ເປີດນໍາໃຊ້ເວັບໄຊຂອງຄະນະກໍາມະການຮ່ວມມືລາວ-ຫວຽດນາມ

    ພິທີມອບ-ຮັບການຊ່ວຍເຫຼືອລ້າ ພັດທະນາລະບົບຊອບແວ ແລະ ເປີດນໍາໃຊ້​ເວັບໄຊຂອງຄະນະກໍາມະການຮ່ວມມືລາວ-ຫວຽດນາມ ຈັດຂຶ້ນວັນທີ 21 ມັງກອນ 2021 ທີ່ອາຄານຄະນະດັ່ງກ່າວ ໂດຍກ່າວມອບຂອງທ່ານ ຮວາງ ວັນ ກວາງ ຜູ້ອໍານວຍການບໍລິສັດ ສະຕາເທັກ ຈໍາກັດຜູ້ດຽວ ແລະ ກ່າວຮັບຂອງທ່ານ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມືລາວ-ຫວຽດນາມ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ມີພາກສ່ວນກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ການມອບຄັ້ງນີ້ ເປັນການປະກອບສ່ວນສໍາຄັນໃນການປະຕິບັດວຽກງານການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານການພົວພັນຮ່ວມມືການລົງທຶນ ການຄ້າ ແລະ ການທ່ອງທ່ຽວລາວ-ຫວຽດນາມ ເພາະສອງປະເທດລາວ-ຫວຽດນາມ ແມ່ນປະເທດສອງອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແບ່ງເປັນ 2 ໄລຍະຄື: ໄລຍະທີ 1 ສ້າງເວັບໄຊ ແລະ ຖານຂໍ້ມູນ ສ່ວນໄລຍະທີ 2 ສ້າງລະບົບຊອບແວຄຸ້ມຄອງບັນດາກິດຈະການ ໂຄງການຊ່ວຍເຫຼືອ ກໍຄືລະບົບການຈໍລະຈອນເອກະສານ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມສຸດຄວາມສາມາດ ເພື່ອສືບຕໍ່ປັບປຸງຮັກສາເວັບໄຊໃຫ້ດີຂຶ້ນ ແລະ ຈະຮີບຮ້ອນສ້າງສ້າງລະບົບການຄຸ້ມຄອງບັນດາກິດຈະການ ໂຄງການຊ່ວຍເຫຼືອ ກໍຄືລະບົບການຈໍລະຈອນເອກະສານ ເຊິ່ງເປັນໄລຍະທີ 2 ຂອງການຊ່ວຍເຫຼືອແກ່ຄະນະກໍາມະການຮ່ວມມືລາວ-ຫວຽດນາມໃຫ້ສໍາເລັດ ແລະ ມອບ-ຮັບເອົາເຂົ້າສູ່ການນໍາໃຊ້ໃນທ້າຍປີ 2021.

    ໃນພິທີທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດກົດປຸ່ມເພື່ອເປີດນໍາໃຊ້ເວັບໄຊ ຄະນະກໍາມະການຮ່ວມມືລາວ-ຫວຽດນາມຢ່າງເປັນທາງການ ແລະ ທ່ານນາງ ຟາມ ທິ ມິງເຮືອງ ອໍານວຍການໃຫຍ່ບໍລິສັດ ສະໄກ ຂຸດຄົ້ນບໍ່ແຮ່ ໄດ້ມອບເງິນຈໍານວນໜຶ່ງໃນການຄຸ້ມຄອງບໍລິຫານເວັບໄຊຄະນະດັ່ງກ່າວ ຕາງໜ້າຮັບຂອງທ່ານ ຄໍາເຜີຍ ແກ້ວກິນນາລີ.

                 # ຂ່າວ & ພາບ : ຂັນ​ທະວີ

error: Content is protected !!