ມະເຮັງ ແຕ່ຫາກມີປັດໄຈສ່ຽງເຂົ້າໄປກະຕຸ້ນ ຫຼືມີພຶດຕິກໍາໃນການກິນທີ່ “ຕິດຫວານ” ເປັນປະຈຳ ກໍອາດເພີມຄວາມສ່ຽງໃນການເປັນພະຍາດເບົາຫວານໄດ້ຫຼາຍກວ່າຄົນອື່ນໆ ນອກຈາກນີ້ ເປັນພະຍາດເບົາຫວານແລ້ວ ໃຊ້ຊີວິດລຳບາກ ແລະ ປິ່ນປົວເຊົາຍາກ ເຮົາຈຶ່ງຄວນລະມັດລະວັງຢ່າເປັນພະຍາດນີ້ຕັ້ງແຕ່ທໍາອິດຈະດີກວ່າ.

    ຈາກຂໍ້ມູນຂອງແພດຜູ້ຊຳນານດ້ານເບົາຫວານ ໄດ້ບອກເຖິງເຕັກນິກໃນການຫຼຸດຄວາມສ່ຽງໃນການເປັນເບົາຫວານເອົາໄວ້ ດັ່ງນີ້.

    8 ເຕັກນິກງ່າຍໆ ຊ່ວຍຫຼຸດຄວາມສ່ຽງ “ເບົາຫວານ”

1. ຈຳກັດປະລິມານນ້ຳຕານທີ່ກິນໃນແຕ່ລະວັນ ໂດຍບໍ່ໃຫ້ເກິນ 6 ບ່ວງຊາ ຫຼື 24 ກຣາມຕໍ່ວັນ ນັບໄດ້ປະມານຈາກຈຳນວນນ້ຳຕານທີ່ໃສ່ລົງໄປໃນເຄື່ອງດື່ມ ແລະ ອາຫານຕ່າງໆ.

2. ເລືອກຮັບປະທານໝາກໄມ້ທີ່ມີນ້ຳຕານຕ່ຳ ເຊັ່ນ ໝາກສີດາ ໝາກຫຸ່ງ ໝາກກ້ຽງ ໝາກມ່ວງດິບ ໝາກສົ້ມໂອ ແລະ ໝາກແອັບເປິລຂຽວ ເປັນຕົ້ນ.

3. ຫຼຸດເຄື່ອງດື່ມປະເພດຊາ ກາເຟ ນ້ຳອັດລົມ ແລະ ຂະໜົມຫວານອື່ນໆ ໂດຍຄ່ອຍໆຫຼຸດຈຳນວນລົງຈົນເຫຼືອພຽງອາທິດລະຄັ້ງເທົ່ານັ້ນ.

4. ເລືອກກິນຄາໂບໄຮເດຣດບໍ່ຂັດສີ ຈະມີກາກໄຍສູງ ເຊັ່ນ: ໝາກຖົ່ວ.

5. ອ່ານສະຫຼາກຂ້າງຜະລິດຕະພັນກ່ອນທຸກຄັ້ງ ເພື່ອພິຈາລະນາປະລິມານນໍ້າຕານກ່ອນຊື້ມາບໍລິໂພກ.

6. ຖູແຂ້ວ ຫຼືບ້ວນປາກຫຼັງກິນອາຫານ ຊ່ວຍຫຼຸດຄວາມຢາກອາຫານໄດ້.

7. ອອກກຳລັງກາຍເປັນປະຈຳໃຫ້ຕິດເປັນນິໄສ ຊ່ວຍຫຼຸດນ້ຳຕາລໃນເລືອດໄດ້.

8. ໝັ່ນສັງເກດຄວາມຜິດປົກກະຕິຂອງຮ່າງກາຍ ແລະ ກວດເບົາຫວານເປັນປະຈຳ.

error: Content is protected !!