ສ້າງຄວາມເຂັ້ມແຂງວຽກງານກວດກາພັກ-ລັດ ທົ່ວເມືອງສີໂຄດຕະບອງ

    ກອງປະຊຸມເຝິກອົບຮົມວຽກງານກວດກາພັກ-ລັດ ທົ່ວເມືອງສີໂຄດຕະບອງ ຈັດຂຶ້ນວັນທີ 21 ມັງກອນ 2021 ຢູ່ປົກຄອງເມືອງສີໂຄດຕະບອງ ໂດຍການເປັນປະທານຂອງສະຫາຍ ບຸນມີ ໄຊຍະວົງ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ອົງການກວດກາລັດເມືອງສີໂຄດຕະບອງ ສະຫາຍ ນາງ ຄໍາໄພ ລັດສະໝີ ກໍາມະການພັກນະຄອນຫຼວງວຽງຈັນ (ນວ) ຮອງປະທານກວດກາພັກ ນວ ມີບັນດາຄະນະໜ່ວຍພັກ ສະມາຊິກພັກ ພະນັກງານ ລັດຖະກອນ ອ້ອມຂ້າງເມືອງສີໂຄດຕະບອງ ເຂົ້າຮ່ວມ.

    ສໍາລັບເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ມະຕິຕົກລົງເລກທີ 022/ຄກສພ ລົງວັນທີ 13 ມັງກອນ 2017 ວ່າດ້ວຍການແກ້ໄຂພະຍາດອາດຍາສິດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂໍ້ຕົກລົງເລກທີ 303/ອກລ.ນວ ລົງວັນທີ 29 ຕຸລາ 2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດເມືອງສີໂຄດຕະບອງ ວຽກງານຕິດຕາມ ກວດກາຂອງການຈັດຕັ້ງພັກ ແລະ ການຕິດຕາມ ກວດກາຂອງຄະນະກວດກາຄະນະພັກຮາກຖານ ແລະ ຜູ້ເຮັດວຽກງານກວດກາໜ່ວຍພັກຮາກຖານຢູ່ຂັ້ນບ້ານ ຂໍ້ກໍານົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາໜ່ວຍພັກ ຫຼື ຜູ້ຮັບຜິດຊອບວຽກງານກວດກາໜ່ວຍພັກຮາກຖານ ສໍານັກງານຫ້ອງການ-ໂຮງຮຽນ ເລກທີ 481/ຄພ.ສຄບ ລົງວັນທີ 15 ຕຸລາ 2019 ແລະ ຂໍ້ກໍານົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໜ່ວຍພັກ ຫຼື ຜູ້ຮັບຜິດຊອບວຽກງານກວດກາໜ່ວຍພັກຮາກຖານຂັ້ນບ້ານ ເລກທີ 482/ຄພ.ສຄບ ລົງວັນທີ 15 ຕຸລາ 2019.

                 # ຂ່າວ & ພາບ : ສີພອນ

error: Content is protected !!